Home ຂ່າວການເມືອງ ກອງປະຊຸມຝືກອົບຮົມກ່ຽວກັບ ການສ້າງນິຕິກໍາໃຕ້ກົດໝາຍໃຫ້ແກ່ສະມາຊິກສະພາປະຊາຊົນແຂວງ, ບັນດາພະແນກການ, ອົງການທຽບເທົ່າພະແນກການຂັ້ນແຂວງ ແລະ ພະນັກງານ-ລັດຖະກອນ ຊ່ວຍວຽກພາຍໃນສະພາປະຊາຊົນແຂວງ

ກອງປະຊຸມຝືກອົບຮົມກ່ຽວກັບ ການສ້າງນິຕິກໍາໃຕ້ກົດໝາຍໃຫ້ແກ່ສະມາຊິກສະພາປະຊາຊົນແຂວງ, ບັນດາພະແນກການ, ອົງການທຽບເທົ່າພະແນກການຂັ້ນແຂວງ ແລະ ພະນັກງານ-ລັດຖະກອນ ຊ່ວຍວຽກພາຍໃນສະພາປະຊາຊົນແຂວງ

0

ເພື່ອສຸມໃສ່ການກະກຽມວຽກງານຮອບດ້ານ ໃຫ້ແກ່ການດໍາເນີນກອງປະຊຸມຄົບຄະນະຂອງຄະນະກໍາມະການ, ກອງປະຊຸມຄົບຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13 ແລະ ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ II, ໃນລະຫວ່າງວັນທີ 14-15 ທັນວາ 2023ນີ້ ສະພາປະຊາຊົນແຂວງ ໄດ້ກອງປະຊຸມຝືກອົບຮົມກ່ຽວກັບ ການສ້າງນິຕິກໍາໃຕ້ກົດໝາຍ ໃຫ້ແກ່ສະມາຊິກສະພາປະຊາຊົນແຂວງ, ບັນດາພະແນກການ, ອົງການທຽບເທົ່າພະແນກການຂັ້ນແຂວງ ແລະ ພະນັກງານ-ລັດຖະກອນ ຊ່ວຍວຽກພາຍໃນສະພາປະຊາຊົນແຂວງ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ຊັ້ນ 04 ໂດຍການເປັນປະທານຂອງທ່ານ ຄໍາຜັນ ຄູນສະຫວັນ ຄະນະປະຈໍາພັກແຂວງ ຮອງປະທານ ສະພາປະຊາຊົນແຂວງ, ມີບັນດາທ່ານ ໃນຄະນະປະຈໍາສະພາປະຊາຊົນແຂວງ; ນອກນີ້ຍັງມີບັນດາທ່ານ ປະທານ ຄະນະກໍາມະການ, ຄະນະເລຂາທິການ, ຕາງໜ້າບັນດາພະແນກການ, ອົງການທຽບເທົ່າ, ຫົວໜ້າ-ຮອງຫົວໜ້າຂະແໝງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມທັງໝົດ 66 ທ່ານ ຍິງ 25 ທ່ານ.

ນິຕິກໍາໃຕ້ກົດໝາຍ ແມ່ນເອກະສານທາງດ້ານກົດໝາຍ ທີ່ດັດປັບສາຍພົວພັນສັງຄົມ, ມີຜົນບັງຄັບໃຊ້ທົ່ວໄປ ຫຼື ມີຜົນບັງຄັບສະເພາະ ຖືກສ້າງຂື້ນ ຮັບຮອງ ແລະ ປະກາດໃຊ້ ໂດຍອົງການທີ່ມີສິດອໍານາດ ອົງການທີ່ມີສິດອໍານາດຂອງລັດຂັ້ນສູນກາງ ແລະ ທ້ອງຖິ່ນ, ສໍາລັບສະພາປະຊາຊົນແຂວງ ຊຸດທີ II ໄດ້ຮັບຮອງເອົາຄາດໝາຍການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ ຈໍານວນ 16 ສະບັບ ໃນນັ້ນສ້າງໃໝ່ 13 ສະບັບ ແລະ ປັບປຸງ 03 ສະບັບ, ສໍາລັບ ຜ່ານການຈັດຕັ້ງປະຕິບັດມາຮອດປະຈຸບັນ ສາມາດຮັບຮອງໄດ້ 02 ສະບັບ, ການຝຶກອົບຮົມໃນຄັ້ງນີ້ ວິທະຍາກອນນໍາໂດຍທ່ານ ພັນໂນລາ ທອງຈັນ ຮອງຫົວໜ້າກົມກົດໝາຍ ກະຊວງຍຸຕິທໍາ, ທ່ານ ຄໍານ້ອຍ ແກ້ວບົວຄໍາ ຮອງຫົວໜ້າພະແນກກົດໝາຍປົກຄອງ, ວັດທະນະທໍາ-ສັງຄົມ ກະຊວງຍຸຕິທໍາ ພ້ອມຄະນະເຊິ່ງໄດ້ລົງເລີກບັນຫາຄື:

1. ບົດຮຽນ ກ່ຽວກັບ ຂັ້ນຕອນ ແລະ ລະບຽບການສ້າງນິຕິກໍາຂັ້ນທ້ອງຖິ່ນ;

2. ບົດຮຽນ ກ່ຽວກັບ ການສ້າງຂໍ້ຕົກລົງ, ຄໍາສັ່ງ ແລະ ຄໍາແນະນໍາຂອງທ່ານເຈົ້າແຂວງ;

3. ບົດຮຽນ ກ່ຽວກັບ ຄວາມຮູ້ທົ່ວໄປ ໃນການປະເມີນຜົນກະທົບຂອງຮ່າງນິຕິກໍາ, ບົດຮຽນ ກ່ຽວກັບ ຂັ້ນຕອນການຮ່າງ ແລະ ກວດກາບົດປະເມີນຜົນກະທົບຂອງຮ່າງນິຕິກໍາ;

4. ຄົ້ນຄວ້າ ແລະ ປະກອບຄໍາເຫັນ ຕໍ່ການສ້າງຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງ ໂດຍສະເພາະແມ່ນນິຕິກໍາທີ່ນໍາເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາມັນເທື່ອ 6 ຂອງສະພາປະຊາຊົນແຂວງ ຊຸດ II.

ຈາກນັ້ນຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ເອົາໃຈໃສ່ຄົ້ນຄ້ວາປຶກສາຫາລື, ສົນທະນາກັນຢ່າງກົງໄປກົງມາ ແລະ ເລີກເຊິ່ງ ກ່ຽວກັບຄວາມເຂົ້າໃຈຕໍ່ກັບວິທີການ, ຂັ້ນຕອນ, ບາດກ້າວຂອງການສ້າງນິຕິກໍາໃຕ້ກົດໝາຍ, ເພື່ອໃຫ້ມີຄວາມເປັນເອກະພາບ, ຖືກຕ້ອງສອດຄ່ອງກັບກົດໝາຍ ແລະ ສະພາບຕົວຈິງໃນສັງຄົມ ແນໃສ່ເຮັດໃຫ້ບັນດາພະແນກການ, ອົງການແທບເທົ່າພະແນກການແຂວງ ກໍ່ຄືອົງການປົກຄອງແຂວງ ມີເຄື່ອງມືຄົບຊຸດໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ແລະ ການບໍລິການປະຊາຊົນໃຫ້ດີຂຶ້ນ, ພ້ອມທັງເຮັດໃຫ້ແຜນການຈັດຝຶກອົບຮົມ ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.

ພາບ-ຂ່າວ: ວັນນະສຸກ ອິນສີຊຽງໃໝ່

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version