Home ຂ່າວໜ້າໜຶ່ງ ກະສິກຳ ແລະ ປ່າໄມ້ ແຂວງອຸດົມໄຊ ຖຶສຳຄັນການສະໜັບສະໜູນວຽກໂພຊະນາການ

ກະສິກຳ ແລະ ປ່າໄມ້ ແຂວງອຸດົມໄຊ ຖຶສຳຄັນການສະໜັບສະໜູນວຽກໂພຊະນາການ

0

ພະແນກກະສິກຳ ແລະ ປ່າໄມ້ ແຂວງອຸດົມໄຊ ເປັນໜຶ່ງຂະແໜງການທີ່ສຳຄັນໃນການສະໜັບສະໜູນ ວຽກງານໂພຊະນາການ ແລະ ການລ້ຽງລູກດ້ວຍນົມແມ່ ໂດຍແມ່ນຂະແໜງພັດທະນາຊົນນະບົດ ແລະ ສະຫະກອນ ເປັນຈຸດປະສານງານ ໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ (RRPMP) ຂັ້ນແຂວງ.

ທ່ານນາງ ມະໄລພັນ ຈິດດຳລົງ ຫົວໜ້າບໍລິຫານແຜນການ, ພະແນກກະສິກຳ ແລະ ປ່າໄມ້ ແຂວງ ອຸດົມໄຊ ລາຍງານຕໍ່ສື່ມວນຊົນ ໃນວັນທີ 7 ທັນວາ 2023 ຜ່ານມາວ່າ: ວຽກງານໂພຊະນາການແມ່ນມີຫລາຍພາກສ່ວນໃຫ້ການສະໜັບສະໜູນ ແລະ ໜຶ່ງ. ໃນນັ້ນ ກໍແມ່ນສະຫະພາບເອີຣົບ (EU) ໃຫ້ການສະໜັບສະໜູນຊ່ວຍເຫລືອຜ່ານອົງ ການອຸຍນີເຊບ ປະຈຳ ສປປ ລາວ. ພະແນກກະສິ ກຳ ແລະ ປ່າໄມ້ ແຂວງອຸດົມໄຊ ເປັນໜຶ່ງຂະແໜງການທີ່ສຳຄັນໃນການສະຫນັບສະໜູນວຽກງານໂພຊະນາການ ແລະ ການລ້ຽງລູກດ້ວຍນົມແມ່ ເຊິ່ງໂຄງການດັ່ງກ່າວກວມເອົາ 2 ເມືອງຄື: ເມືອງຫລາ ແລະ ເມືອງນາໝໍ້ ໂດຍຫ້ອງກະສິກຳ ແລະ ປ່າໄມ້ເມືອງ ຈະເຮັດໜ້າທີ່ເປັນຈຸດປະສານງານລວມ ສຳລັບການສະໜັບສະໜູນ ທາງດ້ານວິຊາການໃນການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ, ບ້ານເປົ້າໝາຍຂອງໂຄງການ ໃນ 2 ເມືອງລວມ ມີ 108 ບ້ານ ( ເມືອງຫລາ 45 ບ້ານ ແລະ ເມືອງນາໝໍ້ 63 ບ້ານ).

ຈຸດປະສົງ ແລະ ເປົ້າໝາຍຂອງໂຄງການ ເພື່ອປະກອບສ່ວນເຂົ້າໃນການປັບປຸງໂພຊະນາການໃນ ເຂດຊົນ ນະບົດຢູ່ ສປປ ລາວ ໂດຍການໃຫ້ເງິນອຸດໜູນແມ່ມານ ແລະ ແມ່ລູກອ່ອນ ທີ່ມີລູກບໍ່ເກີນ 2 ປີ. ພ້ອມທັງສ້າງລະບົບ ເພື່ອລະບຸກຸ່ມເປົ້າໝາຍ ແລະ ການປະສານງານ, ການຕິດຕາມກວດກາ ແລະ ປະເມີນຜົນ, ຈໍານວນຜູ້ໄດ້ຮັບຜົນປະໂຫຍດ ໄດ້ຮັບເງິນສົດພາຍໃນໄລຍະເວລາທີ່ກຳນົດໄວ້, ອັດ ຕາສ່ວນຂອງແມ່ຍິງຖືພາ ແລະ ແມ່ລູກອ່ອນ (6-23 ເດືອນ) ບໍລິໂພກ ຢ່າງໜ້ອຍ 4 ໝູ່ ຈາກໝວດອາຫານທີ່ແພດແນະນໍາ.

ໂຄງການດັ່ງກ່າວ, ປະກອບດ້ວຍ 3 ອົງປະກອບຫລັກຄື: ພັດທະນາອົງປະກອບພື້ນຖານຂອງລະບົບການປົກປ້ອງທາງສັງຄົມ; ແຜນງານການໂອນເງິນສົດໃຫ້ແມ່ມານ ແລະ ແມ່ລູກອ່ອນອາຍຸ 2 ປີລົງມາ, ການຄຸ້ມຄອງໂຄງການ, ປະສານງານ ແລະ ຕິດຕາມປະເມີນຜົນ ໂດຍໄດ້ຈັດຕັ້ງປະຕິບັດຢູ່ 4 ແຂວງຄື: ແຂວງຜົ້ງສາລີ 4 ເມືອງ: ເມືອງໃໝ່, ເມືອງບຸນໃຕ້, ເມືອງສຳພັນ ແລະ ເມືອງຂວາ; ແຂວງອຸ ດົມໄຊ: ມີ 2 ເມືອງຄື: ເມືອງນາໝໍ້ ແລະເມືອງຫລາ; ແຂວງຫົວພັນ ມີ 4 ເມືອງຄື: ເມືອງຫົວເມືອງ, ເມືອງຊໍາໃຕ້, ເມືອງກວັນ ແລະ ເມືອງຊ່ອນ; ແຂວງຊຽງຂວາງ 2 ເມືອງຄື: ເມືອງຄຳ ແລະ ເມືອງໜອງ ແຮດ, ລວມທັງໝົດ 4 ແຂວງ 12 ເມືອງ. ລວມມູນຄ່າທັງໝົດຂອງໂຄງການ 27 ລ້ານໂດລາສະຫະລັດ ໂດຍແມ່ນທຶນກູ້ຢືມຈາກທະນາຄານໂລກ ເພື່ອສະໜັບສະໜູນໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ. ການຈັດຕັ້ງປະຕິບັດໂຄງການມື້ເລີ່ມຕົ້ນ 21 ມີນາ 2019 ແລະ ສິ້ນສຸດ 31 ມີນາ 2024.

ຂ່າວ-ພາບ: ມະໄລລັກ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version