Saturday, July 27, 2024
Homeຂ່າວໜ້າໜຶ່ງຄະນະຊາວໜູ່ມອາຊຽນຄົ້ນຫາໂອກາດໃນການຂັບເຄື່ອນການເຕີບໃຫຍ່ຂອງພາກພື້ນ ໃນໄລຍະທີ່ທົ່ວໂລກພັດທະນາຢ່າງໄວວາ

ຄະນະຊາວໜູ່ມອາຊຽນຄົ້ນຫາໂອກາດໃນການຂັບເຄື່ອນການເຕີບໃຫຍ່ຂອງພາກພື້ນ ໃນໄລຍະທີ່ທົ່ວໂລກພັດທະນາຢ່າງໄວວາ

ຜູ້ເຂົ້າຮ່ວມໄດ້ປະກອບສ່ວນກັບຜູ້ສ້າງນະໂຍບາຍ ແລະ ຜູ້ນຳດ້ານແນວຄິດຈາກສິງກະໂປ ແລະ ຫວຽດນາມຕໍ່ຫົວຂໍ້ທາງສັງຄົມ, ເສດຖະກິດ ແລະ ສິ່ງແວດລ້ອມ, ແລະ ມີການລະດົມສະໝອງໃນການແກ້ໄຂບັນຫາຮ່ວມກັນ.

ວັນທີ 6 ພະຈິກ 2023, ທີ່ ສິງກະໂປ – ຊາວໜຸ່ມຈຳນວນ 40 ຄົນ ຈາກ 10 ປະເທດອາຊຽນ ໄດ້ເຂົ້າຮ່ວມໃນໂຄງການຄະນະຊາວໜຸ່ມອາຊຽນ (ASEAN Youth Fellows – AYF) ຕັ້ງແຕ່ ວັນທີ 28 ຕຸລາ ເຖິງ 4 ພະຈິກ 2023. ໂຄງການດັ່ງກ່າວໄດ້ມີການສ້າງຄວາມເຕີບໃຫຍ່ ແລະ ເຊື່ອມຕໍ່ຜູ້ນຳໄວໜຸ່ມຈາກຫຼາຍຂົງເຂດຂອງ ລັດ, ເອກະຊົນ, ແລະ ບຸກຄົນຈາກພາກສ່ວນການຮ່ວມມືຕ່າງໆ

ງານດັ່ງກ່າວໄດ້ມີການຮ່ວມມືໂດຍ ມູນນິທິສາກົນສິງກະໂປ (SIF) ແລະ ສະພາຊາວໜຸ່ມແຫ່ງຊາດສິງກະໂປ (NYC) ໃນແຕ່ລະປີ. ຮູບແບບຂອງປີນີ້ແມ່ນສອດຄ່ອງກັບຫົວຂໍ້ການເປັນປະທານອາຊຽນ ປີ 2023 ຂອງປະເທດອິນໂດເນເຊຍ, “ອາຊຽນສຳຄັນ: ສູນກາງຂອງການເຕີບໃຫຍ່” (“ASEAN Matters: Epicentrum of Growth”.)

ໂຄງການດັ່ງກ່າວໄດ້ນຳພາຜູ້ເຂົ້າຮ່ວມໄປສິງກະໂປ ແລະ ຮາໂນ້ຍ, ປະເທດຫວຽດນາມ, ເຊິ່ງພວກເຂົາໄດ້ເຂົ້າຮ່ວມການສົນທະນາ ແລະ ຮັບຟັງ ການໂອ້ລົມແລກປ່ຽນໃນຫົວຂໍ້ຕ່າງໆ. ພວກເຂົາຍັງໄດ້ເຂົ້າຮ່ວມ ການສົນທະນາຂອງລັດຖະມົນຕີ ພະນະທ່ານ ລໍແຣນ ຫວົງກັບ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ປະເທດສິງກະໂປ.

ຜູ້ເຂົ້າຮ່ວມໄດ້ຮັບໂອກາດໃນການມີສ່ວນຮ່ວມກັບ ຜູ້ນຳທາງຄວາມຄິດທີ່ໂດດເດັ່ນ ໃນຫົວຂໍ້ຕ່າງໆເຊັ່ນ ໂອກາດ ແລະ ສິ່ງທ້າທາຍໃນສະມາຄົມອາຊຽນ, ການສ້າງຊາວໜຸ່ມທີ່ມີການປັບຕົວໃນການເປັນຜູ້ນຳໃນອະນາຄົດ ແລະ ການຮ່ວມມືພາກພື້ນໃນການຂັບເຄື່ອນການເຕີບໃຫຍ່ຂອງພາກພື້ນ. ເຊິ່ງລວມມີ:

  • ພະນະທ່ານ ລາຈາ ຣັດນາມ – Mr Jaya Ratnam, ເອກອັກຄະລັດຖະທູດສິງກະໂປ ປະຈໍາ ສ. ຫວຽດນາມ.
  • ພະນະທ່ານ ຫງຽນ ເຕືອງ ລາມ – Mr Nguyen Tuong Lam, ຮອງປະທານຖາວອນ ປະຈໍາ ຄະນະຊາວໜຸ່ມແຫ່ງຊາດ ຫວຽດນາມ

ການໂອ້ລົມກັບຜູ້ເຂົ້າຮ່ວມໃນງານປິດພິທີ, ທ່ານເອກອັກຄະລັດຖະທູດ ຣັດນາມ ກ່າວວ່າ: “ປະຊາຄົມອາຊຽນບໍ່ແມ່ນບັນດາການນໍາ, ລັດຖະມົນຕີ, ຫຼື ຫົວໜ້າອາວຸໂສໃດໆ. ອາຊຽນແມ່ນ ທຸກຄົນທີ່ຢູ່ໃນທີ່ນີ້ ມື້ນີ້. ພວກເຈົ້າມີພາສາໃນການໂອ້ລົມເພື່ອສ້າງສາຍສຳພັນ, ຮ່ວມມື ແລະ ການເຮັດວຽກຮ່ວມກັນ. ນັ້ນແມ່ນສິ່ງສຳຄັນສຳລັບພວກເຮົາ ຂອງປະຊາຄົມອາຊຽນ ທີ່ຈະມີຄວາມເຂັ້ມແຂງຂຶ້ນ ແລະ ດີຂຶ້ນນໍາກັນ. ຂໍໃຫ້ຮັກສາຄວາມກ້າຫານ ແລະ ຄວາມກະຕືລືລົ້ນຂອງພວກເຈົ້າໄວ້ ເພື່ອເດີນໜ້າ, ສ້າງພື້ນທີ່ໃໝ່, ທ້າທາຍຕໍ່ໂອກາດ ແລະ ເປີດສິ່ງໃໝ່ໆແກ່ເຮົາທຸກຄົນ”

ຜ່ານໂຄງການ 8 ວັນ, ຜູ້ເຂົ້າຮ່ວມໂຄງການທຸກຄົນໄດ້ຮັບແນວຄວາມຄິດໃໝ່ໆຈາກການຢ້ຽມຢາມອົງການ ແລະ ໜ່ວຍງານຕ່າງໆ ທີ່ມີນະວັດຕະກຳແຖວໜ້າ ດ້ານການເບິ່ງແຍງສຸຂະພາບ, ຄວາມໝັ້ນຄົງດ້ານອາຫານ, ຄວາມຍືນຍົງ ແລະ ການຫັນປ່ຽນເປັນດີຈິຕອນ. ຢູ່ສີງກະໂປ, ໄດ້ມີການຢ້ຽມຢາມ:

  • ສູນນະວັດຕະກໍາເບິ່ງແຍງສຸຂະພາບ, ທີ່ຊອກຫາການຂັບເຄື່ອນການປັບປ່ຽນການເບິ່ງແຍງສຸຂະພາບ ຜ່ານການຮ່ວມມືປະດິດສ້າງ ແລະ ການເປັນຜູ້ນໍາດ້ານຄວາມຄິດ;
  • Comcrop, ບໍລິສັດ ​ຜະລິດ​ກະສິກຳ ​ເທິງ​ດາດ​ຟ້າ​ແຫ່ງ​ທຳ​ອິດ​ຂອງ​ສິງກະ​ໂປ.
  • ຫ້ອງທົດລອງການມີຊີວິດແບບຍືນຍົງ (SL2), ທີ່ໃຫ້ຄຳປຶກສາດ້ານຄວາມຍືນຍົງ ແລະ ຫ້ອງທົດລອງນະວັດຕະກໍາທີ່ນໍາໃຊ້ເຕັກໂນໂລຢີເປັນເຄື່ອງມືເພື່ອຄວາມຍືນຍົງ.
  • ຫ້ອງສ້ອມແປງໂກປິຕຽມ – Repair Kopitiam, ການລິເລີ່ມຊຸມຊົນໂດຍ SL2 ທີ່ສອນເຕັກນິກງ່າຍໆໃນການແກ້ໄຂເຄື່ອງໃຊ້ໃນຄົວເຮືອນທີ່ແຕກຫັກ ແລະ ເພື່ອຫຼຸດຜ່ອນສິ່ງເສດເຫຼືອ.
  • ກຸ່ມ​ສະໜາມ​ບິນຊາງງີ, ​ເປັນ​ຜູ້​ບໍລິຫານ​ສະໜາມ​ບິນ ຊາງງີ ສິງກະ​ໂປ Changi Airport ຊຶ່ງ​ເປັນ​ໜຶ່ງ​ໃນ​ສູນລວມ​ສາຍການ​ບິນ​ສາກົນ​ທີ່​ເຊື່ອມ​ຕໍ່​ກັບ​ປະເທດຕ່າງໆຫລາຍ​ທີ່​ສຸດ​ໃນ​ອາຊີ.

ທ່ານ ນາງ ເພນລີກ ຈັນ Penhleak Chan, ຜູ້ເຂົ້າຮ່ວມຈາກກຳປູເຈຍ ເວົ້າວ່າ: “ຜ່ານ​ການ​ຢ້ຽມຢາມ​ສິງກະ​ໂປ, ຂ້າພະ​ເຈົ້າ​ໄດ້​ເຫັນ​ປະ​ເທດ​ນີ້​ເປັນ​ສູນ​ກາງ​ນະວັດຕະກຳ​ຂອງ​ອາ​ຊຽນ. ນອກຈາກການຈຳລອງກໍລະນີສຶກສາ ທີ່ປະສົບຜົນສໍາເລັດ, ພວກເຮົາໄດ້ຖືກຖາມ ກໍລະນີສົມມຸດ ແລະ ສຸມໃສ່ຂະບວນການແກ້ບັນຫາ. ໃນຕອນນັ້ນ, ພວກ​ເຮົາຈຶ່ງ​ຈະ​ສາ​ມາດ​ຂັບເຄື່ອນການແກ້​ໄຂ​ບັນ​ຫາ​​ທີ່​ເຫມາະ​ສົມ​ກັບ​ແຕ່​ລະ​ຊຸມ​ຊົນ​ຂອງ​ພວກ​ເຮົາ​ໄດ້.”

ທ່ານ ໂອພາກອນ ກຸໂພຄຳ, ຜູ້ເຂົ້າຮ່ວມຈາກ ສປປ ລາວ ເວົ້າວ່າ: “ການ​ຢ້ຽມຢາມ​ ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສຳຄັນ​ໃນ​ການ​ຮັບປະກັນ​ໃຫ້​ທຸກ​ຄົນ​ຢູ່​ນຳ​ກັນ ​ແລະ ມີ​ເປົ້າ​ໝາຍ​ຮ່ວມກັນ. ສິ່ງນີ້ຈະຊ່ວຍໃຫ້ຫຼາຍພາກສ່ວນໃນຂະແໜງການຕ່າງໆ ຮ່ວມມືກັນເພື່ອແກ້ໄຂບັນຫາສັງຄົມ. ສິງກະ​ໂປ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມກະຕືລືລົ້ນ​ທີ່​ ​ສາມາດ​ເຮັດ​ແນວ​ນັ້ນໄດ້, ​ໃນ​ຂະນະ​ທີ່​ການ​ເຊື່ອມ​ຕໍ່​ຄວາມ​ຍືນ​ຍົງ​ເຂົ້າ​ໃນ​ການ​ແກ້​ໄຂບັນການ​ຢ່າງມີ​ຫົວຄິດ​ປະດິດ​ສ້າງ.”

​ໃນວັນ​ທີ 1–4 ພະຈິກ 2023, ຢູ່​ຮ່າ​ໂນ້ຍ, ຜູ້ເຂົ້າຮ່ວມໄດ້ໄປຢ້ຽມຢາມ ສູນປະດິດສ້າງແຫ່ງຊາດ ຮ່າໂນ້ຍ (NIC) ໃນການຮຽນຮູ້ວິທີຊ່ວຍເຫຼືອ ແລະ ພັດທະນາລະບົບນິເວດການເລີ່ມຕົ້ນທຸລະກິດໃນຫວຽດນາມ, ນະວັດຕະກໍາຂອງຫວຽດນາມ ແລະ ລະບົບນິເວດຂອງການປະດິດສ້າງ; ແລະ ບໍລິສັດ ໂກໂຕ – KOTO ແມ່ນ​ວິ​ສາ​ຫະກິດ​ຂອງສັງຄົມ ​ທີ່​​ຊ່ວຍ​ຊາວ​ໜຸ່ມຜູ້​ທີ່​ມີ​ຄວາມ​ສ່ຽງ ​ແລະ ດ້ອຍ​ໂອກາດ​ຢູ່ ຫວຽດນາມ ຜ່ານ​ບັນດາ​ໂຄງການ​ ຝຶກອົບຮົບ ດ້ານການບໍລິການ.

ທ່ານ ແອນໂທນີ້ ໄຊມອນ Antony Simon, ຜູ້ເຂົ້າຮ່ວມຈາກອິນໂດເນເຊຍ ເວົ້າວ່າ: “​ເມື່ອ​ມາ​ຢ້ຽມຢາມ ສູນປະດິດສ້າງແຫ່ງຊາດ ຮ່າໂນ້ຍ, ພວກ​ເຮົາ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ການ​ປະຕິບັດ ​ແລະ ຂໍ້​ລິ​ເລີ່​ມ​ເພື່ອ​ສະໜັບສະໜູນ​​ນະ​ວັດຕະກຳ​ຢູ່​ຫວຽດນາມ. ຂ້າພະເຈົ້າຮູ້ສຶກແປກໃຈທີ່ເຫັນວ່າມັນມີຄວາມຄ້າຍຄືກັນ ກັບສິ່ງທີ່ພວກເຮົາກຳລັງເຮັດຢູ່ໃນອິນໂດເນເຊຍ, ເຊິ່ງເຮັດໃຫ້ຂ້ອຍຄິດວ່າ ມີໂອກາດຫຼາຍສໍາລັບການຮ່ວມມືກັນ, ຫຼາຍກວ່າຈະເປັນການແຂ່ງຂັນກັນ.”

ທ່ານ ດາແຣນ ໄລ ໃຈ ເອນ Darren Lai Chai En, ຜູ້ເຂົ້າຮ່ວມຈາກມາເລເຊຍ ເວົ້າວ່າ: “ການໄດ້ເຫັນຄວາມມຸ່ງໝັ້ນຂອງທ່ານ ຈິ່ມມີ້ ພາມ, ຜູ້ກໍ່ຕັ້ງ ໂກໂຕ, ໃນການປ່ຽນແປງຫຼາຍຊີວິດຢູ່ຫວຽດນາມ ເປັນແຮງບັນດານໃຈອັນຍິ່ງໃຫຍ່ຂອງຂ້ອຍ. ຂ້ອຍເຊື່ອວ່າຈິດໃຈຂອງ “ການຮູ້ໜຶ່ງ, ສອນອີກໜຶ່ງ” ສາມາດສ້າງການປ່ຽນແປງທີ່ມີຄວາມໝາຍ ແລະ ຫວັງທີ່ຈະລິເລີ່ມຄ້າຍໆກັນໃນ ຈໍຮໍ, ມາເລເຊຍ ແລະ ປະເທດອື່ນໆໃນສະມາຄົມອາຊຽນ”

ທ່ານນາງ ຢີນ ທານ Jean Tan, ຜູ້ອໍານວຍການບໍລິຫານ ມູນນິທິສາກົນສິງກະໂປ ໄດ້ກ່າວວ່າ: “ພາກ​ພື້ນ​ອາ​ຊຽນ​ກຳລັງ​ຂະ​ຫຍາຍ​ຕົວ​ໄປ​ດ້ວຍ​​ໂອ​ກາດຂອງ​ການ​ເຕີບ​ໃຫຍ່ ​ເຖິງ​ວ່າ​ຈະ​ມີ​ສິ່ງ​ທ້າ​ທາຍ​ ​ທີ່​ກຳລັງ​ປ່ຽນ​ແປງ ວິ​ທີ​ການ​ດຳ​ລົງ​ຊີ​ວິດ ແລະ ການເຮັດວຽກ​ຂອງ​ພວກ​ເຮົາ.ບັນດາຜູ້ນຳຊາວໜຸ່ມ ເຊັ່ນ: ຄະນະຊາວໜຸ່ມອາຊຽນ ສາມາດນຳເອົາແນວຄວາມຄິດໃໝ່ໆ ແລະ ຮ່ວມມືກັນແກ້ໄຂບັນຫາໂດຍໃຊ້ນະວັດຕະກໍາ ເພື່ອຊ່ວຍຊຸກຍູ້ໃຫ້ອາຊຽນກ້າວໄປສູ່ຄວາມຍືນຍົງ, ການລວມໂຕກັນ ແລະ ຈະເລີນຮຸ່ງເຮືອງ ທ່າມກາງຄວາມບໍ່ແນ່ນອນ.”

ທ່ານ ເດວິດ ຈົວ David Chua, ປະທານບໍລິຫານ ສະພາຊາວໜຸ່ມແຫ່ງຊາດສິງກະໂປ ເວົ້າວ່າ: “ໃນຖານະທີ່ເປັນ​ໂຄງ​ການ​ນໍາພາຊາວ​ໜຸ່ມ​ໃນ​ພາກ​ພື້ນ, ໂຄງການຄະນະຊາວໜຸ່ມອາຊຽນ ໄດ້​ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ຂ້າມ​ຊາຍ​ແດນ ແລະ ໂອ​ກາດ​​ຂອງການເຕີບໃຫຍ່​ຂອງຜູ້​ນຳ​ຊາວ​ໜຸ່ມ. ດ້ວຍ​ຄວາມ​ບໍ່​ແນ່ນອນ ​ແລະ ​ຄວາມ​ເຄັ່ງ​ຕຶງ​ໃນ​ທົ່ວ​ໂລກ​ທີ່​ເພີ່ມ​ຂຶ້ນ, ມັນ​ເປັນ​ສິ່ງ​ສຳຄັນ​ທີ່​ຊາວ​ໜຸ່ມ​ຂອງ​ພວກ​ເຮົາ​ເຂົ້າ​ໃຈ​ ເຖິງຄວາມ​ສຳຄັນ​ຂອງ​ການ​ເຮັດ​ວຽກ​ໃນ​ການ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ, ​ເພື່ອ​ໃຫ້​ພວກ​ເຮົາ​ສາມາດ​ເຕີບ​ໃຫຍ່ ​ແລະ ພັດທະນາ​ເປັນ​ພາກ​ພື້ນໄດ້.”

ທ່ານ ນາງ ໂຈລີ ຫງຽນ Jolly Nguyen, ຜູ້ເຂົ້າຮ່ວມຈາກຫວຽດນາມ ເວົ້າວ່າ: “ໂຄງການຊາວໜຸ່ມອາຊຽນ ໄປເປີດກວ້າງແນວຄວາມຄິດຂອງຂ້ອຍຕໍ່ກັບການຮັກສາຄວາມຍືນຍົງ ແລະ ພາກສ່ວນອື່ນໆໃນອາຊຽນ”

ຜູ້ກໍ່ຕັ້ງ ແລະ ຜູ້ບໍລິຫານສູງສຸດ ຂອງ EVOL ຫວຽດນາມ, ແມ່ນວິສາຫະກິດເພື່ອສັງຄົມເພື່ອແນໃສ່ການເພີ່ມຄວາມຮັບຮູ້ກ່ຽວກັບພລາສຕິກທີ່ໃຊ້ໄດ້ເທື່ອດຽວໃນມະຫາສະໝຸດ, ພ້ອມທັງແນະນຳນັກທຸລະກິດຍິງໜຸ່ມຢູ່ພາກພື້ນອາຊີ-ປາຊີຟິກ (APAC). ທ່ານນາງໄດ້ກ່າວຕື່ມວ່າ: “ຄວາມເຂົ້າໃຈທີ່ຂ້າພະເຈົ້າໄດ້ຮັບໂດຍຜ່ານການຢ້ຽມຢາມສະຖານທີ່ຕ່າງໆຂອງພວກເຮົາ, ການສົນທະນາແລະການແລກປ່ຽນກັບຊາວໜຸ່ມ ແລະ ບັນດາອະດີດຜູ້ເຂົ້າຮ່ວມຍັງຈະເປັນປະໂຫຍດແກ່ຜູ້ປະກອບການທີ່ຂ້າພະເຈົ້າແນະນໍາພວກເຂົາໃນອະນາຄົດ.”

ທ່ານ​ ນາງ ດີລານ ຟູ ເວີຍ ເອນ Delane Foo Wei En, ຊາວໜຸ່ມ​ຈາກ​ສິງກະ​ໂປ​ກ່າວ​ວ່າ: “ໂຄງການ AYF ກຳລັງເຮັດ​ວຽກ​ງານ​ສຳຄັນ​ໂດຍ​ການເຕົ້າໂຮມ ບັນດາ​ຜູ້ນຳ​ໜຸ່ມ​ອາ​ຊຽນ ​ເພື່ອ​ຮຽນ​ຮູ້​ເຊິ່ງກັນ​ແລະກັນ ​ແລະ ສ້າງເພື່ອນໃໝ່ທີ່ໄດ້ແບ່ງປັນປະສົບ​ການ​ຮ່ວມ​ກັນ. ສິ່ງນີ້ຈະກາຍເປັນພື້ນຖານຂອງຄວາມຮັກແພງ ແລະ ຄວາມຮ່ວມມື ໃນເວລາທີ່ພວກເຮົາດຳເນີນວຽກງານແລະຊີວິດຂອງພວກເຮົາ. ໂຄງການນີ້ຈະຍັງຊ່ວຍເຕືອນພວກເຮົາເຖິງ ຄວາມສໍາຄັນຂອງຄວາມສາມັກຄີໃນການບັນລຸເປົ້າໝາຍແລະຈິດໃຈ ເຖິງວ່າຈະມີຄວາມແຕກຕ່າງກັນຂອງບັນດາປະເທດຂອງພວກເຮົາ ໃນຖານະເພື່ອນບ້ານໃນພາກພື້ນ.”

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments