Home ທຸລະກິດ ວາງສີລາລຶກໂຄງການກໍ່ສ້າງສະໜາມກ໊ອຟບຶງທາດຫຼວງທີ່ເຂດເສດຖະກິດພິເສດບຶງທາດຫຼວງ

ວາງສີລາລຶກໂຄງການກໍ່ສ້າງສະໜາມກ໊ອຟບຶງທາດຫຼວງທີ່ເຂດເສດຖະກິດພິເສດບຶງທາດຫຼວງ

0
104

ພິທີວາງສີລາລຶກໂຄງການກໍ່ສ້າງສະໜາມກ໊ອຟບຶງທາດຫຼວງທີ່ເຂດເສດຖະກິດພິເສດບຶງທາດຫຼວງນະ ຄອນຫຼວງວຽງຈັນຈັດຂຶ້ນວັນທີ 28 ທັນວາ 2023 ມີທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ທ່ານນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທ່ານ ພູຂົງ ບັນ ນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ຮ່າສຽວຜິງ ຮອງຜູ້ອຳນວຍການໃຫຍ່ບໍລິສັດກໍ່ສ້າງເລກ 8 ແຫ່ງຊາດຈີນ ບັນດາຫົວໜ້າຮອງຫົວໜ້າກົມ ຫົວໜ້າພະແນກ ຫ້ອງການ ນັກທຸລະກິດ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຫວງກົວປິ່ງ ປະທານບໍລິສັດ ລາວທາດຫຼວງລົງທຶນພັດທະນາ ຈຳກັດ ຜູ້ພັດທະນາເຂດເສດ ຖະກິດພິເສດບຶງທາດຫຼວງນະຄອນຫຼວງວຽງຈັນໄດ້ກ່າວວ່າ:ການກໍ່ສ້າງສະຫນາມກ໋ອຟ 18 ຂຸມ ຢູ່ໃນໃຈ ກາງເມືອງຂອງເຂດເສດຖະກິດພິເສດບຶງທາດຫຼວງແມ່ນເປັນປັດໄຈສໍາຄັນໃນການພັດທະນາເຂດເສດຖະ ກິດພິເສດຂອງພວກເຮົາ ນີ້ບໍ່ພຽງແຕ່ເປັນສະຖານທີ່ໃນການເຄື່ອນໄຫວກິດຈະການກີລາເທົ່ານັ້ນແຕ່ຍັງເປັນອົງປະກອບໃນການພັດທະນາຕົວເມືອງ ແລະ ເປັນຈຸດເດັ່ນອັນໃໝ່ຂອງແຫຼ່ງທ່ອງທ່ຽວໃນເຂດອ້ອມຂ້າງຂອງສະໜາມກ໊ອຟບຶງທາດຫຼວງຈະປະກອບມີໂຮງແຮມຊົນຊັ້ນລະດັບສູງ ໂຮງແຮມອາພາດເມັ້ນບູຕິກ ອາພາດເມັ້ນບູຕິກ ສະຖານທີ່ບັນເທີງ ຮ້ານອາຫານ ສູນການຄ້າການທ່ອງທ່ຽວລະດັບສາກົນ ແລະ ຮ້ານຄ້າປອດພາສີລວມທັງອົງປະກອບອື່ນໆ ເປັນຕົ້ນ ມູນຄ່າໃນການລົງທຶນຄາດຄະເນປະມານ 400 ລ້ານໂດລາສະຫະລັດ ສະໜາມກ໊ອຟດັ່ງກ່າວຈະນໍາເອົາຄວາມເຂັ້ມແຂງດ້ານການທ່ອງທ່ຽວໃນອະນາຄົດໃຫ້ກາຍ ເປັນ Land mark ອັນໃໝ່ຂອງແຫຼ່ງທ່ອງທ່ຽວໃນນະຄອນຫຼວງວຽງຈັນ ນອກນີ້ພວກເຮົາຍັງໄດ້ເຊື້ອເຊີນນັກກ໊ອຟທີ່ມີຊື່ສຽງລະດັບຊັ້ນນຳຂອງໂລກທ່ານ ນິກ ໂຟໂດ້ ໃນການອອກແບບ ເຊິ່ງນຳເອົາມາດຕະຖານສາກົນຂອງສະໜາມກ໊ອຟໃຫ້ກາຍເປັນສະໜາມກ໊ອຟຊັ້ນນຳໃນຕົວເມືອງນະຄອນຫຼວງວຽງຈັນ ການກໍ່ສ້າງສະໜາມກ໊ອຟດັ່ງກ່າວຈະເປັນການພັດທະນາເສດຖະກິດພາຍໃນເຂດອ້ອມຂ້າງ ພ້ອມນັ້ນຍັງຈະເປັນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເພື່ອເປັນມິຕິໃໝ່ໃນການພັດທະນາດ້ານອຸດສາຫະກຳການທ່ອງທ່ຽວໃນຕົວເມືອງອີກດ້ວຍ.

ທ່ານ ສອນປະເສີດ ດາລາວົງ ຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ກ່າວວ່າ:ໂຄງການພດັທະນາເຂດເສດຖະກດິພິເສດບຶງທາດຫຼວງເປັນໜຶ່ງໃນ 21 ເຂດເສດຖະກິດພິເສດ ແລະ ໜຶ່ງໃນ 5 ເຂດເສດຖະກິດພິເສດທີ່ຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນທີ່ໄດ້ຮັບບູລິມະສິດພິເສດຕາມນະໂຍບາຍຂອງລັດຖະບານ ສ້າງຕັ້ງຂຶ້ນວັນທີ 28 ທັນວາ 2011 ເຊິ່ງໂຄງການດັ່ງກ່າວໂດຍອີງຕາມສັນຍາທີ່ລັດຖະບານໄດ້ເຊັນກັບບໍລິສັດ ອະສັງຫາລິມະຊັບວ້ານເຟີ່ງຊ່ຽງໄຮ້ ສປ ຈີນ ຈຳກັດ ເປັນເອກະຊົນຕ່າງປະເທດຖືຮຸ້ນ 100% ມີອາຍຸສໍາປະທານ 99 ປີ ເນື້ອທີ່ໂຄງການ 365 ເຮັກຕາ.

ເປົ້າໝາຍການພັດທະນາໂຄງການສ້າງໃຫ້ເຂດເສດຖະກິດທີ່ພຽບພ້ອມໄປດ້ວຍສິ່ງອໍານວຍຄວາມສະດວກຮອງຮັບໃຫ້ແກ່ຜູ້ລົງທຶນ ນິຕິບຸກຄົນ ແລະ ບຸກຄົນທັງພາຍໃນ ແລະ ຕ່າງປະເທດ ເປັນເຂດຕົວເມືອງທ່ອງທ່ຽວທີ່ທັນສະໄໝ ສະຫງົບປອດໄພ ເປັນຕົວເມືອງສີຂຽວມີໜອງນໍ້າໃຫ່ຍ 50 ເຮັກຕາ ມີບ່ອນຍ່າງຊົມທີວທັດທີ່ສວຍງາມ ສ້າງສູນການຄ້າ ແລະ ການບໍລິການ ທີ່ພັກອາໄສ ຮ້ານຄ້າ ຮ້ານອາຫານທະນາຄານ ໂຮງແຮມ ໂຮງຮຽນນາໆຊາດ ແລະ ໂຮງໝໍສາກົນທີ່ທັນສະໄໝ ໂຄງການສ້າງພະພຸດທະຮູບໃຫຍ່ສູງ 108 ແມັດ ກາງໜອງນໍ້າໃຫຍ່ ເປັນໂຄງການທີ່ສາມາດສ້າງວຽກເຮັດງານທໍາທາງກົງ ແລະ ທາງອ້ອມໃຫ້ສັງຄົມ ແລະ ເປັນຖານແຫຼ່ງລາຍຮັບທີ່ສໍາຄັນເຊັ່ນ: ອາກອນເງິນເດືອນ ອາກອນມູນຄ່າເພີ່ມໃຫ້ສູນກາງ ແລະ ທ້ອງຖິ່ນໃນອະນາຄົດ ເຊິ່ງໃນທ່າແຮງດ້ານນະໂຍບາຍສົ່ງເສີມຈາກລັດຖະບານ ແລະ ທີ່ຕັ້ງຂອງໂຄງການທີ່ສະດວກສະບາຍໃນການເຂົ້າເຖິງເສັ້ນທາງສາຍຫຼັກໃນນະຄອນຫຼວງວຽງຈັນ ແລະ ສະໜາມບິນສາກົນນັ້ນນັກລົງທຶນທັງພາຍໃນ ແລະ ຕ່າງປະເທດຈະໄດ້ປະໂຫຍດຈາກທີ່ຕັ້ງທີ່ເປັນຈຸດຍຸດທະສາດລວມທັງຄວາມສາມາດໃນການສະໜອງແຮງງານ ແລະ ຄວາມສະດວກສະບາຍທາງດ້ານລະບົບໄຟຟ້າ ນໍ້າປະປາ ເນື່ອງຈາກຕັ້ງຢູ່ໃຈກາງເມືອງນັກລົງທຶນຈະໄດ້ຮັບຜົນປະໂຫຍດຈາກຕະຫຼາດຜູ້ບໍລິໂພກຂະໜາດໃຫຍ່ ເຊິ່ງການໃຊ້ຈ່າຍຂອງຄົວເຮືອນສູງກວ່າເມື່ອທຽບກັບເຂດອື່ນໆໃນນະຄອນຫຼວງວຽງຈັນ ຄົນຕ່າງປະເທດສາ ມາດຊື້ ແລະ ເປັນເຈົ້າຂອງຜະລິດຕະພັນອະສັງຫາລິມະຊັບໃນເຂດນີ້ຕະຫຼອດໄລຍະເວລາໂຄງການ.

#VientianMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here