Home ຂ່າວໜ້າໜຶ່ງ ປະກາດແຂວງຫົວພັນ ເປັນແຂວງຢຸດຕິການຖ່າຍຊະຊາຍ

ປະກາດແຂວງຫົວພັນ ເປັນແຂວງຢຸດຕິການຖ່າຍຊະຊາຍ

0
87

ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ແຂວງຫົວພັນ ປະກາດເປັນແຂວງຢຸດຕິການຖ່າຍຊະຊາຍຢ່າງເປັນທາງການ ໃນວັນທີ 22 ທັນວາ 2023 ທີ່ສະໜາມກິລາແຂວງ ເພື່ອແນໃສ່ເຮັດໃຫ້ປະຊາຊົນບັນດາເຜົ່າພາຍໃນແຂວງຫົວພັນ ໄດ້ມີການຫັນປ່ຽນການດໍາລົງຊີວິດແບບທຳມະຊາດຄອງເດີມ ໄປສູ່ການດຳລົງຊີວິດທີ່ຖືກຫລັກອະນາໄມ 3 ສະອາດ ເພື່ອຮັບປະກັນໃຫ້ສຸຂະພາບຂອງປະຊາຊົນບັນດາເຜົ່າມີສຸຂະພາບດີຂຶ້ນ, ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງໃຫ້ນັບມື້ກ້າວສູ່ຄວາມຈະເລີນ. ເຂົ້າຮ່ວມພີທິຄັ້ງນີ້ໂດຍທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງ ສາທາລະນະສຸກ ແລະ ທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງໆຫົວພັນ, ມີບັນດາການນຳຈາກ 17 ແຂວງທົ່ວປະເທດ ພ້ອມດ້ວຍມວນຊົນເທສະບານເມືອງຊຳເໜືອເຂົ້າຮ່ວມ.

ທ່ານ ດຣ ວິລະພອນ ພົມວົງສີ ຫົວໜ້າພະແນກສາທາລະນະສຸກ ແຂວງຫົວພັນ ໄດ້ລາຍງານການຈັດຕັ້ງປະຕິບັດ ການສ້າງແຂວງຫົວພັນເປັນແຂວງຢຸດຕິການຖ່າຍຊະຊາຍ ປະຈຳປີ 2023 ເຊິ່ງໄດ້ຍົກໃຫ້ເຫັນສະພາບລວມ, ຂັ້ນຕອນ ແລະ ຜົນສຳເລັດຂອງການຈັດຕັ້ງປະຕິບັດ ວຽກງານສົ່ງເສີມການຊົມໃຊ້ວິດຖ່າຍໂດຍເລີ່ມຈາກບ້ານ ແລະ ເມືອງ. ທົ່ວແຂວງມີ 54.369 ຄົວເຮືອນ ໃນນີ້, ຄົວເຮືອນທີ່ມີວິດຖ່າຍເປັນຂອງຕົນເອງ 52.669 ຄົວເຮືອນ ເທົ່າກັບ 96.8%, ຄົວເຮືອນທີ່ຍັງໃຊ້ວິດຖ່າຍຮ່ວມນໍາພີ່ນ້ອງມີທັງໝົດ 636 ຄົວເຮືອນ ເທົ່າກັບ 1,16%, ໂຮງຮຽນປະຖົມ, ມັດທະຍົມຕົ້ນ ແລະ ມັດທະຍົມປາຍ ຈຳນວນ 644 ແຫ່ງມີວິດຖ່າຍຊົມໃຊ້ 100% ພ້ອມນີ້ 10 ເມືອງທົ່ວແຂວງກໍໄດ້ຮັບຮອງເປັນເມືອງຢຸດຕິການຖ່າຍຊະຊາຍສຳເລັດ ຜ່ານການປະເມີນຜົນຕົວຈິງເຫັນວ່າຄົບຖ້ວນຕາມມາດຖານ ແລະ ເງື່ອນໄຂ ເພື່ອຮັບຮອງເປັນແຂວງຢຸດຕິການຖ່າຍຊະຊາຍ.

ຄຽງຄູ່ກັນນີ້ກໍຍັງມີຂໍ້ຄົງຄ້າງທີ່ຈະໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າເປັນຕົ້ນ ຄະນະກຳມະການຮັບຜິດຊອບຂັ້ນບ້ານ ເຖິງວ່າໄດ້ຮັບການຝຶກອົບຮົມ ແລະ ແຕ່ງຕັ້ງແລ້ວກໍຕາມ ແຕ່ຍັງມີບາງບ້ານບໍ່ທັນໄດ້ເຄື່ອນໄຫວຕາມສິດ, ໜ້າທີ່ ແລະ ພາລະບົດບາດຂອງຕົນຢ່າງເຕັມເມັດເຕັມໜ່ວຍ ເຮັດໃຫ້ການຊີ້ນໍາຊ່ວຍເຫລືອປະຊາຊົນຍັງບໍ່ທັນໄດ້ດີ, ຄວາມເປັນເຈົ້າການຂອງອໍານາດການປົກຄອງ ແລະ ປະຊາຊົນບັນດາເຜົ່າຈໍານວນໜຶ່ງໃນການສ້າງຂະບວນການອະນາໄມສາມສະອາດ, ການຮັກສາສິ່ງແວດລ້ອມ ແລະ ຄວາມຕື່ນຕົວເປັນເຈົ້າການໃນ ຮັກສາສຸຂະພາບ ໃນຊຸມຊົນຕົນເອງຍັງເຮັດບໍ່ທັນໄດ້ດີ ແລະ ຊິວິດການເປັນຢູ່ແບບທໍາມະຊາດບໍ່ທັນຖືກຫລັກສຸຂະອະນາໄມ.

ສຳລັບທິດທາງແຜນການໃນຕໍ່ໜ້າຈະສືບຕໍ່ລົງໂຄສະນາວຽກງານສຸຂະສຶກສາໃຫ້ແກ່ປະຊາຊົນບັນດາເຜົ່າຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ ໂດຍຖືເອົາການປ້ອງກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍ, ການປິ່ນປົວເປັນສຳຄັນ ແລະ ຍຸດທະສາດຕາມ 8 ແຜນງານຂອງກະຊວງ ສາທາລະນະສຸກ ວາງອອກຢ່າງເປັນຮູບປະທຳ, ສືບຕໍ່ປັບປຸງຕາໜ່າງສາທາລະນະສຸກແຕ່ລະຂັ້ນ ໃຫ້ມີຄວາມເຂັ້ມແຂງ ເພື່ອຮັບປະກັນການບໍລິການສຸຂະພາບໃຫ້ປະຊາຊົນຕາມນະໂຍບາຍ 5 ດີ 1 ພໍໃຈຂອງກະຊວງສາທາລະນະສຸກວາງອອກ ເພື່ອຮັກສານາມມະຍົດແຂວງຫົວພັນເປັນແຂວງຢຸດຕິການຖ່າຍຊະຊາຍ ໃຫ້ມີຄວາມຍືນຍົງຕະຫລອດໄປ.

ໂອກາດນີ້ກໍໄດ້ຜ່ານຂໍ້ຕົກລົງ ຂອງລັດຖະມົນຕີກະຊວງສາທາລະນະສຸກ ສະບັບເລກທີ 4032 ລົງວັນທີ 11 ທັນວາ 2023 ວ່າດ້ວຍການຢັ້ງຢືນ ແລະ ຮັບຮອງເອົາແຂວງຫົວພັນ ເປັນແຂວງ ຢຸດຕິການຖ່າຍຊະຊາຍ ແຂວງທີ 4 ຂອງ ສປປ ລາວ ເປັນກຽດມອບໃບຢັ້ງຢືນໂດຍທ່ານ ດຣ ບຸນແສງ ພູມມະໄລສິດ ແລະ ຕາງໜ້າຮັບໂດຍ ທ່ານ ຄຳແພງ ໄຊສົມແພງ. ພ້ອມນີ້ຍັງໄດ້ມອບໃບຍ້ອງຍໍ ໃຫ້ກົມກອງ, ບຸກຄົນທີ່ມີຜົນງານດີເດັ່ນຕາມລຳດັບ.

ຂ່າວ: ໄມຄຳ, ພາບ:ສີອຳພອນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here