Saturday, July 27, 2024
Homeຂ່າວພາຍໃນ10 ປີ ນວ ສາມາດຮັບຮອງສິນຄ້າໂອດ໋ອບ ໄດ້ 68 ຫົວໜ່ວຍ 289 ຜະລິດຕະພັນ

10 ປີ ນວ ສາມາດຮັບຮອງສິນຄ້າໂອດ໋ອບ ໄດ້ 68 ຫົວໜ່ວຍ 289 ຜະລິດຕະພັນ

ການຊຸກຍູ້ ສົ່ງເສີມ ແລະ ຜົນການປະເມີນຄືນການເຄື່ອນ ໄຫວຂອງບັນດາຫົວໜ່ວຍທຸລະກິດໜຶ່ງເມືອງ ໜຶ່ງຜະລິດ ຕະພັນແຫ່ງຊາດ (ໂອດ໋ອບ) ຢູ່ນະຄອນວຽງຈັນ (ນວ) ໃນໄລຍະ 10ປີ ຜ່ານມາ ມີທ່າຂະຫຍາຍຕົວ ປັດຈຸບັນມີຜະລິດຕະພັນໂອດ໋ອບເກືອບ 300 ລາຍການ.

ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາ ຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ກ່າວໃນກອງປະຊຸມສະຫຼຸບການເຄື່ອນໄຫວຊຸກຍູ້ ສົ່ງເສີມ ແລະ ຜົນການປະເມີນຄືນການເຄື່ອນໄຫວຂອງບັນດາຫົວໜ່ວຍທຸລະກິດໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ (ໂອດ໋ອບ) ປະຈຳປີ 2023 ແລະ ທິດທາງແຜນການປີ 2024 ຂອງນະຄອນຫຼວງວຽງຈັນວ່າ: ກອງປະຊຸມຄັ້ງນີ້ແນໃສ່ເພື່ອປັບປຸງບັນຍາກາດໃນການ ດໍາເນີນທຸລະກິດຢູ່ ນວ ໃຫ້ດີຂຶ້ນແນໃສ່ຍາດແຍ່ງ ແລະ ດຶງດູດເອົາການລົງທຶນທີ່ມີຄຸນນະພາບຊຸກຍູ້ສົ່ງເສີມ ສ້າງຂີດຄວາມອາດສາມາດໃນການແຂ່ງຂັນຂອງທຸລະກິດພາຍໃນໃຫ້ສູງຂຶ້ນ ກໍຄື ການ ແກ້ໄຂຄວາມຫຍຸ້ງຍາກຂອງການດໍາເນີນທຸລະກິດຢູ່ພາຍ ໃນ ນວ ໃຫ້ຫຼຸດລົງແບບກ້າວກະໂດດໂດຍການຫຼຸດຜ່ອນຂັ້ນຕອນ ແລະ ເວລາໃນການອອກອະນຸຍາດຕ່າງໆຂອງຂະແໜງການທີ່ກ່ຽວຂ້ອງໃຫ້ມີຄວາມວ່ອງໄວ ໂປ່ງໃສ ມີຜົນສັກສິດ ຫຼຸດຜ່ອນຕົ້ນທຶນໃນການດໍາເນີນກິດຈະການຂອງພາກທຸລະກິດເຮັດໃຫ້ນັກລົງທຶນພາຍໃນ ແລະຕ່າງ ປະເທດເຊື່ອໝັ້ນຕັດສິນໃຈເຂົ້າມາດຳເນີນ ຂະຫຍາຍທຸ ລະກິດຢູ່ ສປປ ລາວ ໃຫ້ນັບມື້ນັບຫຼາຍກາຍເປັນກຳລັງແຮງທີ່ສຳຄັນ ປະກອບສວ່ນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX (2021-2025) ໃຫ້ບັນລຸຄາດໝາຍທີ່ວາງໄວ້ ສ້າງພື້ນຖານເສດຖະກິດແຫ່ງຊາດໃຫ້ເຕີບໂຕຢ່າງໜັກແໜ້ນ ໝັ້ນທ່ຽງ ຕາມທິດຍືນຍົງ ແລະ ສີຂຽວ.

ແຕ່ປີ 2013-2023 ການຈັດຕັ້ງປະຕິບັດວຽກງານສົ່ງເສີມການຜະລິດເປັນສິນຄ້າໂອດ໋ອບທົ່ວ ນວ ສາມາດຮັບຮອງກາໝາຍສິນຄ້າໂອດ໋ອບ ໄດ້ 68 ຫົວໜ່ວຍ ມີ 16 ກຸ່ມການຜະລິດ 52 ຫົວໜ່ວຍທຸລະກິດ 289 ຜະລິດຕະພັນ ກວມເອົາ 61 ບ້ານ ພາຍໃນ 9 ຕົວເມືອງຂອງ ນວ ເຫັນວ່າມີຕົວເລກຂະຫຍາຍຕົວເປັນໄລຍະໃນແຕ່ລະສົກປີ.

ນອກຈາກນີ້ໃນກອງປະຊຸມໄດ້ມອບໃບອະນຸຍາດນຳໃຊ້ກາໝາຍສິນຄ້າໂອດ໋ອບ ໃຫ້ 3 ຫົວໜ່ວຍຄື ວິສາຫະກິດສ່ວນບຸກຄົນນາງ ວິລະພອນ ໄໝ-ຝ້າຍ ຮ້ານນາງ ວັນມີນາ ຂາຍເຄື່ອງຫັດຖະກຳສ່ວນບຸກຄົນ ແລະ ວິສາຫະກິດສ່ວນບຸກຄົນດ່ານຊ້າງດິນເຜົ່າ.

ກອງປະຊຸມດັ່ງກ່າວ ຈັດຂຶ້ນວັນທີ 22 ທັນວາ 2023 ທີ່ພະ ແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ (ນວ) ເປັນປະທານຮ່ວມຂອງທ່ານນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ ທ່າານ ຈັນສະໝອນ ສີສະອາດ ຮອງຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments