Saturday, July 27, 2024
Homeຂ່າວໜ້າໜຶ່ງສື່ມວນຊົນລາວ-ຈີນສົນທະນາໜຶ່ງແລວໜຶ່ງເສັ້ນທາງ

ສື່ມວນຊົນລາວ-ຈີນສົນທະນາໜຶ່ງແລວໜຶ່ງເສັ້ນທາງ

ກອງປະຊຸມສົນທະນາລະຫວ່າງສື່ມວນຊົນລາວ-ຈີນພາຍໃຕ້ຫົວຂໍ້“ໜຶ່ງແລວໜຶ່ງເສັ້ນທາງ”ຈັດຂຶ້ນວັນທີ 20 ພະຈິກ 2023 ຢູ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ມີທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວລາວ ທ່ານ ແລະທ່ານຫູຈິ້ງຈຸ່ນ ຮອງຜູ້ອຳນວຍການໃຫຍ່ວິທະຍຸໂທລະພາບສູນກາງຈີນ ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ ຜຸູ້ອຳນວຍການໃຫຍ່ໜັງສືພິມປະຊາຊົນ ທ່ານ ຫວາງຊ້າງ ອຸປະທູດຈີນປະຈຳລາວທ່ານຫົວໜ້າກົມສື່ມວນຊົນ ອຳນວຍການໃຫຍ່ໂທລະພາບແຫ່ງຊາດ ວິທະຍຸກະຈາຍສຽງແຫ່ງຊາດ ສໍານັກຂ່າວສານປະເທດລາວ ວຽງຈັນທາມ ວິຊາການ ແລະ ສື່ມວນຊົນລາວເຂົ້າຮ່ວມ.

ກອງປະຊຸມໄດ້ແລກປ່ຽນຄຳເຫັນກັນຢ່າງເລິກເຊິ່ງໂດຍປິ່ນອ້ອມຫົວຂໍ້ກ່ຽວກັບໜ້າທີ່ຮັບຜິດຊອບຂອງສື່ມວນຊົນພາຍໃຕ້ຂໍ້ລິເລີ່ມ“ໜຶ່ງແລວໜຶ່ງເສັ້ນທາງ” ເຊິ່ງຜູ້ຮ່ວມປະຊຸມເປັນເອກະພາບກັນເຫັນວ່າ ລາວຈີນໃນຖານະເປັນປະເທດບ້ານໃກ້ຄຽງທີ່ມີສາຍພູສາຍນ້ຳຕິດຈອດກັນຈະກາຍເປັນຄູ່ຮ່ວມສົນຊາຕະກຳທີ່ມີເສັ້ນທາງໄປມາຫາສູ່ກັນ ປະຊາຊົນມີຄວາມສະໜິດສະໜົມແລະເຂົ້າໃຈເຊິ່ງກັນແລະກັນໂດຍຜ່ານຈາກການສ້າງສາໜຶ່ງແລວໜຶ່ງເສັ້ນທາງ” ຮ່ວມກັນ ສື່ມວນຊົນສອງປະເທດລາວຈີນຈະລົງເລິກການຮ່ວມມືກັນ ເພື່ອເພີ່ມພະລັງແຮງໃໝ່ເຂົ້າໃນ “ໜຶ່ງແລວໜຶ່ງເສັ້ນທາງ”.

ທ່ານໂພສີ ແກ້ວມະນີວົງ ກ່າວວ່າ: ການຈັດກອງປະຊຸມສົນທະນາຄັ້ງນີ້ຂຶ້ນ ໂດຍດຳເນີນການແລກປ່ຽນ ແລະ ການຮ່ວມມືຢ່າງເລິກເຊິ່ງໂດຍປິ່ນອ້ອມຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ນັ້ນເປັນການຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນລະຫວ່າງຜູ້ນຳສອງປະເທດ ແລະ ສັນຍາລະຫວ່າງສອງພາກສ່ວນພວກເຮົາຢ່າງເປັນຮູບປະທຳ ພວກເຮົາມີຄວາມຫວັງເປັນຢ່າງຍິ່ງວ່າບົນພື້ນຖານຈຸດເລີ່ມຕົ້ນທີ່ສູງໃນປັດຈຸບັນ ຈະໄດ້ລົງເລິກການຮ່ວມມືກັບວິທະຍຸ ໂທລະພາບສູນກາງຈີນ ຊົມໃຊ້ຂໍ້ມູນຂ່າວສານຮ່ວມກັນ ແລກປ່ຽນໃນດ້ານບຸກຄະລາກອນ ຮັກສາການຕິດຕໍ່ພົວພັນໃນຂົງເຂດຕ່າງໆເຊັ່ນ: ວິທະຍຸ ໂທລະພາບ ແລະ ໜັງສືພິມເປັນຕົ້ນ ຍົກລະດັບການຮ່ວມມືໃຫ້ສູງຂຶ້ນ.

ທ່ານ ຫູຈິ້ງຈຸ່ນ ກ່າວວ່າ: ໃນກອງປະຊຸມສຸດຍອດເວທີເປິກສາຫາລືການຮ່ວມມືສາກົນ”ໜຶ່ງແລວໜຶ່ງເສັ້ນທາງ”ຄັ້ງທີ 3 ທ່ານ ສີຈິ້ນຜິງ ແລະ ທ່ານ ທອງລຸນ ສີສຸລິດ ໄດ້ຮ່ວມກັນລົງນາມໃນ“ແຜນການດຳເນີນການວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳຈີນລາວ”ສ້າງໂອກາດສຳຄັນໃຫ້ແກ່ການລົງເລິກການຮ່ວມມື ຂົງເຂດສື່ມວນຊົນ ໃນຖານະເປັນຜູ້ປະກອບການສື່ມວນຊົນໃນຍຸກໃໝ່ CMG ຍິນດີຮວມກັບບັນດາໝູ່ຮ່ວມງານ ແລະ ບັນດາເພື່ອນມິດ ເພີ່ມແຮງຂັບເຄື່ອນໃໝ່ເຂົ້າໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການລົງເລິກສາຍພົວພັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງຈີນກັບລາວ ສືບຕໍ່ສ້າງເວທີສົນທະນາ ແລະ ແລກປ່ຽນອະລິຍະທຳແບບຂ້າມພາກພື້ນ ແລະເຄົາລົບຄວາມແຕກຕ່າງດ້ານອະລິຍະທຳ ຊຸກຍູ້ການເຊື່ອມໂຍງຈິດໃຈປະຊາຊົນຮ່ວມແຮງຮ່ວມໃຈກັນ ປະກອບສ່ວນເຂົ້າໃນການແລກປ່ຽນອະລິຍະທຳລະຫວ່າງຈີນ ແລະ ລາວ.

ໃນກອງປະຊຸມຜູ້ຕາງໜ້າສື່ມວນຊົນຝ່າຍລາວທ່ານ ຄຳຜຸຍ ພິລາພະ ຫົວໜ້າບັນນາທິການໃຫຍ່ສຳນັກຂ່າວສານປະເທດລາວ ທ່ານ ອຳຄາ ວົງໝື່ນກ້າ ຜູ້ອຳນວຍການໃຫຍ່ໂທລະພາບແຫ່ງຊາດລາວ ແລະ ຜູ້ຕາງໜ້າຝ່າຍຈີນທ່ານ ນາງ ຈ່າງຮຸຍ ຮອງຫົວໜ້າສູນອາຊີອາຝຣິກາຂອງວິທະຍຸໂທລະພາບສູນກາງຈີນ ໄດ້ປະກອບຄຳເຫັນກ່ຽວກັບໂອກາດກັບການທ້າທາຍທີ່ສື່ມວນຊົນກຳລັງປະເຊີນໜ້າໃນຂະບວນການສ້າງ ສາ“ໜຶ່ງແລວໜຶ່ງເສັ້ນທາງ”.

ຕອນທ້າຍທ່ານໂພສີ ແກ້ວມະນີວົງ ແລະ ທ່ານ ຫູຈິ້ງຈຸ່ນ ໄດ້ຮ່ວມກັນເປີດປ້າຍໃຫ້ແກ່ການສ້າງສູນຝຶກອົບຮົມຜູ້ວິເຄາະຂ່າວທີ່ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວລາວຮ່ວມກັນສ້າງຂຶ້ນ ເພື່ອຮ່ວມກັນຝຶກອົບຮົມວິຊາການດ້ານສື່.

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments