Saturday, July 27, 2024
Homeຂ່າວການເມືອງກະຊວງການຕ່າງປະເທດ ເຜີຍແຜ່ຜົນສໍາເລັດກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ເຊື່ອມຊຶມບັນດາເອກະສານຕ່າງໆ ກ່ຽວກັບການກະກຽມກອງປະຊຸມ 3 ຂັ້ນ ຂອງພັກປະຊາຊົນປະຕິວັດລາວ

ກະຊວງການຕ່າງປະເທດ ເຜີຍແຜ່ຜົນສໍາເລັດກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ເຊື່ອມຊຶມບັນດາເອກະສານຕ່າງໆ ກ່ຽວກັບການກະກຽມກອງປະຊຸມ 3 ຂັ້ນ ຂອງພັກປະຊາຊົນປະຕິວັດລາວ

ໃນຕອນເຊົ້າ ຂອງວັນທີ 22 ທັນວາ 2023 ຢູ່ທີ່ກະຊວງການຕ່າງປະເທດ ໄດ້ຈັດເຜີຍແຜ່ຜົນສໍາເລັດກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ເຊື່ອມຊຶມບັນດາເອກະສານຕ່າງໆ ກ່ຽວກັບການກະກຽມກອງປະຊຸມ 3 ຂັ້ນ ຂອງພັກປະຊາຊົນປະຕິວັດລາວ, ໃຫ້ກຽດເປັນປະທານ ແລະ ເຜີຍແຜ່ ໂດຍ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາສະຫາຍ ຄະນະພັກ, ຄະນະນຳ, ເລຂາ ແລະ ຮອງເລຂາໜ່ວຍພັກ, ສະມາຊິກພັກ ພາຍໃນກະຊວງການຕ່າງປະເທດ ເຂົ້າຮ່ວມທັງໝົດ ຈໍານວນ 300 ສະຫາຍ, ຍິງ 112 ສະຫາຍ.

ຈຸດປະສົງຂອງການເຜີຍແຜ່ ແມ່ນເພື່ອເຮັດໃຫ້ບັນດາສະຫາຍ ຄະນະພັກ, ຄະນະນຳ ຕະຫຼອດຮອດສະມາຊິກພັກ ພາຍໃນກະຊວງການຕ່າງປະເທດ ໃຫ້ມີຄວາມຮັບຮູ້, ເຂົ້າໃຈ ແລະ ກໍາແໜ້ນເນື້ອໃນຈິດໃຈ ຂອງມະຕິກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຢ່າງເລິກເຊິ່ງ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນສໍາເລັດດັ່ງກ່າວເຂົ້າສູ່ການປະຕິບັດໜ້າວຽກງານວິຊາສະເພາະ ກໍ່ຄືເຂົ້າສູ່ການດໍາລົງຊີວິດຕົວຈິງໃຫ້ກວ້າງຂວາງ ແລະ ເປັນຂະບວນການຟົດຟື້ນ ແນ່ໃສ່ສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ຕາມແນວທາງ ຂອງພັກ.

ສໍາລັບບັນດາເອກະສານທີ່ນໍາມາເຊື່ອມຊຶມ ໃນຄັ້ງນີ້ປະກອບມີ: ມະຕິກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ບົດຄໍາເຫັນຊີ້ນໍາ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ຕໍ່ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ເອກະສານຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XI ຂອງພັກໃນໄລຍະຜ່ານມາ, ເອກະສານຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ໄລຍະກາງສະໄໝ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ມະຕິວ່າດ້ວຍການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ ເຂົ້າສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນໍາພາ ຂອງພັກ ສະບັບເລກທີ 05/ຄບສພ.

ໂອກາດດຽວກັນນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ, ຍັງໄດ້ເຜີຍແຜ່ເຊື່ອມຊຶມ ເອກະສານສຳລັບການກະກຽມດໍາເນີນກອງປະຊຸມ 3 ຂັ້ນ ຂອງພັກປະຊາຊົນປະຕິວັດລາວ ເພື່ອເຮັດໃຫ້ບັນດາສະຫາຍ ຄະນະພັກ, ຄະນະນຳ, ເລຂາ ແລະ ຮອງເລຂາໜ່ວຍພັກ, ສະມາຊິກພັກພາຍໃນກະຊວງການຕ່າງປະເທດ ເຂົ້າໃຈຄວາມໝາຍ, ຄວາມສໍາຄັນ ແລະ ກໍາແໜ້ນເນື້ອໃນຈິດໃຈ ຂອງການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກປະຊາຊົນປະຕິວັດລາວ. ໃນນັ້ນ, ສະຫາຍໄດ້ເນັ້ນໜັກເຖິງຄວາມສໍາຄັນ ຂອງການດໍາເນີນກອງປະຊຸມດັ່ງກ່າວ ເຊິ່ງແມ່ນການຄັດເລືອກ ເອົາຜູ້ນໍາພາທີ່ມີຄວາມຮູ້, ຄວາມສາມາດ, ມີທັດສະນະຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ ເຂົ້າໃນຄະນະພັກແຕ່ລະຂັ້ນ ທັງເປັນການບຸກທະລຸສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ໃນວຽກງານພະນັກງານໃນໄລຍະໃໝ່ ແລະ ສ້າງຄວາມເຊື່ອໝັ້ນ ຂອງພະນັກງານ-ສະມາຊິກພັກ ກໍ່ຄືມະຫາຊົນ ຕໍ່ການນໍາພາ ຂອງຄະນະພັກແຕ່ລະຂັ້ນ, ທັງແມ່ນການດໍາເນີນຊີວິດການເມືອງທ້າຍສະໄໝ ຂອງຄະນະບໍລິຫານງານພັກແຕ່ລະຂັ້ນ, ແມ່ນບັ້ນດໍາເນີນຊີວິດການ ເມືອງ ເພື່ອຕີລາຄາການສໍາຫຼວດກວດກາ, ຄວາມຮັບຜິດຊອບ ຂອງບຸກຄົນໃນຄະນະພັກ ຕະຫລອດສະໄໝຜ່ານມາ.

ສະຫາຍໄດ້ເຜີຍແຜ່ບັນດາຂັ້ນຕອນ ແລະ ເອກະສານຕ່າງໆ ທີ່ຈະຕ້ອງໄດ້ກະກຽມລວມເຖິງການກະກຽມເປົ້າໝາຍເລືອກເຟັ້ນບຸກຄະລາກອນ ເພື່ອອອກສະໝັກຮັບເລືອກຕັ້ງ ເຂົ້າໃນໂຄງປະກອບຄະນະບໍລິຫານງານພັກແຕ່ລະຂັ້ນ ທີ່ຕ້ອງຮັບປະກັນໃຫ້ໄດ້ບຸກຄົນທີ່ດີເດັ່ນ, ມີຄວາມຮູ້ຄວາມສາມາດ ແລະ ຮັບປະກັນ 3 ຮຸ່ນ: ອາວຸໂສ, ກາງ ແລະ ໜຸ່ມ.

ໃນຕອນທ້າຍ ຂອງພິທີ ສະຫາຍຍັງໄດ້ເນັ້ນຍໍ້າໃຫ້ຄະນະພັກແຕ່ລະຂັ້ນ ນໍາເອົາເນື້ອໃນຈິດໃຈ ຂອງຄໍາສັ່ງ, ຄໍາແນະນໍາຕ່າງໆ ເພື່ອນໍາໄປຄົ້ນຄວ້າໃຫ້ເລິກເຊິ່ງ ແລະ ຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments