Saturday, July 27, 2024
Homeຂ່າວການເມືອງກອງປະຊຸມສະໄໝສາມັນເທື່ອທີ 6 ຂອງ ສະພາປະຊາຊົນແຂວງຜົ້ງສາລີ ຊຸດທີ II ໄຂຂຶ້ນຢ່າງເປັນທາງການ.

ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງ ສະພາປະຊາຊົນແຂວງຜົ້ງສາລີ ຊຸດທີ II ໄຂຂຶ້ນຢ່າງເປັນທາງການ.

ຕອນເຊົ້າຂອງວັນທີ 27 ທັນວາ 2023 ຢູ່ທີ່ຫ້ອງປະ ຊຸມສະພາປະຊາຊົນແຂວງ, ໄດ້ຈັດກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງຜົ້ງສາລີ ຊຸດທີ II ຂຶ້ນຢ່າງເປັນທາງການໂດຍພາຍໃຕ້ການເປັນປະທານຂອງທ່ານ ທອງສີ ເສົາສຸລິພົມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ, ພ້ອມດ້ວຍອະດີດພະນັກງານການນຳແຂວງ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ທ່ານ ທອງສີ ເສົາສຸລິພົມ ປະທານສະພາປະຊາຊົນແຂວງຜົ້ງສາລີກ່າວໄຂກອງປະຊຸມວ່າ: ກອງປະຊຸມສະໄຫມສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ II ຄັ້ງນີ້ ຈະດຳເນີນເປັນເວລາ 2 ວັນ ແລະ ຈະໄດ້ຮັບຟັງການລາຍງານ, ພິຈາລະນາ ແລະ ຮັບຮອງບັນດາເນື້ອໃນທີ່ສໍາຄັນພື້ນຖານຂອງແຂວງ ເປັນຕົ້ນແມ່ນ: ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024; ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024; ບົດລາຍງານການຈັດຕັ້ງປະຕິບັດ ວຽກງານ ປະຈໍາປີ 2023 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ຂອງອົງການກວດສອບປະຈໍາພາກເໜືອ ແລະ ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ປະຈໍາປີ 2022; ບົດລາຍງານການຈັດຕັ້ງປະຕິບັດ ວຽກງານ ປະຈໍາປີ 2023 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ຂອງອົງການກວດກາລັດແຂວງ; ບົດລາຍງານຜົນການຕິດຕາມກວດກາ ແລະ ແກ້ໄຂຕາມຜົນຂອງການກວດສອບ ປະຈໍາປີ 2021; ບົດລາຍງານຂອງອົງການໄອຍະການປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2023 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024; ບົດລາຍງານຂອງຂອງສານປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2023 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024; ບົດລາຍງານຂອງສະພາປະຊາຊົນແຂວງ ຊຸດທີ II ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024. ນອກນັ້ນ, ຍັງຈະໄດ້ຮັບຟັງການຊີ້ແຈງ ຂອງສະມາຊິກອົງການປົກຄອງແຂວງ ແລະ ຂອງພາກສ່ວນກ່ຽວຂ້ອງ ຈໍານວນໜຶ່ງ ຕໍ່ຄໍາຊັກຖາມຂອງຄະນະປະຈຳສະພາປະຊາຊົນແຂວງ ແລະ ຕໍ່ຄຳເຈາະຈີ້ມຂອງບັນດາສະມາຊິກສະພາປະຊາຊົນແຂວງ.​

ໂອກາດນີ້, ປະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາປະຊາຊົນແຂວງ ຈົ່ງໄດ້ນໍາໃຊ້ສິດປະຊາທິປະໄຕ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ ໃນການສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າຢ່າງເລິກເຊິ່ງ, ປະກອບສ່ວນ ປະກອບຄໍາເຫັນ ຕໍ່ທຸກບັນຫາຢ່າງຖີ່ຖ້ວນ, ສ້າງສັນ, ພາວະວິໄສ, ມີເຫດມີຜົນ, ແທດຕົວຈິງ ແລະ ຮັດກຸມ ບົນພື້ນຖານແນວທາງປ່ຽນແປງໃໝ່ຂອງພັກ, ລັດຖະທໍາມະນູນ, ກົດໝາຍຂອງລັດ ແລະ ສະພາບຄວາມເປັນຈິງທາງດ້ານເສດຖະກິດ- ສັງຄົມ ຂອງປະເທດເຮົາໃນປັດຈຸບັນ ພ້ອມທັງ ຊອກຫາວິທີການ, ມາດຕະການແກ້ໄຂບັນດາບັນຫາທີ່ຍັງເປັນຄວາມເປັນຫ່ວງ ເປັນໄຍຂອງສັງຄົມ, ເປັນບັນຫາຮີບດ່ວນ ແລະ ເຄັ່ງຮ້ອນຂອງສັງຄົມພວກເຮົາໃນປັດຈຸບັນ ເພື່ອສ້າງຄວາມເປັນເອກະພາບສູງ ກັບ ເນື້ອໃນທີ່ຈະນໍາມາພິຈາລະນາ, ຮັບຮອງເອົາໃນກອງປະຊຸມຄັ້ງນີ້ ເພື່ອໃຫ້ມີຄຸນນະພາບ ແລະ ສາມາດນໍາໄປຈັດຕັ້ງໄດ້ຢ່າງເປັນຮູບປະທໍາ ຢ່າງແທ້ຈິງ.

ໃນໄລຍະດຳເນີນກອງປະຊຸມ, ຄະນະເລຂາທິການສະພາປະຊາຊົນແຂວງ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນທີ່ມີຕໍ່ການບໍລິຫານວຽກງານ ຂອງອົງການບໍລິຫານລັດ ໂດຍຜ່ານໂທລະສັບສາຍດ່ວນທີ່ບໍ່ເສຍຄ່າ ໃນໂມງລັດຖະການ ຕາມໝາຍເລກ ໂທລະສັບ 088 156 ຫຼື ແຟັກ 088 210 102.

#Medialaos#Phongsaly

#ສື່ມວນຊົນແຂວງຜົ້ງສາລີ#ສະພາປະາຊົນແຂວງຜົ້ງສາລີ

ພາບ – ຂ່າວ: ແສງຄຳ ສາລີວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments