Saturday, July 27, 2024
Homeຂ່າວໜ້າໜຶ່ງສປປ ລາວ ທົບທວນຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານສິດທິເດັກ

ສປປ ລາວ ທົບທວນຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານສິດທິເດັກ

ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ຮ່ວມກັບ ອົງການອຸຍນີເຊບ ປະຈຳ ສປປ ລາວ ຈັດກອງປະຊຸມປຶກສາຫາລື ເພື່ອທົບທວນຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດວຽກສິດທິເດັກຢູ່ ສປປ ລາວ ໃນໂອກາດວັນສົນທິສັນຍາວ່າດ້ວຍ ສິດທິເດັກ (ວັນເດັກໂບກ 20 ພະຈິກ) ໃນວັນທີ 21 ພະຈິກ 2023 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ, ທ່ານ ນາງ ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງຫນ້າອົງການອຸຍນີເຊບ ປະຈຳລາວ, ມີບັນດາເອກອັກຄະລັດຖະທູດ ແລະ ຄູ່ຮ່ວມພັດທະນາ, ຕົວແທນພາກທຸລະກິດເອກະຊົນ ແລະ ຕົວແທນເດັກ ແລະ ໄວໜຸ່ມ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ເປີດເວທີໃຫ້ບັນດາຮອງເຈົ້າແຂວງ ສະເໜີຄວາມຄືບໜ້າໃນການປະຕິບັດຄຳໝາຍໝັ້ນ ແລະ ສິ່ງທ້າທາຍໃນແຂວງຂອງຕົນ ໃນການຈັດຕັ້ງປະຕິບັດວຽກງານສິດທິເດັກ ໂດຍສະ ເພາະແມ່ນ ການໃຫ້ຄຳໝາຍໝັ້ນຂອງບັນດາຮອງເຈົ້າແຂວງ ຕໍ່ການຢຸດຕິຄວາມທຸກຍາກຂອງເດັກ ແລະ ການປັບປຸງສະຫວັດດີການເດັກ, ລວມເຖິງຂໍ້ລິເລີ່ມໃນຂົງເຂດສຳຄັນເຊັ່ນ: ການສຶກສາ, ການປົກປ້ອງເດັກ, ສຸຂະພາບ, ໂພຊະນາການ, ສຸຂາພິບານ, ການປົກປ້ອງທາງສັງຄົມ ແລະ ສະຫວັດດີການ ຂອງພວກເຂົາ ໂດຍໄດ້ປຶກສາຫາລືກັນກ່ຽວກັບຍຸດທະສາດ ແລະ ແຜນດຳເນີນງານຕ່າງໆ ເພື່ອເລັ່ງລັດໃຫ້ວຽກງານດັ່ງກ່າວຜົນສຳເລັດໃນຕໍ່ໜ້າ. ພ້ອມນີ້, ກອງປະຊຸມຍັງໄດ້ເນັ້ນໜັກເຖິງຄວາມສຳຄັນ ໃນການນຳເອົາແນວຄວາມຄິດຈາກການປຶກສາຫາລືກັບໄວໜຸ່ມ ເພື່ອສ້າງນະໂຍບາຍ, ແຜນການ, ແຜນງານ ແລະ ໂຄງການ ເພື່ອສົ່ງເສີມ, ພັດທະນາ, ປົກປ້ອງ ແລະ ການມີສ່ວນຮ່ວມ ຂອງເດັກໃນທຸກຂົງເຂດວຽກງານ ໃນອະນາຄົດ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ນຳສະເໜີຜົນກອງປະຊຸມປຶກສາຫາລືກັບໄວໜຸ່ມ ທີ່ໄດ້ຈັດຂຶ້ນໃນ ວັນທີ 18-20 ພະຈິກ 2023 ຜ່ານມາ ໂດຍໄດ້ເຕົ້າໂຮມ ເດັກ ແລະ ໄວໜຸ່ມທີ່ເປັນຕົວແທນ ຈາກ 18 ແຂວງ ທົ່ວປະເທດ ຮ່ວມກັນຄົ້ນຄວ້າ, ສະເເດງຄວາມຄິດເຫັນ ແລະ ວິທີແກ້ໄຂຕໍ່ກັບບັນຫາຕ່າງໆທີ່ມີຜົນກະທົບຕໍ່ການດຳລົງຊີວິດພວກເຂົາ ເຊັ່ນ: ຜົນກະທົບຕໍ່ການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດຕໍ່ເດັກ, ການປົກປ້ອງເດັກທາງອອນລາຍ ແລະ ຜົນກະທົບຂອງການແຕ່ງ ດອງກ່ອນໄວ ແລະ ການຖືພາຂອງເດັກ.

ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ກ່າວວ່າ: ພັກ ແລະ ລັດຖະບານ ຍາມໃດກໍຖືສຳຄັນ ແລະ ເອົາ ໃຈໃສ່ສົ່ງເສີມ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງເດັກ ທັດສະນະທີ່ສຳຄັນດັ່ງກ່າວ ໄດ້ຖືກເຊື່ອມຊຶມຢ່າງເລິກເຊິ່ງ ແລະ ສະແດງອອກແຈ້ງ ໃນແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ກໍຄື ບັນດາກົດໝາຍ, ນິຕິກຳຕ່າງໆ ເພື່ອຮັບປະກັນໃຫ້ແກ່ສິດທິພື້ນຖານຂອງເດັກ ທີ່ປຽບເໝືອຍເມັດພືດອັນສຳຄັນຂອງຊາດ ເດັກໃນວັນນີ້ ຈະກາຍເປັນຜູ້ໃຫຍ່ທີ່ມີຄຸນນະພາບໃນອະນາຄົດ, ເປັນກຳລັງຕົ້ນຕໍ, ເປັນໜໍ່ແໜງ, ທຶນຮອນຂອງຊາດ, ເປັນຜູ້ທີ່ຈະສືບຕໍ່ຊາຕາກຳອັນສ່ອງໃສຂອງປະເທດຊາດ ກ້າວຂຶ້ນສູ່ຈຸດໝາຍທີ່ກຳນົດໄວ້. ສປປ ລາວ ພາຍໃຕ້ພັນ ທະສະມາຊິກຂອງສົນທິສັນຍາ ວ່າດ້ວຍສິດທິເດັກ ໄດ້ເອົາໃຈໃສ່ປົກປ້ອງ ແລະ ພັດທະນາເດັກລາວບັນດາເຜົ່າເປັນກ້າວໆມາ ເປັນຕົ້ນ ປົກປ້ອງເດັກຈາກການຄ້າຂາຍເດັກ, ການຄ້າປະເວນີເດັກ ແລະ ສິ່ງລາມົກອານາຈານກ່ຽວກັບເດັກ ແລະ ອື່ນໆ.

ໃນທຸກປີ ສປປ ລາວ ໄດ້ການສະເຫລີມສະຫລອງວັນຄົບ ຮອບ ສົນທິສັນຍາວ່າດ້ວຍສິດທິເດັກ ຫລື ວັນເດັກໂລກ 20 ພະຈິກ ດ້ວຍການຈັດປະຊຸມຮ່ວມກັບເດັກ ຮັບຟັງຄວາມຄິດເຫັນ ແລະ ບັນຫາທີ່ເດັກຜະເຊີນໜ້າຢູ່ໃນປັດຈຸບັນ; ຈັດກອງປະຊຸມລະດັບສູງ ເພື່ອທົບທວນການຈັດຕັ້ງປະຕິບັດວຽກສິດທິເດັກຢູ່ ສປປ ລາວ ໂດຍສະພາະການທົບທວນຄວາມຄືບໜ້າຄວາມໝາຍໝັ້ນ ຂອງພາກສ່ວນຕ່າງໆທີ່ຕິດພັນກັບສິດທິເດັກ ເປັນຕົ້ນ ຄວາມໝາຍໝັ້ນຂອງຮອງເຈົ້າແຂວງ, ອົງການຈັດຕັ້ງສາກົນ, ພາກທຸລະກິດເອກະຊົນ, ອົງການຈັດຕັ້ງທາງສັງຄົມ/ອົງການຈັດຕັ້ງສາກົນບໍ່ສັງກັດລັດຖະບານ ແລະ ການສະແດງສັນຍາລັກ ການໃຕ້ໄຟສີຟ້າ ໃສ່ສໍານັກງານ/ອົງການ ແລະ ສະຖານທີ່ສໍາຄັນ ເພື່ອເປັນການຊຸກຍູ້ສົ່ງເສີມ ແລະ ປົກປ້ອງສິດທິເດັກ ພ້ອມກັນສະເຫລີມ ສະຫລອງໄປກັບປະຊາຊາດໂລກ; ຈັດພິທີສະເຫລີມສະຫລອງວັນເດັກສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ຂອງທຸກປີ; ໄດ້ຈັດເວທີເດັກລາວຂຶ້ນໃນທຸກໆປີ ເພື່ອເປັນເວທີຕົວແທນເດັກໃນທົ່ວປະ ເທດ ເປັນເວທີແລກປ່ຽນວັດທະນະທໍາ-ສັງຄົມ, ວິຖີດຳລົງຊີວິດທ້ອງຖິ່ນເດັກ ທັງເປັນເວທີຄວາມສາ ມັກຄີ-ສ້າງໜູ່ເພື່ອນ, ສ້າງໂອກາດ, ສະແດງພອນສະຫວັນ, ສ້າງທັກສະ-ຄວາມອາດສາມາດ ແລະ ສ້າງຄວາມກຽມພ້ອມດ້ານຕ່າງໆ ເພື່ອເປັນຕົວແທນຕາງໜ້າເດັກລາວ, ຕາງໜ້າຂອງປະເທດ ເຂົ້າຮ່ວມເວທີເດັກສໍາຄັນຕ່າງໆ ໃນອາຊຽນ, ພາກພື້ນ ແລະ ສາກົນ.

ພ້ອມນີ້, ທ່ານຍັງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ແລະ ເພີ່ມທະວີອອກແຮງປະຕິບັດວຽກງານແມ່ ແລະ ເດັກ ໂດຍສະເພາະການພິຈາລະນາຄໍາເຫັນຂອງ ຕົວແທນເດັກ ແລະ ພາກສ່ວນຕ່າງໆໃນຂອບເຂດທົ່ວປະເທດ ກ່ຽວກັບການຈັດຕັັ້ງປະຕິບັດວຽກສິດທິເດັກ ໃນຊຸມປີທີ່ຜ່ານມາ ແລະ ແກ້ໄຂບັນຫາ, ສິ່ງທ້າທາຍ ແລະ ຂໍ້ຄົງຄ້າງໃນປັດຈຸບັນ ເພື່ອຮັບປະກັນການກຳນົດຍຸດທະສາດ ແລະ ແຜນດຳເນີນງານແຫ່ງຊາດ ເພື່ອພັດທະນາເດັກລາວບັນດາເຜົ່າ ຮອດປີ 2030 ກໍຄື ການເບິ່ງແຍງເອົາໃຈໃສ່, ການປົກປ້ອງ, ການພັດທະນາ ແລະ ການມີສ່ວນຮ່ວມຮອບດ້ານ ເພື່ອສ້າງເງື່ອນໄຂ ແລະ ໂອກາດໃຫ້ເດັກໄດ້ຮັບການພັດທະນາ ແລະ ມີອະນາ ຄົດທີ່່ສົດໃສ ກາຍເປັນຜູ້ໃຫຍ່ທີ່ມີຄຸນນະພາບ, ເປັນກໍາລັງຊັບພະຍາກອນມະນຸດ ທີ່ມີຄວາມເຂັັ້ມແຂງຂອງຊາດ ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ. ພ້ອມກັນສືບຕໍ່ເອົາໃຈໃສ່ສະໜັບສະໜູນ ແລະ ປະກອບສ່ວນໃນການປົກປ້ອງ, ຊຸກຍູ້ເສີມ ແລະ ພັດທະນາເດັກລາວບັນດາເຜົ່າ ໃຫ້ເຕີບໃຫຍ່ຢ່າງມີຄຸນນະພາບສູງ ແລະ ເປັນຊັບພະຍາກອນທີ່ມີປະສິດທິພາບ, ທັນສະໄໝໃນອະນາຄົດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments