Saturday, July 27, 2024
Homeຂ່າວພາຍໃນຍົກສູງຂີດຄວາມສາມາດວຽກງານທະບຽນສານ

ຍົກສູງຂີດຄວາມສາມາດວຽກງານທະບຽນສານ

ຊຸດເຝິກອົບຮົມວຽກງານທະບຽນສານ ໄດ້ໄຂຂຶ້ນ ໃນວັນທີ 25 ຫາ 29 ທັນວາ 2023 ທີ່ ສະຖາບັນຍຸຕິທຳແຫ່ງຊາດ ເປັນປະທານຂອງ ທ່ານ ເກດສະໜາ ພົມມະຈັນ ຮອງລັດຖະມົນຕີກະຊວງຍຸຕິທຳ ມີຫົວໜ້າ ຮອງ ກົມ ຮອງຫົວໜ້າກົມ ສະຖາບັນຍຸຕິທໍາແຫ່ງຊາດ ຄະນະຮັບຜິດຊອບ ຄູ-ອາຈານ ແລະ ນັກເຝິກອົບຮົມເຂົ້າຮ່ວມ.

ໃນພິທີ ທ່ານ ປະທານ ໄດ້ມີຄໍາເຫັນວ່າ: ວຽກງານທະບຽນສານແມ່ນວຽກໜຶ່ງທີ່ສຳຄັນໃນບັນດາວຽກງານຕ່າງໆ ຂອງຂະບວນການຍຸຕິທຳ ເນື່ອງຈາກວ່າ ອົງການທະບຽນສານ ເປັນອົງການຈັດຕັ້ງໜຶ່ງ ທີ່ເປັນພະຍານທີ່ໜ້າເຊື່ອຖື ແລະ ໄວ້ວາງໃຈຂອງສັງຄົມ ທັງນີ້ກໍເພາະວ່າ ອົງການທະບຽນສານ ແມ່ນການຈັດຕັ້ງຂອງລັດ ທີ່ຢັ້ງຢືນຄວາມຖືກຕ້ອງຂອງສັນຍາ ແລະ ເອກະສານອື່ນ ຕາມຄວາມເປັນຈິງ ແລະ ຕາມກົດໝາຍ ທີ່ສາມາດນຳໃຊ້ເປັນຫຼັກຖານ ແນໃສ່ເພີ່ມທະວີນິຕິທຳ ປົກປ້ອງຄວາມຍຸຕິທຳ ສິດ ແລະ ຜົນປະໂຫຍດອັນຊອບທຳຂອງບຸກຄົນ ນິຕິບຸກຄົນ ແລະ ການຈັດຕັ້ງຕ່າງໆ ຈຸດປະສົງການເຝິກອົບຮົມໃນຄັ້ງນີ້ ກໍເພື່ອເປັນການຍົກລະດັບຄວາມຮູ້ ຄວາມສາມາດ ແລະ ທັກສະໃຫ້ພະນັກງານທະບຽນສານ ແລະ ວິຊາການກົດໝາຍ ທີ່ເຮັດວຽກຢູ່ກົມທະບຽນສານ ຫ້ອງການ ແລະ ໜ່ວຍງານທະບຽນສານ ໃຫ້ສູງຂຶ້ນ.

ສຳລັບເປົ້າໝາຍຜູ້ເຂົ້າຮ່ວມຊຸດເຝິກອົບຮົມໃນຄັ້ງນີ້ ມີຈໍານວນ 62 ທ່ານ ຍິງ 30 ທ່ານ ທີ່ມາຈາກກົມທະບຽນສານ ບັນດາພະແນກຍຸຕິທໍາແຂວງ ແລະ ນະຄອນຫຼວງວຽງຈັນ ໃນຊຸດເຝິກອົບຮົມດັ່ງກ່າວຜູ້ເຂົ້າຮ່ວມເຝິກຈະໄດ້ຮຽນຮູ້ກ່ຽວກັບຄວາມໝາຍ ຄວາມສໍາຄັນຂອງວຽກງານທະບຽນສານ ຈັນຍາບັນຂອງນາຍທະບຽນສານ-ພະນັກງານທະບຽນສານ ທີ່ຕັ້ງ ພາລະບົດບາດ ສິດ ແລະ ໜ້າທີ່ຂອງອົງການທະບຽນສານ ທັກສະໃນການຄົ້ນຄວ້າ ແລະ ກວດກາສັນຍາປະເພດຕ່າງໆ ທັກສະໃນການຄົ້ນຄວ້າ ແລະ ກວດກາເອກະສານປະເພດຕ່າງໆ ແລະ ການເກັບຮັກສາ ແລະ ການທຳລາຍເອກະສານ.

ໃນຕອນທ້າຍ ທ່ານ ຮອງລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ຮຽກຮ້ອງມາຍັງນັກເຝິກອົບຮົມທຸກຄົນ ຈົ່ງໄດ້ເຊີດຊູຄວາມຮັບຜິດຊອບ ຄວາມເປັນເຈົ້າການ ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຝິກອົບຮົມຕາມການມອບໝາຍຂອງການຈັດຕັ້ງໃຫ້ໄດ້ຮັບຜົນສຳເລັດສູງ ພ້ອມທັງເປັນເຈົ້າການໃນການແລກປ່ຽນບົດຮຽນ ປະສົບການນໍາຄູ-ອາຈານ ບັນຫາໃດທີ່ຍັງເຫັນວ່າພົບຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ເພື່ອເປັນບ່ອນອີງໃຫ້ແກ່ການແກ້ໄຂຄວາມຫຍຸ້ງຍາກໃນຕໍ່ໜ້າ ຊຸດເຝິກອົບຮົມດັ່ງກ່າວຈະດຳເນີນໄປເປັນເວລາ 5 ວັນຈຶ່ງສຳເລັດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments