Saturday, July 27, 2024
Homeຂ່າວຕ່າງປະເທດມາເລເຊຍ-ສິງກະໂປ ເລັ່ງການຟື້ນຟູແຜນການທາງລົດໄຟຄວາມໄວສູງ

ມາເລເຊຍ-ສິງກະໂປ ເລັ່ງການຟື້ນຟູແຜນການທາງລົດໄຟຄວາມໄວສູງ

ວິທະຍຸ ສາກົນ ແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້ ທ່ານ ອັນວາ ບິນ ອິບຣາຮິມ, ນາຍົກລັດຖະມົນຕີ ມາເລເຊຍ ປະກາດວ່າ: ລັດຖະບານ ມາເລເຊຍ ເຫັນດີ ໃນດ້ານຫລັກການ ໃນການຟື້ນຟູ ດຳເນີນໂຄງການ ທາງລົດໄຟ ຄວາມໄວສູງ ທີ່ເຊື່ອມຕໍ່ ນະຄອນຫລວງ ກົວລາລຳເປີ ຂອງມາເລເຊຍ ກັບສິງກະໂປ. ຂະນະທີ່ ມາເລເຊຍ ແລະ ສິງກະໂປ ປະກາດ ແຜນການລົດໄຟ ຄວາມໄວສູງ ມາເລເຊຍ-ສິງກະໂປ ໃນເດືອນກຸມພາປີ 2013 ແລະ ໄດ້ເຊັນສັນຍາກັນ ໃນເດືອນທັນວາປີ 2016. ເດືອນມັງກອນປີ 2021, ສອງຝ່າຍ ໄດ້ອອກ ຖະແຫລງ ການຮ່ວມ ໂດຍໄດ້ປະກາດ ຍົກເລີກ ໂຄງ ການ ລົດໄຟ ຄວາມໄວສູງ ດັ່ງກ່າວ, ສາເຫດ ແມ່ນຍ້ອນວ່າ ສອງຝ່າຍ ບໍ່ສາມາດ ກ້າວເຖິງຂັ້ນ ມີຄວາມເຫັນ ທີ່ເປັນ ເອກະພາບກັນ ກ່ຽວກັບ ການປັບປຸງ ໂຄງການ ກ່ອນເວລາກຳນົດ. ຈາກນັ້ນ ມາເລເຊຍ ໄດ້ຈ່າຍຄ່າ ຊົດເຊີຍ ໃຫ້ແກ່ ສິງກະໂປ ຕາມສັນຍາ./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments