Saturday, July 27, 2024
Homeຂ່າວໜ້າໜຶ່ງຮອງປະທານປະເທດ ຕ້ອນຮັບທູດຕີມໍ-ເລສເຕ ເຂົ້າຢ້ຽມອຳລາ

ຮອງປະທານປະເທດ ຕ້ອນຮັບທູດຕີມໍ-ເລສເຕ ເຂົ້າຢ້ຽມອຳລາ

ໃນວັນທີ 28 ທັນວາ 2023 ທີ່ນະຄອນຫລວງວຽງຈັນ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະເທດປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບທ່ານ ນາງ ມາເຣຍ ເຣນາຕ້າ ຄາດັດ ດີ ເຈຊຸດ (Maria Renata Caldes De Jesus), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ເຂົ້າຢ້ຽມອຳລາ ໃນໂອກາດທີ່ໄດ້ສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ເປັນເວ ລາ 3 ປີ 6 ເດືອນ.

ໃນໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ນາງ ມາເຣຍ ເຣນາຕ້າ ຄາດັດ ດີ ເຈຊຸດ ທີ່ໄດ້ປະຕິບັດໜ້າການທູດ ດ້ວຍຄວາມຫ້າວຫັນ ແລະ ສຸມທຸກກໍາລັງແຮງຂອງຕົນ ເຂົ້າໃນການຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ເຊິ່ງຕະຫລອດ 21 ປີ ເຫັນວ່າສາຍພົວພັນມິດຕະພາບຂອງສອງປະເທດ ໄດ້ຮັບການພັດທະນາຍິ່ງໆຂຶ້ນ ໂດຍສະເພາະ ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ ແລະ ສົ່ງເສີມ ການໄປມາຫາສູ່ຂອງປະຊາຊົນສອງຊາດ. ພ້ອມນີ້, ທ່ານຮອງປະທານປະເທດ ຍັງໄດ້ອວຍພອນໃຫ້ ທ່ານ ນາງ ມາເຣຍ ເຣນາຕ້າ ຄາດັດ ດີ ເຈຊຸດ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສໍາເລັດ ໃນການປະຕິບັດໜ້າທີ່ໃໝ່ ຂອງຕົນໃນຕໍ່ໜ້າ.

ທ່ານ ນາງ ມາເຣຍ ເຣນາຕ້າ ຄາດັດ ດີ ເຈຊຸດ ໄດ້ສະແດງຄວາມຂອບໃຈ ທ່ານຮອງປະທານປະເທດ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງຢືນຢັນວ່ຈະສືບຕໍ່ຊຸກຍູ້ສົ່ງເສີມການພົວພັນ ແລະ ການຮ່ວມມືສອງຝ່າຍ ຕີມໍ-ເລສເຕ-ສປປ ລາວ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນ ເພື່ອນໍາເອົາຜົນປະ ໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ຕີມໍ-ເລສເຕ ແລະ ລາວ ໃນຕໍ່ໜ້າ.

ໃນວັນດຽວກັນ, ທ່ານ ນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການສຳນັກງານປະທານປະ ເທດ ແຫ່ງ ສປປ ລາວ ກໍໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ນາງ ມາເຣຍ ເຣນາຕ້າ ຄາດັດ ດີ ເຈຊຸດ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ເຂົ້າຢ້ຽມອຳລາ ເຊັ່ນກັນ.

ຂ່າວ: ກິດຕາ

ພາບ: ຂັນໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments