Saturday, July 27, 2024
Homeຂ່າວພາຍໃນແຂວງຫຼວງພະບາງ ຍົກລະດັບ ທິດສະດີການເມືອງລະບົບຂັ້ນກາງ 06 ເດືອນ ຮຸ່ນທີ II ໃຫ້ພະນັກງານ-ລັດຖະກອນ

ແຂວງຫຼວງພະບາງ ຍົກລະດັບ ທິດສະດີການເມືອງລະບົບຂັ້ນກາງ 06 ເດືອນ ຮຸ່ນທີ II ໃຫ້ພະນັກງານ-ລັດຖະກອນ

———————

ພິທີເປີດຊຸດອົບຮົມ ທິດສະດີການເມືອງ-ການປົກຄອງ ໃຫ້ພະນັກງານ-ລັດຖະກອນ ໃນແຂວງຫຼວງພະບາງ ໄດ້ຈັດຂຶ້ນວັນທີ 27 ທັນວາ 2023 ທີ່ໂຮງຮຽນການເມືອງ-ການປົກຄອງແຂວງ ໂດຍການເຂົ້າຮ່ວມເປີດພິທີຂອງທ່ານ ນາງ ວຽນວິໄລ ດີລະພັນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະອົບຮົມແຂວງຫຼວງພະບາງ,ທ່ານ ຮອງຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ,ພ້ອມດ້ວຍຄະນະ,ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.

ການຈັດຊຸດອົບຮົມຄັ້ງນີ້ ໂດຍປະຕິບັດຕາມຂໍ້ຕົກລົງ ຂອງຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ວ່າດ້ວຍການ ອານຸມັດເປີດຊຸດຮຽນທິດສະດີການເມືອງຂັ້ນກາງຮຸ່ນທີ II ຢູ່ໂຮງຮຽນການເມືອງ-ການປົກຄອງ ແຂວງຫຼວງພະບາງ ແລະມະຕິຕົກລົງຂອງຄະນະປະຈຳພັກແຂວງ ໃນປີ 2023 ວ່າດ້ວຍການຕົກລົງໃຫ້ພະນັກງານ-ລັດຖະກອນເຂົ້າຮຽນທິດສະດີການເມືອງລະບົບ ຂັ້ນກາງ 06 ເດືອນ ຮຸ່ນທີ່ II ຢູ່ໂຮງຮຽນການເມືອງ-ການປົກຄອງ ແຂວງຫຼວງພະບາງ.ຕາມມາດຖານ ແລະ ເງື່ອນໄຂ ຂອງພະນັກງານຕຳແໜ່ງບໍລິຫານປະເພດ 4 ແລະ ປະເພດ 5. ເຊິ່ງຈະໄດ້ຍົກລະດັບຄວາມຮູ້, ຄວາມສາມາດ ດ້ານທິດສະດີການເມືອງ, ແນວຄິດໄກສອນ ພົມວິຫານ,ແນວທາງປຜນນະໂຍບາຍ ຂອງພັກ ແລະການຄຸ້ມຄອງ ຂອງລັດ, ເຮັດໃຫ້ພະນັກງານ ມີແນວຄິດຫຼັກໝັ້ນຊົນຊັ້ນກໍາມະກອນ, ມີແນວຄິດເຊື່ອໝັ້ນຕໍ່ການນຳພາ ຂອງພັກ, ເຊື່ອໝັ້ນຕໍ່ອຸດົມການ ກໍຄືພາລະກິດປ່ຽນແປງໃໝ່ຢ່າງມີຫຼັກການ ຂອງພັກ, ມີຄວາມຈົງຮັກພັກດີ ຕໍ່ປະເທດຊາດ, ມີຄວາມຫ້າວຫັນ ເປັນແບບຢ່າງໃນທຸກວຽກງານ, ເຮັດໃຫ້ການປະຕິບັດໜ້າທີ່ວຽກງານນັບມື້ນັບມີຄຸນນະພາບສູງຂຶ້ນ. ສ້າງພະນັກງານນຳພາ-ຄຸ້ມຄອງ ຢູ່ສູນກາງ ແລະທ້ອງຖິ່ນ ມີຄຸນທາດການເມືອງຢ່າງໜັກແໜ້ນ, ມີລະດັບຄວາມສາມາດໃນການຄຸ້ມຄອງ ແລະຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍ ຂອງພັກໃຫ້ປະກົດຜົນເປັນຈິງ ພ້ອມກັນນັ້ນ, ເຮັດໃຫ້ພະນັກງານນຳພາ-ຄຸ້ມຄອງ ມີຄວາມຮູ້ທາງດ້ານທິດສະດີ ແລະພຶດຕິກໍານໍາໃຊ້ຄວາມຮູ້ດັ່ງກ່າວເຂົ້າໃນວຽກງານ ຂອງຕົນຮັບຜິດຊອບໃຫ້ມີປະສິດທິພາບສູງຂຶ້ນ.

ຫຼັກສູດທິດສະດີການເມືອງຂັ້ນກາງຄັ້ງນີ້ ໃຊ້ເວລາຮຽນທັງໝົດ 6 ເດືອນ ຫຼື ເທົ່າກັບ(29)ອາທິດ ຫຼື 145 ວັນ, ໃນນັ້ນ: ປະກອບມີ 14 ວິຊາ ຫຼື 6 ກຸ່ມວິຊາຄື ຄື: ກຸ່ມວິຊາປັດຊະຍາມາກ-ເລນິນ ແລະ ວັດທະນະທຳ ,ກຸ່ມວິຊາເສດຖະສາດການເມືອງມາກ-ເລນິນ ແລະ ຄຸ້ມຄອງເສດຖະກິດ. ກຸ່ມວິຊາລັດທິສັງຄົມນິຍົມວິທະຍາສາດ, ພົວພັນສາກົນ, ສັງຄົມສາດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ແນວຄິດໄກສອນ ພົມວິຫານ (ການເມືອງ, ເສດຖະກິດ, ສັງຄົມ ແລະວັດທະນະທໍາ).ກຸ່ມວິຊາພື້ນຖານການຄຸ້ມຄອງບໍລິຫານລັດ, ທິດສະດີລັດ ແລະກົດໝາຍ, ເຕັກນິກບໍລິຫານ ແລະກຸ່ມວິຊາປະຫວັດສາດພັກ ແລະກໍ່ສ້າງພັກ ປະກອບມີ 2 ວິຊາ.

ພິທີດັ່ງກ່າວນີ້ ທ່ານ ນາງ ວຽນວິໄລ ດີລະພັນ ຄະນະປະຈໍາພັກແຂວງ ແລະຮອງຫົວໜ້າສະຖາບັນການເມືອງ-ການປົກຄອງ ແຫ່ງຊາດ ກໍໄດ້ພັດປ່ຽນການມີຄໍາເຫັນໂອ້ລົມ ໂດຍເນັ້ນ ໃຫ້ຄູ-ອາຈ ານ ແລະນັກສຶກສາ ສຸມໃສ່ການຮຽນ-ການສອນ ໃຫ້ປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

#MediaLaos

ຂ່າວ: ເພັດສາຄອນ ສິມມະວົງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments