Saturday, July 27, 2024
Homeຂ່າວພາຍໃນສະພາປະຊາຊົນແຂວງ ສະຫວັນນະເຂດ ໄດ້ຈັດກອງປະຊຸມຍົກສູງຄຸນນະພາບດ້ານເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ II.

ສະພາປະຊາຊົນແຂວງ ສະຫວັນນະເຂດ ໄດ້ຈັດກອງປະຊຸມຍົກສູງຄຸນນະພາບດ້ານເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ II.

ໃນລະຫວ່າງ ວັນທີ 25 – 26 ທັນວາ 2023 ສະພາປະຊາຊົນແຂວງ ສະຫວັນນະເຂດ ໄດ້ຈັດກອງປະຊຸມຍົກສູງຄຸນນະພາບດ້ານເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ II ທີ່ຫ້ອງປະຊຸມຊັ້ນ 4 ຂອງຫ້ອງວ່າການແຂວງສະຫວັນນະເຂດ ໂດຍພາຍໃຕ້ການນໍາພາ ແລະ ເປັນປະທານ ຂອງທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີບັນດາທ່ານ ຮອງປະທານສະພາປະຊາຊົົນແຂວງ,ທ່ານ ຮອງເຈົ້າແຂວງ, ບັນດາທ່ານ ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າພະແນກການອອ້ມຂ້າງແຂວງ, ອົງການທຽບເທົ່າ, ອົງການຈັດຕັ້ງມະຫາຊົນ ແລະ ພ້ອມດ້ວຍວິຊາການຈາກພະແນກການ, ສະພາປະຊາຊົນແຂວງ ຈໍານວນໜຶ່ງ ລວມຜູ້ເຂົ້າຮ່ວມທັງໝົດ 122 ຄົນ.

ກອງປະຊຸມ ຄັ້ງນີ້ ແມ່ນເປັນການຈັດຄັ້ງທໍາອິດ ທັງນີ້ກໍ່ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຄົ້ນຄວ້າປະກອບຄໍາເຫັນ ມີລັກສະນະວິຊາການ ເປັນການຊຸກຍູ້ການປະຕິບັດພາລະບົດບາດຂອງແຕ່ລະພາກສ່ວນໃຫ້ຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ ແລະ ທັງຮັບປະກັນບັນດາດ້ານເນື້ອໃນທີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ II ເປັນຕົ້ນແມ່ນ ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024, ບົດລາຍງານຂອງອົງການກວດສອບ ປະຈໍາພາກກາງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ກາງສະໄໝ ຂອງແຜນການ 5 ປີ (2021 – 2025) ແລະ ທິດທາງແຜນການ ທ້າຍສະໄໝ ຮອດປີ 2025; ການເຄື່ອນໄຫວວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024; ບົດລາຍງານຜົນການກວດສອບ ບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2022; ບົດລາຍງານອົງການກວດກາລັດແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກາງສະໄໝ ຂອງແຜນການ 5 ປີ (2021 – 2025) ແລະ ທິດທາງແຜນການທ້າຍສະໄໝ ຮອດປີ 2025; ການເຄື່ອນໄຫວວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ບົດລາຍງານຜົນການກວດກາ ຕາມຜົນການກວດສອບ ປະຈໍາປີ 2022; ການປະເມີນການຈັດຕັ້ງປະຕິບັດນິຕິກໍາໃຕ້ກົດໝາຍ ຈໍານວນ 4 ສະບັບ, ແຜນການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ ຈໍານວນ 2 ສະບັບ;

ໃນຕອນທ້າຍ ທ່ານ ກົງແກ້ວ ມີວໍລະຈັກ ປະທານກອງປະຊຸມ ກໍ່ໄດ້ມີຄໍາເຫັນຕໍ່ກອງປະຊຸມວ່າ ການຈັດກອງປະຊຸມຄັ້ງນີ້ ກໍ່ສະແດງໃຫ້ເຫັນວ່າບັນດາທ່ານ ສະມາຊິກສະພາປະຊາຊົນແຂວງ ມີຄວາມຮັບຜິດຊອບສູງໃນການປະຕິບັດໜ້າທີ່ການເມືອງຂອງຕົນ ແລະ ບັນດາພາກສ່ວນກ່ຽວຂ້ອງຕ່າງໆ ທີ່ກະກຽມເນື້ອໃນລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ II ຈົ່ງສືບຕໍ່ນໍາເອົາບົດລາຍງານໄປປັບປຸງຕາມພາລະບົດບາດ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ ເພື່ອຮັບປະກັບໃນການພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນ ດັ່ງກ່າວ ສໍາເລັດຕາມແຜນການທີ່ວາງໄວ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments