Saturday, July 27, 2024
Homeຂ່າວກິລາຝີຕີນບໍ່ທໍາມະດາ “ເຊີຈິມ” ສະເໜີຊື່ “ນັກເຕະຄົນທຳອິດ” ມາເສີມທັບ “ແມນເຊັສເຕີ ຢູໄນເຕັດ”

ຝີຕີນບໍ່ທໍາມະດາ “ເຊີຈິມ” ສະເໜີຊື່ “ນັກເຕະຄົນທຳອິດ” ມາເສີມທັບ “ແມນເຊັສເຕີ ຢູໄນເຕັດ”

ເປີດເຜີຍຊື່ນັກເຕະຄົນທໍາອິດທີ່ ເຊີ ຈິມ ແຣັດຄລິຟ ສະເໜີຊື່ທີ່ຈະດຶງມາຮ່ວມທັບ ແມນເຊັສເຕີ ຢູໄນເຕັດ ຫຼັງຊື້ 25% ຮຸ້ນສໍາເລັດ.

ວັນທີ 25 ທັນວາ 2023 ເປັນການເຄື່ອນໄຫວ ຫຼັງຈາກທີ່ ແມນເຊັສເຕີ ຢູໄນເຕັດ ສະໂມສອນຍິ່ງໃຫຍ່ແຫ່ງເວທີ ພຣີເມຍລີກ ອັງກິດ ອອກຖະແຫຼງການຕົກລົງຂາຍຫຸ້ນ 25% ໃຫ້ກັບ ເຊີ ຈິມ ແຣັດຄລີຟ ມະຫາເສດຖີຈາກສະຫະລັດອາເມຣິກາ ເປັນທີ່ຮຽບຮ້ອຍແລ້ວ.

ຫຼ້າສຸດ FootballTransfers ລາຍງານວ່າ ເຊີ ຈິມ ແຣດຄລິຟ ໄດ້ເລີ່ມຕົ້ນແຜນການເບື້ອງຕົ້ນກ່ຽວກັບເລື່ອງການເສີມກໍາລັງເພື່ອຍົກລະດັບຟອມການຫຼິ້ນຂອງ ແມນຢູ ໂດຍຕັ້ງເປົ້າໝາຍທີ່ຈະຄວ້າ ຣາຢານ ເຊີກີ ກອງກາງຕົວບຸກຊາວຝຣັ່ງ ອາຍຸ 20 ປີ ຂອງ ໂອລິມປິກ ລີຢົງ ມາສູ່ຖິ່ນ ໂອລ ແທຣບຟອດ ໃນປີໜ້າ.

ສໍາລັບ ຣາຢານ ເຊີກີ ສາມາດຫຼິ້ນໄດ້ທັງຕໍາແໜ່ງກອງກາງຕົວບຸກ ປີກຊ້າຍ ແລະ ປີກຂວາ ເຂົາລົງຫຼິ້ນໃຫ້ ລີຢົງ ໄປແລ້ວທັງໝົດ 119 ນັດ, ຍິງໄດ້ 14 ປະຕູ ກັບສົ່ງໃຫ້ໝູ່ຍິງອີກ 18 ປະຕູ ໂດຍເຂົາຍັງເຫຼືອສັນຍາກັບ ລີຢົງ ເຖິງປີ 2025 ແລະ ຄາດວ່າຄ່າຕົວຈໍານວນ 25 ລ້ານເອີໂຣ ໜ້າຈະພຽງພໍທີ່ຈະເຮັດໃຫ້ ລີຢົງ ຍອມປ່ອຍເຂົາອອກຈາກທີມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments