Wednesday, May 15, 2024
Homeທ່ອງທ່ຽວຫຼວງນໍ້າທາ ສະເຫຼີມສະຫຼອງບຸນນະມັດສະການພະທາດຫຼວງນໍ້າທາ ແລະ ເປີດປີທ່ອງທ່ຽວລາວ 2024

ຫຼວງນໍ້າທາ ສະເຫຼີມສະຫຼອງບຸນນະມັດສະການພະທາດຫຼວງນໍ້າທາ ແລະ ເປີດປີທ່ອງທ່ຽວລາວ 2024

ແຂວງຫຼວງນໍ້າທາໄດ້ຈັດພິທີສະເຫຼີມສະຫຼອງບຸນນະມັດສະການພະທາດຫຼວງນໍ້າທາ ແລະ ເປີດປີທ່ອງທ່ຽວລາວ 2024 ຂຶ້ນໃນວັນທີ 26 ທັນວາ 2023 ໂດຍມີພະອາຈານ ບຸນທໍາ ບຸນວົງ ປະທານອົງການພຸດທະສາສະໜາສໍາພັນລາວ ແຂວງຫຼວງນໍ້າທາ ທ່ານ ຄໍາຟອງ ອິນມະນີ ປະທານສະພາປະຊາຊົນແຂວງ ຮອງເຈົ້າແຂວງກໍາມະການປະຈໍາພັກແຂວງ ກໍາມະການພັກແຂວງ ຫົວໜ້າພະແນກ-ຮອງຫົວໜ້າ ແຂກຖຶກເຊີນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີຊາວພຸດທະສາສະນິກະຊົນ 9 ບ້ານ ພາຍໃນເທດສະບານແຂວງຫຼວງນໍ້າທາ ໄດ້ພ້ອມກັນແຫ່ຜາສາດເຜີ້ງຂຶ້ນອ້ອມພະທາດແລ້ວຖວາຍ ຕີກອງໂຮມຢູ່ທີ່ເດີນພະທາດຫຼວງນໍ້າທາ ແລະ ໄດ້ສູດປະລິຕະມຸງຄຸນ ຈາກນັ້ນທ່ານ ສີວິໄລ ປັນແກ້ວ ຮອງເຈົ້າແຂວງ ໄດ້ລາຍງານສະພາບການກະກຽມການຈັດປີທ່ອງທ່ຽວລາວ 2024 ທີ່ແຂວງຫຼວງນໍ້າທາ ເຊິ່ງໄດ້ຮັບຮອງເອົາກິດຈະກໍາທີ່ຕິດພັນກັບງານບຸນປະເພນີຂອງປະຊາຊົນບັນດາເຜົ່າ ແລະ ວາງແຜນການເຄື່ອນ ໄຫວຕະຫຼອດປີ 2024 ທົ່ວແຂວງປະກອບມີ 15 ກິດຈະກໍາ ໃນນີ້ກິດຈະກຳລະດັບຊາດມີ 1 ກິດຈະກໍາ ລະດັບແຂວງມີ 5 ກິດຈະກໍາ ລະດັບເມືອງ 9 ກິດຈະກໍາ ການຈັດປີທ່ອງທ່ຽວລາວ 2024 ຢູ່ຂັ້ນແຂວງ ເມືອງ ແລະ ຂັ້ນບ້ານຂອງແຂວງຫຼວງນໍ້າທາໄດ້ຖືເອົາວັນທີ 26 ທັນວາ 2023 ເປັນມື້ຈັດພີທີເປີດປີທ່ອງທ່ຽວລາວ 2024 ຢ່າງເປັນທາງການ ຮ່ວມກັບງານບຸນນະມັດສະການພະທາດຫຼວງນໍ້າທາ.

ທ່ານ ຄໍາຟອງ ອີນມະນີ ກ່າວວ່າ: ພິທີເປີດປີທ່ອງທ່ຽວລາວໃນຄັ້ງນີ້ເປັນຄັ້ງທີ 4 ລັດຖະບານໄດ້ຖືເອົາການເປີດປີທ່ອງທ່ຽວລາວ ເປັນເຫດການໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ ສະແດງໃຫ້ເຫັນເຖີງຄວາມພ້ອມພຽງຮຽງໜ້າກັນ ໃນການເປັນເຈົ້າພາບທີ່ດີເພື່ອຕ້ອນຮັບນັກທ່ອງທ່ຽວທີ່ມາຈາກທົ່ວທຸກມູມໂລກ ຖືເອົາການເປີດປີທ່ອງທ່ຽວລາວເປັນບັ້ນໂຄ ສະນາການທ່ອງທ່ຽວຢ່າງກວ້າງຂວາງ ເປັນການພັດທະນາຮອບດ້ານ ແລະ ເຊື່ອມໂຍງຂອງທຸກຂະແໜງການໃນທົ່ວປະເທດ ຍົກສູງກໍາລັງແຮງສັງລວມຂອງຊາດຮ່ວມມືກັບພາກພື້ນ ແລະ ສາກົນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງຊາດ ອຳນວຍຄວາມສະດວກ ແລະ ດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວລາວນັບມື້ນັບເພີ່ມຂຶ້ນ ປະກອບສ່ວນສ້າງວຽກເຮັດງານທຳໃຫ້ແກ່ສັງຄົມ, ສ້າງລາຍຮັບມາສູ່ປະເທດຊາດໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້.

ທ່ານກ່າວຕື່ມອີກວ່າ: ແຂວງຫຼວງນໍ້າທາແມ່ນແຂວງໜຶ່ງທີ່ມີຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ ມີພູມອາກາດເອື້ອອໍານວຍເໝາະແກ່ການຜະລິດກະສິກຳເຊັ່ນ: ການປູກເຂົ້າ ປູກພືດເປັນສິນຄ້າ ແລະ ການລ້ຽງສັດໂດຍສະເພາະແມ່ນປ່າສະຫງວນແຫ່ງຊາດນ້ຳຫ້າ ອຸທິຍານມໍລະດົກອາຊຽນ ມີພາສາປາກເວົ້າ ແລະ ວັດທະນະ ທຳຫຼາຍເຜົ່າມີດ່ານສາກົນ ແລະ ທ້ອງຖິ່ນ ມີສະໜາມບິນ ເສັ້ນທາງອະນຸພາກພື້ນ ແລະ ເສັ້ນທາງລົດໄຟລາວ-ຈີນຜ່ານ ມີສະຖານທີ່ທ່ອງທ່ຽວທາງທຳມະຊາດ ວັດທະນະທຳ ແລະ ປະຫວັດສາດ ມີນະໂຍບາຍສົ່ງເສີມການລົງທຶນຮູບແບບຕ່າງໆ ທີ່ເປັນເງື່ອນໄຂທີ່ສະດວກທີ່ສຸດ ເປັນການເອກອ້າງ ແລະ ນໍາໃຊ້ກາລະໂອກາດດັ່ງກ່າວໂຄສະນາການທ່ອງທ່ຽວໃນບັ້ນປີທ່ອງທ່ຽວລາວ 2024 ໃຫ້ກວ້າງຂວາງ ເພື່ອໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວຢູ່ແຂວງ ນັບມື້ນັບເພີ່ມຂຶ້ນໃນແຕ່ລະປີ ທັງເປັນການສ້າງລາຍຮັບໃຫ້ແຂວງນັບມື້ນັບຫຼາຍຂຶ້ນ ແລະ ມີຄວາມຍືນຍົງ ເຊິ່ງໄດ້ຖືເອົາການເປີດປີທ່ອງທ່ຽວລາວ 2024 ເປັນບັ້ນໂຄສະນາດ້ານວັດທະນະທໍາ ຮີດຄອງປະເພນີອັນດີງາມຂອງຊາດລາວໃຫ້ໂລກໄດ້ຮັບຮູ້ ໄດ້ສໍາພັດຢ່າງກ້ວາງຂວາງ ປະທັບໃຈ ແລະ ທ່ອງທ່ຽວຢ່າງສະບາຍໃຈໃຫ້ຄືກັບຢູ່ບ້ານຂອງຕົນ ໂອກາດນີ້ ທ່ານປະທານພ້ອມຄະນະໄດ້ໃຫ້ກຽດຕັດແຖບຜ້າ ລັ່ນຄອງ 9 ບາດ ເພື່ອເປັນການເປີດປີທ່ອງທ່ຽວລາວ 2024 ຢູ່ຂັ້ນແຂວງຢ່າງເປັນທາງການ ພ້ອມນັ້ນຜູ້ເຂົ້າຮ່ວມໄດ້ຊົມການສະແດງສິລະປະ-ວັນນະຄະດີ ຊົມການຈູດດອກໄມ້ໄຟ 9 ດວງ ແລະ ປ່ອຍໂຄມໄຟ 99 ດອກດ້ວຍບັນຍາກາດຄືກຄື້ນມ່ວນຊື່ນ.

ຂ່າວ-ພາບ: ສົມພອນ ຂຸນດາວົງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments