Home ຂ່າວໜ້າໜຶ່ງ ປະທານປະເທດເນັ້ນໃຫ້ສະພາແຫ່ງຊາດເອົາໃຈໃສ່ບົດບາດດ້ານນິຕິບັນຍັດ

ປະທານປະເທດເນັ້ນໃຫ້ສະພາແຫ່ງຊາດເອົາໃຈໃສ່ບົດບາດດ້ານນິຕິບັນຍັດ

0

ວັນທີ 22 ທັນວາ 2023 ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມກາງສະໄໝຂອງສະພາແຫ່ງຊາດຊຸດທີ 9 ແລະ ສະພາປະຊາຊົນແຂວງຊຸດທີ 2 ຈັດຂຶ້ນວັນທີ 21-22 ທັນວາ 2023 ທີ່ຫໍປະຊາຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ການໂອ້ລົມຄັ້ງນີ້ທ່ານປະທານປະເທດໄດ້ເນັ້ນບາງບັນຫາເປັນຕົ້ນ:ກ່ຽວກັບການປະຕິບັດບົດບາດດ້ານນິຕິບັນຍັດ ການສ້າງ ແລະ ປັບປຸງກົດໝາຍກໍຄືນິຕິກຳທີ່ສຳຄັນຂອງທ້ອງຖິ່ນແມ່ນພົວພັນກັບຫຼາຍພາກສ່ວນໃນອົງການລັດຢູ່ຂັ້ນສູນກາງ ຂັ້ນແຂວງ ຜ່ານມາເຖິງວ່າມີຄວາມເອົາໃຈໃສ່ ໂດຍພິຈາລະນາ ຮັບຮອງເອົາກົດໝາຍໄດ້ຫຼາຍສະບັບ ມາຮອດປັດຈຈຸບັນມີຫຼາຍກວ່າ 160 ສະບັບ ສະພາປະຊາຊົນຂັ້ນແຂວງກໍໄດ້ພິຈາລະນາຮັບຮອງເອົານິຕິກຳທີ່ສຳຄັນຂອງທ້ອງຖິ່ນໄດ້ຫຼາຍສະບັບ ເຊິ່ງເປັນພື້ນຖານດ້ານນິຕິກຳໃຫ້ແກ່ກາານຄຸ້ມຄອງລັດ ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍໃຫ້ມີຄຸນນະພາບສູງ ວາງອອກ ຮັບຮອງເອົາຕ້ອງໃຫ້ສາມາດປະຕິບັດໄດ້ ສະເໜີໃຫ້ປັບປຸງຂັ້ນຕອນຂອງການຮ່າງ ການທາບທາມ ແລະ ການຮຽບຮຽງໃຫ້ລະອຽດຖີ່ຖ້ວນ ແລະ ຄຳນຶງເຖິງຄວາມເກາະກ່າຍກັນ ຄຳນຶງເຖິງຄວາມສາມາດຈັດຕັ້ງປະຕິບັດໄດ້ດີ ແລະ ບໍ່ມີຊ່ອງຫວ່າງ ດັ່ງນັ້ນການກະກຽມດີເທົ່າໃດ ການນໍາຂື້ນຜ່ານກອງປະຊຸມ ແລະ ການຮັບຮອງຕົກລົງກໍ່ງ່າຍຂຶ້ນ ເມື່ອຮັບຮອງແລ້ວການປະຕິບັດຈຶ່ງມີປະສິດທິຜົນ ທັງໃຊ້ໄດ້ຍາວນານ ຫຼຸດຜ່ອນການຂໍຍົກເວັ້ນ ຫຼື ສະເໜີປັບປຸງປ່ຽນແປງເລື້ອຍໆ.

ສໍາລັບບົດບາດຕິດຕາມ ກວດກາ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງສົມທົບກັບອົງການກວດກາ ອົງການກວດສອບ ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ເພີ່ມທະວີການຕິດຕາມ ກວດກາ ເຄົາລົບ ປະຕິບັດລັດຖະທຳມະນູນ ກົດໝາຍຂອງບັນດາອົງການລັດຊອກໃຫ້ເຫັນດ້ານດີ ດ້ານຕັ້ງໜ້າ ເພື່ອຊຸກຍູ້ສົ່ງເສີມ ແລະ ເສີມຂະຫຍາຍສູ່ລວງເລິກຢ່າງກວ້າງຂວາງ ພ້ອມນັ້ນກໍແກ້ໄຂບັນຫາທີ່ເກີດຂຶ້ນໃຫ້ຖືກຕ້ອງ ແລະ ແທດກັບຕົວຈິງ ໂດຍສະເພາະແມ່ນສູ້ຊົນໃຫ້ຜົນການຕິດຕາມກວດກາໄດ້ຮັບການແກ້ໄຂຢ່າງຈິງຈັງ ແລະ ທັນການ ພວກເຮົາຕ້ອງສົມທົບແໜ້ນທອງສອງດ້ານລະຫວ່າງການຕຳນິກັບການສະເໜີທາງອອກ ໄປພ້ອມກັນຢ່າງສ້າງສັນ ສະເໜີໃຫ້ສືບຕໍ່ຄົ້ນຄວ້າ ແລະ ນໍາພາຊີ້ນໍາການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ ສະພາປະຊາຊົນຂັ້ນແຂວງ ທັງໃນສະເພາະໜ້າ ແລະ ຍາວນານ ສຸມໃສ່ສ້າງພື້ນຖານໂຄງລ່າງ ແລະ ກະກຽມບັນດາເງື່ອນໄຂໃຫ້ແກ່ການຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ຂອງພັກສູ່ລວງເລິກ ເພີ່ມທະວີຄວາມສາມັກຄີເປັນເອກະພາບ ຄວາມຮັບຜິດຊອບການເມືອງຂອງສະມາຊິກສະພາແຫ່ງຊາດ ແລະ ຜູ້ທີ່ເຮັດວຽກຢູ່ໃນອົງການນິຕິບັນຍັດ ສືບຕໍ່ເພີ່ມທະວີການພົວພັນຮ່ວມມືກັບລັດຖະສະພາຂອງປະເທດເພື່ອນມິດ ແລະ ການເຊື່ອມໂຍງກັບລັດຖະສະພາສາກົນຢ່າງເປັນເຈົ້າການ ປີ 2024 ປະເທດເຮົາຈະມີເຫດການສຳຄັນຫຼາຍຢ່າງ ພວກເຮົາຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ແລະ ສະພາແຫ່ງຊາດເອງກໍຈະເປັນເຈົ້າພາບຈັດກອງປະຊຸມໄອປາ ຄັ້ງທີ 45 ພ້ອມນີ້ກໍຍັງເປີດປີທ່ອງທ່ຽວລາວ ສະພາແຫ່ງຊາດ ສະພາປະຊາຊົນຂັ້ນແຂວງ ຈະພ້ອມກັນສະໜັບສະໜູນ ແລະ ສືບຕໍ່ກະກຽມຄວາມພ້ອມທຸກຢ່າງ ໂດຍມີການປະສານສົມທົບກັບພາກສ່ວນຕ່າງໆທັງສູນກາງ ແລະ ທ້ອງຖິ່ນ ເພື່ອຈັດຕັ້ງການດຳເນີນການກະກຽມ ແລະ ດຳໄເນີນກອງປະຊຸມຂັ້ນຕ່າງໆນັ້ນໃຫ້ມີຜົນສຳເລັດເປັນຢ່າງດີ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version