Saturday, July 27, 2024
Homeຂ່າວໜ້າໜຶ່ງສາທາແຂວງຫຼວງນໍ້າທາ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານສຸຂະພາບ ແລະ ໂພຊະນາການ

ສາທາແຂວງຫຼວງນໍ້າທາ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານສຸຂະພາບ ແລະ ໂພຊະນາການ

ເນື່ອງໃນໂອກາດທີມງານນັກຂ່າວຈາກສູນກາງໄດ້ເຄຶ່ອນໄຫວເຮັດວຽກເກັບກໍາຂໍ້ມູນການຈັດຕັ້ງປະຕິບັດ ວຽກງານໂພຊະນາການຂອງແມ່-ເດັກ ແລະ ການລ້ຽງດູເດັກອ່ອນ ແລະ ເດັກນ້ອຍ ຢູ່ແຂວງຫຼວງນໍ້າທາ ໃນລະຫວ່າງວັນທີ 19-25 ທັນວາ 2023 ຊຶ່ງນໍາພາໂດຍ ທ່ານ ວັນນະສິນ ສິມມະວົງ ຮອງຫົວໜ້າກົມສື່ມວນຊົນ ກະຊວງ ຖວທ ແລະ ຜູ້ຕາງໜ້າຈາກອົງການອຸຍນີເຊັບ ໂດຍໄດ້ຮັບການສະໜັບສະໜູນຂອງອົງການອຸຍນີເຊັບ.

ທ່ານ ບຸນນຳ ເພັດສິຄາມ ຮອງຫົວໜ້າພະແນກສາທາລະນະສຸກແຂວງຫຼວງນໍ້າທາໄດ້ໃຫ້ສຳພາດກ່ຽວກັບການຈັດຕັ້ງປະຕິບັດວຽກງານສຸຂະພາບ ແລະ ໂພຊະນາການ ຂອງແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ ພາຍໃນແຂວງຫຼວງນ້ຳທາ ຊຶ່ງເປັນວຽກໜຶ່ງທີ່ສຳຄັນ ໂດຍສະເພາະແມ່ນວຽກງານຮັກສາສຸຂະພາບແມ່ແລະເດັກ ເຮັດໜ້າທີ່ກ່ຽວກັບການປ້ອງກັນພະຍາດ ແລະສົ່ງເສີມສຸຂະພາບຂອງຊຸມຊົນ ການຈັດຕັ້ງປະຕິບັດໂຄງການແລະປະສານງານໃນທົ່ວແຂວງໃນການໃຫ້ບໍລິການ, ທຸກຮູບແບບຂອງການບໍລິການ ແມ່ນຄວາມຮັບຜິດຊອບຂອງຫ້ອງການສາທາລະນະສຸກເມືອງ,ໂຮງໝໍແຂວງ, ໂຮງໝໍຊຸມຊົນ ແລະ ໂຮງໝໍນ້ອຍ ຊຶ່ງມີຫຼາຍອົງການທີ່ໃຫ້ການຊ່ວຍເຫຼືອ ວຽກງານແມ່ ແລະເດັກ ແລະ ວຽກງານໂພຊະນາການເຊັ່ນ: ອົງການ UNICEF.EU,​ UN, PSI, WHO, ສສສຄ, ເວີນແບງ, KOICA, GAVI ໄດ້ຊ່ວຍເຫຼືອ ໃນການສ້າງຄວາມເຂັ້ມແຂງໃຫ້ພະນັກງານຂັ້ນແຂວງ, ເມືອງ ແລະ ສຸກສາລາ, ລົງເຄື່ອນທີ່ແບບເຊື່ອມສານຢູ່ຂັ້ນຊຸມຊົນ, ປຸກລະດົມຊຸມຊົນ, ອຸປະກອນການແພດ, ອຸປະກອນໂຄສະນາ ແລະ ກໍ່ສ້າງຕືກສູນຝືກອົບຮົມວຽກງານແມ່ ແລະ ເດັກ ໂພຊະນາການ ຢູ່ໂຮງໝໍແຂວງ.

ໃນການວາງແຜນສຸມໃສ່ການຈັດຕັ້ງປະຕິບັດຍຸດທະສາດດ້ານໂພຊະນາການປະກອບມີ 7 ກຸ່ມກິດຈະກຳ,11 ຕົວຊີ້ບອກ ແລະ 82 ກິດຈະກໍາຍ່ອຍ ເພື່ອໃຫ້ບັນລຸແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການ 2021-2025. ຜ່ານການຈັດຕັ້ງປະຕິບັດຕົວຈິງ ມາເປັນເວລາ 3 ປີ ເຫັນວ່າບາງຕົວຊີ້ວັດສາມາດບັນລຸຕາມເປົ້າໝາຍ ແຕ່ຍັງມີບາງຕົວຊີ້ວັດບໍ່ທັນບັນລຸຕາມເປົ້າໝາຍທີ່ວາງໄວ້ ສະນັ້ນ ທາງພະແນກສາທາລະນະສຸກແຂວງ ຈະຕ້ອງໄດ້ສຸຸມໃສ່ສືບຕໍ່ຈັດຕັ້ງປະຕິບັດຕໍ່ໄປໃຫ້ຮອດປີ 2025. ໂດຍໄດ້ສົມທົບກັບຂະແໜງການ ທີ່ກ່ຽວຂ້ອງເຊັ່ນ: ພະແນກສຶກສາ ແລະ ກິລາ, ພະແນກແຜນການ ແລະ ການລົງທືນ, ພະແນກກະສິກຳ ແລະ ປ່າໄມ້, ສະຫະພັນແມ່ຍິງແຂວງ ເພື່ອລົງເກັບກຳຂໍ້ມູນວຽກງານສຳຫຼວດເຝົ້າລະວັງດ້ານໂພຊະນາການ 2 ຮອບຕໍ່ປີ ໂດຍຮ່ວມກັບໜ່ວຍງານໂພຊະນາການຂັ້ນສູນກາງ, ລົງປຸກລະດົມໃຫ້ສຸຂະສຶກສາແກ່ປະຊາຊົນໃນການນຳພາລູກຫຼານມາສັກວັກຊິນກັນພະຍາດ ຮອບປົກກະຕິ ແລະ ວັກຊິນປ້ອງກັນພະຍາດໂຄວິດ-19, ແນະນໍາ ແລະ ສົ່ງເສີມໃຫ້ແມ່ຍິງຖືພາມາຝາກທ້ອງຢູ່ສະຖານທີ່ບໍລິການສາທາລະນະສຸກ, ສົ່ງເສີມການລ້ຽງລູກດ້ວຍນົມແມ່ພຽງຢ່າງດຽວແຕ່ມື້ເກີດຈົນຮອດອາຍຸ 6 ເດືອນ ຈຶ່ງໃຫ້ອາຫານເສີມ ແລະ 1.000 ວັນທຳອິດຂອງຊີວິດ ຄືໄລຍະການຖືພາຈົນເດັກໄດ້ 2 ປີ.

ໄລຍະຜ່ານມາ ຂະແໜງສາທາລະນະສຸກ ມີນະໂນບາຍ ແລະ ຍຸດທະສາດໂພຊະນາການທາງກົງຫຼາຍກວ່າໝູ່ ຊຶ່ງໄດ້ກວມລວມຢູ່ໃນຍຸດທະສາດແຫ່ງຊາດ ແລະ ແຜນປະຕິບັດງານສຳລັບການບໍລິການແບບເຊື່ອມສານ ສຸຂະພາບຈະເລີນພັນ, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ 2021-2025, ມີນະໂຍບາຍສົ່ງເສີມອາຫານທ່ຽງໃນໂຮງຮຽນ, ໃຫ້ຄວາມຮູ້ພື້ນຖານແກ່ເດັກໃນໄວຮຽນ ເພື່ອຫຼີກລ່ຽງການຖືພາກ່ອນໄວອັນຄວນ ແລະ ອື່ນໆ.

ທ່ານໄດ້ກ່າວຕື່ມວ່າ: ສໍາລັບວຽກງານໂພຊະນາການໄດ້ດຳເນີນກິດຈະກໍາເຊັ່ນ: ການຝືກອົບຮົມຄວາມຮູ້ຟື້ນຖານດ້ານໂພຊະນາການ ໃຫ້ຂັ້ນເມືອງ ແລະ ໂຮງໝໍນ້ອຍ 5 ເມືອງ; ການລ້ຽງດູເດັກນ້ອຍ ແລະ ເດັກອ່ອນ ( IYCF) ໃຫ້ຂັ້ນເມືອງ, ໂຮງໝໍນ້ອຍ ແລະ ຂັ້ນບ້ານ 5 ເມືອງ; ການຄຸ້ມຄອງການປີ່ນປົວເດັກຂາດສານອາຫານກະທັນຫັນແບບເຊື່ອມສານ ໃຫ້ຂັ້ນເມືອງ, ໂຮງໝໍນ້ອຍ ແລະ ຂັ້ນບ້ານ 5 ເມືອງ; ການກັ່ນຕອງພັດທະນາການເດັກໃຫ້ຂັ້ນເມືອງ ແລະ ໂຮງໝໍນ້ອຍ 5 ເມືອງ; ອົບຮົມກ່ຽວກັບການສື່ສານເພື່ອການປ່ຽນແປງພຶດຕິກຳທາງສັງຄົມ ແລະ ໂພຊະນາການໃຫ້ຂັ້ນເມືອງ ແລະ ໂຮງໝໍນ້ອຍ 5 ເມືອງ ແລະ ການໂຄສະນາຊຸມຊົນໄດ້ລົງປຸກລະດົມຊຸມຊົນ ແລະ ລົງຈັດຕັ້ງປະຕິບັດກິດຈະກຳການລ້ຽງດູເດັກນ້ອຍ ແລະ ເດັກອ່ອນ; ໂຄສະນາປຸກລະດົມໃຫ້ຂໍ້ມູນຂ່າວສານເພື່ອໃຫ້ຊຸມຊົນໄດ້ເຂົ້າເຖິງສະຖານທີບໍ

ລິການຮັບວັກຊິນກັນພະຍາດຮອບປົກະຕິ, ວັກຊິນກັນພະຍາດໂຄວີດ-19, ວັນຊິນກັນມະເຮັງປາກມົດລຸກ ພ້ອມທັງສັກວັກຊິນ ແລະ ປະເມີນໂພຊະນາການໄປພ້ອມ ຈັດຕັ້ງປະຕິບັດວຽກງານເຄື່ອນທີ່ບໍລິການແບບເຊື່ອມສານຂັ້ນຊຸມຊົນວຽກງານແມ່ ແລະ ເດັກ ; ຈັດຕັ້ງປະຕິບັດ ດຳລັດ 472 (BMS) ວ່າດ້ວຍຜະລິດຕະພັນ ແລະ ອຸປະກອນສໍາລັບເດັກອ່ອນ ປະເມີນໂພຊະນາການກໍລະນີພົບເດັກຂາດສານອາຫານ ປານກາງ ແລະ ຮ້າຍແຮງ,ໄດ້ແນະນຳຜູ້ປົກຄອງເດັກໃນການລ້ຽງດູ ແລະ ເບິ່ງແຍງກັບທີ່ ນຳພາອາສາສະໝັກຂັ້ນບ້ານ ຈັດຕັ້ງປະຕິບັດຕົວຈິງຢູ່ຂັ້ນບ້ານກ່ຽວກັບການປຸງແຕ່ງອາຫານ ເດັກອ່ອນ ແລະ ເດັກນ້ອຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments