Saturday, July 27, 2024
Homeຂ່າວໜ້າໜຶ່ງສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງຂອງຫ້ອງວ່າການສູນກາງພັກ

ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງຂອງຫ້ອງວ່າການສູນກາງພັກ

ໃນວັນທີ 27 ທັນວາ 2023 ທີ່ຫ້ອງວ່າການສູນກາງພັກ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ພະ ນັກງານຫຼັກແຫຼ່ງ ຂອງຫ້ອງວ່າການສູນກາງພັກ ມີ ສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະ ເລຂາທິການສູນກາງພັກ ຫົວ ໜ້າຫ້ອງວ່າການສູນກາງພັກ ບັນດາສະຫາຍຄະນະພັກ ຄະນະນຳ ຄະນະກົມ ແລະ ຄະນະພະແນກ ຢູ່ພາຍໃນຫ້ອງວ່າການສູນກາງພັກເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.

ສະຫາຍ ທອງສະລິດ ມັງໜໍ່ເມກ ໄດ້ລາຍງານສະພາບລວມໂດຍຫຍໍ້ກ່ຽວກັບປະຫວັດຄວາມເປັນມາຂອງຫ້ອງວ່າ ການສູນກາງພັກ ແລະ ໄດ້ຕີລາຄາຜົນການເຄື່ອນໄຫວໃນໄລຍະຜ່ານມາ ຊີ້ໃຫ້ເຫັນດ້ານດີ ດ້ານຄົງຄ້າງສິ່ງທ້າທາຍ ແລະ ສະຫຼຸບຖອດຖອນໄດ້ 5 ບົດຮຽນທີ່ເປັນມູນເຊື້ອ ເປັນອຸດົມການ ຄະຕິເຕືອນໃຈໃຫ້ສະມາຊິກພັກ-ພະນັກງານ ທົ່ວຫ້ອງວ່າການສູນກາງພັກ ສືບຕໍ່ຮັກສາ ແລະເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ພ້ອມທັງໄດ້ ລາຍງານກ່ຽວກັບທິດທາງແຜນວຽກຈຸດສຸມຂອງຫ້ອງວ່າການສູນກາງພັກໃນຕໍ່ໜ້າ.

ໂອກາດນີ້ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ການນໍາພາຊີ້ນໍາ ແລະ ການເຄື່ອນໄຫວວຽກງານຂອງຄະນະພັກ ຄະນະນຳ ບັນດາສະຫາຍການນຳຫຼັກແຫຼ່ງ ແລະ ພະນັກງານທັງໝົດ ຂອງຫ້ອງວ່າການສູນກາງພັກ ຍົກໃຫ້ເຫັນມູນເຊື້ອຂອງຫ້ອງວ່າການສູນກາງພັກ ພ້ອມທັງໄດ້ໃຫ້ທິດຊີ້ນຳຕໍ່ການປັບປຸງ ແລະ ຍົກລະດັບຄຸນນະພາບໃນການປະຕິບັດພາລະບົດບາດ, ໜ້າທີ່ ຂອງຫ້ອງວ່າການສູນກາງພັກ ທີ່ເປັນເສນາທິການໃກ້ຊິດໃຫ້ແກ່ສູນກາງພັກ ໂດຍໄດ້ ເນັ້ນໜັກບາງເນື້ອໃນສຳຄັນ ຄື: ຕ້ອງສືບຕໍ່ເສີມຂະຫຍາຍທາດແທ້ ມູນເຊື້ອປະຕິວັດ ຂອງຫ້ອງວ່າການສູນກາງພັກ ທັງ 5 ດ້ານ ຄື:ຄວາມຈົງຮັກພັກດີ ຕໍ່ພັກ ຕໍ່ພາລະກິດປະຕິວັດ ຂອງພັກ ຕໍ່ອຸດົມການ ເສັ້ນທາງກ້າວເດີນ ແລະ ຈຸດໝາຍກ້າວຂຶ້ນ ຂອງປະເທດຊາດ ເປັນນໍ້າໜຶ່ງໃຈດຽວກັນ ສາມັກຄີປຸ້ມລຸມຊ່ວຍເຫຼືອ ເຊິ່ງກັນ ແລະກັນ ຖານສະຫາຍອ້າຍນ້ອງ ຮ່ວມອຸດົມການດຽວກັນ ເປັນແບບຢ່າງນໍາໜ້າ ດ້ານຄຸນທາດການເມືອງ ຄຸນສົມບັດສິນທໍາປະຕິວັດ ເປັນເສນາທິການຊ່ວຍການນໍາຂອງພັກ ດ້ວຍຄວາມຊື່ສັດບໍລິສຸດ ຮັບປະກັນຄວາມລັບຂອງພັກ ຂອງຊາດ ແລະ ເປັນເບົ້າຫຼໍ່ ເຝິກຝົນ ກໍ່ສ້າງ ບຸກຄະລາກອນ ທີ່ສໍາຄັນ ຂອງພັກ ຕ້ອງຍົກສູງບົດບາດ ເປັນເສນາທິການຊ່ວຍສູນກາງພັກ ແລະການນໍາ ຂອງພັກໃຫ້ສູງຂຶ້ນຕື່ມ ຮັບປະກັນປະສິດທິຜົນ ຕ້ອງເປັນເສນາທິການ ທີ່ປຽບເໝືອນ “ແຂນ ຂາ ແລະ ມັນສະໝອງ” ທີ່ເຂັ້ມແຂງ ໃຫ້ແກ່ສູນກາງພັກ ສືບຕໍ່ຍົກສູງບົດບາດ ໃນການຕິດຕາມ ຊຸກຍູ້ ການຜັນຂະຫຍາຍ ຈັດຕັ້ງປະຕິບັດມະຕິ ຄໍາສັ່ງ ແລະ ທິດຊີ້ນຳ ຂອງສູນກາງພັກ ສືບຕໍ່ປັບປຸງກົງຈັກການຈັດຕັ້ງຂອງຫ້ອງວ່າການສູນກາງພັກໃຫ້ກະທັດຮັດ ເຂັ້ມແຂງ ໜັກແໜ້ນ ແລະ ປອດໃສ ເອົາໃຈໃສ່ຍົກສູງຄຸນນະພາບ ຂອງຖັນແຖວບຸກຄະລາກອນ ໂດຍສະເພາະໃນຂົງເຂດ ຄົ້ນຄວ້າ ວິເຄາະ ວິໄຈ ສະຫຼຸບສັງລວມ;ຫ້າ ເກັບກໍາ ຄຸ້ມຄອງ ນໍາໃຊ້ ແລະ ເຜີຍແຜ່ ເອກະສານ ຂອງພັກ ຕາມທິດຫັນໄປສູ່ດີຈີຕອນ ສືບຕໍ່ເພີ່ມທະວີການຍົກລະດັບການພົວພັນຮ່ວມມື ກັບຫ້ອງວ່າການສູນກາງພັກ ຂອງບັນດາປະເທດເພື່ອນມິດຍຸດທະສາດໃຫ້ນັບມື້້ເຂົ້າສູ່ລວງເລິກ.

ນອກຈາກນັ້ນ ສະຫາຍ ເລຂາທິການໃຫຍ່ ຍັງໄດ້ໃຫ້ທິດຊີ້ນຳ ແລະ ແບ່ງປັນບົດຮຽນຕົວຈິງໃນການຊ່ວຍການນຳໃນການກະກຽມເອກະສານຕ່າງໆໃຫ້ມີຄຸນນະພາບສູງ ມີເນື້ອໃນເລິກເຊິ່ງ ແລະ ສະແດງຄວາມເຊື່ອໝັ້ນວ່າ ຫ້ອງວ່າການສູນກາງພັກ ຈະສືບຕໍ່ຈັດຕັ້ງປະຕິບັດພາລະບົດບາດ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງຕົນດ້ວຍຜົນສຳເລັດ ແລະ ຍົກສູງບົດບາດການເປັນເສນາທິການໃຫ້ສູນກາງພັກ ໃນການຈັດຕັ້ງຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໃຫ້ບັນລຸຕາມຄາດ ໝາຍທີ່ວາງໄວ້ ສ້າງພື້້ນຖານອັນໜັກແໜ້ນ ແລະ ກະກຽມຄວາມພ້ອມຮອບດ້ານເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ດ້ວຍຜົນສໍາເລັດໃໝ່.

ຂ່າວ: ຫ້ອງວ່າການສູນກາງພັກ,ພາບ: ແສງຈັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments