Saturday, July 27, 2024
Homeທຸລະກິດທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈັດງານລ້ຽງພົບປະລູກຄ້າ

ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈັດງານລ້ຽງພົບປະລູກຄ້າ

ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈຳກັດ (LVB) ຈັດງານລ້ຽງພົບປະລູກຄ້າ ປີ 2023 ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພສ 2565 ແລະ ຕ້ອນຮັບປີໃໝ່ລາວ ພສ 2566 ໃນວັນທີ 26 ທັນວາ 2023 ທີ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ຄຳວິໄລ ກາດອຸດົມ ຮອງກົມຄຸ້ມຄອງທະນາຄານທຸລະກິດ, ທະນາຄານແຫ່ງ ສປປ ລາວ, ມີຜູ້ອຳນວຍການ, ຮອງຜູ້ອຳນວຍການ, ບັນດາແຂກ, ລູກຄ້າ ແລະ ຄູ່ຮ່ວມທຸລະກິດ ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມ.

ທ່ານ ຫງວຽນ ດຶກຫວູ ຜູ້ອໍານວຍການໃຫຍ່ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈຳກັດ ໄດ້ກ່າວວ່າ: ໃນປີ 2023 ຍ້ອນໄດ້ຮັບການຊີ້ນຳ, ການອໍານວຍຄວາມສະດວກຂອງບັນດາການນຳທຸກຂັ້ນ; ທະນາຄານແຫ່ງ ສ ປປ ລາວ (ທຫລ); ການສະໜັບສະໜູນໂດຍກົງຈາກສອງທະນາຄານແມ່ BIDV ແລະ ທະນາຄານການຄ້າຕ່າງປະເທດ າງປະເທດມະຫາຊົນ (BCEL), LVB ມີຄວາມພາກພູມໃຈທີ່ຈະສືບຕໍ່ເປັນໜຶ່ງໃນບັນດາຫົວໜ່ວຍນຳໜ້າໃນການປະຕິບັດນະໂຍບາຍເງິນຕາຂອງ ທຫລ, ນະໂຍບາຍງົບປະມານການເງິນຂອງລັດຖະບານ ແລະ ເຂົ້າຮ່ວມການສະໜັບສະໜູນບັນດາວຽກງານສົ່ງເສີມການຄ້າແນໃສ່ເຮັດໃຫ້ເສດຖະກິດມີສະຖຽນລະພາບ, ຮັບໃຊ້ບັນດາເປົ້າໝາຍພັດທະນາເສດຖະກິດ-ສັງຄົມຂອງລາວ ຫລັງຈາກປະສົບກັບຄວາມຫຍຸ້ງຍາກໃນໄລຍະ 3-4 ປີທີ່ຜ່ານມາຍ້ອນຜົນກະທົບຈາກພະຍາດລະບາດ ແລະ ຄວາມບໍ່ໝັ້ນຄົງດ້ານການເມືອງທົ່ວໂລກ. ຄາດວ່າຮອດທ້າຍປີ 2023, ຍອດຊັບສິນທັງໝົດຂອງ LVB ຈະບັນລຸ ປະມານ 900 ລ້ານໂດລາສະຫະລັດ, ຍອດເງິນກູ້ລູກຄ້າຈະບັນລຸ ປະມານ 530 ລ້ານໂດລາສະຫະລັດ, ການລະດົມທຶນ ບຸກຄົນ ແລະ ອົງການຈັດຕັ້ງຈະບັນລຸ ປະມານ 800 ລ້ານໂດລາສະຫະລັດ, ສືບຕໍ່ເປັນໜຶ່ງໃນທະນາຄານທຸລະກິດທີ່ມີຂະໜາດໃຫຍ່ທີ່ສຸດໃນລາວ. ຕານ່າງການເຄື່ອນໄຫວທຸລະກິດກວ້າງຂວາງ ແລະ ຄວບຄຸມ ດ້ວຍລະບົບສາຂາ, ໜ່ວຍບໍລິການ ທີ່ທັນສະໄໝເຊິ່ງປັດຈຸບັນມີຢູ່ 9/18 ແຂວງໃຫຍ່ໆຂອງລາວ, ສ້າງວຽກເຮັດງານທຳ ແລະ ຮັບປະກັນລາຍຮັບ, ຊີວິດການເປັນຢູ່ໃຫ້ແກ່ພະນັກງານເກືອບ 500 ຄົນ.

LVB ຍັງມີຄວາມພາກພູມໃຈທີ່ເປັນໜຶ່ງໃນບັນດາທະນາຄານທຸລະກິດທີ່ມີລະບົບເຕັກໂນໂລຊີທີ່ທັນສະໄໝທີ່ສຸດໃນລາວ ດ້ວຍຫລາຍລາງວັນລະດັບສາກົນ ດ້ານລະບົບ core banking/ດ້ານທະນາຄານດີຈິຕອນ/ດ້ານເຕັກໂນໂລຊີ ແລະ ນະວັດຕະກໍາ, ເປັນທະນາຄານແຫ່ງທຳອິດທີ່ນຳໃຊ້ລະບົບລາຍນິ້ວມືໃນການຢືນຢັນການເຮັດທຸລະກໍາຂອງລູກຄ້າ. ຄຽງຄູ່ກັບບັນດາຜະລິດຕະພັນທະນາຄານແບບດັ້ງເດີມ, LVB ໄດ້ປະກາດນຳໃຊ້ຜະລິດຕະພັນ ແລະ ການບໍລິການ ທະນາຄານທີ່ທັນສະໄໝ ເຊັ່ນ: ທະນາຄານດີຈິຕອນ, eKYC, QRpay, ບັນດາບໍລິການຊຳລະອັດສະລິຍະ.

ທ່ານ ຫງວຽນ ດຶກຫວູ ຍັງກ່າວຕື່ມວ່າ: ໃນປີ 2024, LVB ຈະສືບຕໍ່ປະຕິບັດຕາມທິດທາງຍຸດທະສາດ, ເອົາລູກຄ້າເປັນໃຈກາງ, ສົ່ງເສີມຂະຫຍາຍສິນເຊື່ອ ແລະ ການລະດົມທຶນ, ຂະຫຍາຍຖານລູກຄ້າແບບຍືນຍົງ; ຊຸກຍູ້ການພັດທະນາຜະລິດຕະພັນບໍລິການໂດຍນໍາໃຊ້ເຕັກໂນໂລຊີເຂົ້າໃນການພັດທະນາ; ຍົກສູງຄຸນະພາບການບໍລິການລູກຄ້າ ດ້ວຍເປົ້າໝາຍສູງສຸດແມ່ນການເຟັ້ນຫາຄວາມເພິ່ງພໍໃຈຂອງລູກຄ້າຕໍ່ກັບຜະລິດຕະພັນ ບໍລິການຂອງ LVB.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments