Saturday, July 27, 2024
Homeຂ່າວພາຍໃນສະພາແຫ່ງຊາດເປີດໜ້າເວັບໄຊກອງປະຊຸດສຸດຍອດລັດຖະສະພາກໍາປູເຈຍ- ລາວ-ຫວຽດນາມ (CLV) ຄັ້ງທີ 1

ສະພາແຫ່ງຊາດເປີດໜ້າເວັບໄຊກອງປະຊຸດສຸດຍອດລັດຖະສະພາກໍາປູເຈຍ- ລາວ-ຫວຽດນາມ (CLV) ຄັ້ງທີ 1

ສະພາແຫ່ງຊາດເປີດໜ້າເວັບໄຊກອງປະຊຸດສຸດຍອດລັດຖະສະພາກໍາປູເຈຍ- ລາວ-ຫວຽດນາມ (CLV) ຄັ້ງທີ 1 ຈັດຂື້ນໃນວັນທີ 20 ພະຈິກ 2023, ເພື່ອເຜີຍແຜ່ຂໍ້ມູນ-ຂ່າວສານຂອງປະຊຸມສຸດຍອດລັດຖະສະພາ ກໍາປູເຈຍ-ລາວ- ຫວຽດ ນາມ (CLV) ຄັ້ງທີ 1 ສູ່ສັງຄົມເວົ້າລວມ, ເວົ້າສະເພາະກໍຄືປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ແລະພາກພື້ນຮັບຊາບຢ່າງທົ່ວເຖິງ ທັງເປັນຂໍ້ມູນພື້ນ ຖານໃຫ້ແກ່ສະພາແຫ່ງຊາດ ກໍາປູເຈຍ- ລາວ-ຫວຽດນາມ ໃນການຕິດຕາມເອ ກະສານຂອງກອງປະຊຸມຄັ້ງນີ້. ຊື່ງໂຄງຮ່າງໜ້າເວັບໄຊປະກອບມີ 2 ພາສາ (ພາສາລາວ, ພາສາອັງກິດ)

– ຫນ້າຫຼັກ(HOME): ສະແດງຮູບພາບ ແລະຂ່າວການເຄື່ອນໄຫວກິດຈະກໍາຕ່າງໆ ຂອງກອງປະຊຸມສຸດຍອດລັດຖະສະພາ ກໍາປູເຈຍ-ລາວ-ຫວຽດນາມ (CLV)ຄັ້ງທີ 1.

– ໜ້າກ່ຽວກັບ(ABOUT): ແມ່ນໜ້າສະແດງຂໍ້ມູນ: ຄໍາຂວັນກອງປະຊຸມ, ສານສະແດງຄວາມຍິນດີຕ້ອນຮັບ, ຖະແຫຼງການຮ່ວມຂອງສາມປະທານສະພາແຫ່ງຊາດ, ປະຫວັດຄວາມເປັນມາຂອງກອງປະຊຸມສຸດຍອດລັດຖະສະພາ ກໍາປູເຈຍ-ລາວ-ຫວຽດນາມ ແລະລະບຽບການດໍາເນີນກອງປະຊຸມ.

– ໜ້າເອກະສານ(DOCUMENTS) :ແມ່ນໜ້າສະແດງຂໍ້ມູນເນື້ອໃນ: ໜັງສືເຊີນ, ຮ່າງວາລະກອງປະຊຸມ, ຕາຕະລາງການດຳເນີນກອງປະຊຸມ, ຮ່າງຖະແຫຼງການຮ່ວມຂອງກອງປະຊຸມ,ລາຍຊື່ຄະນະຜູ້ແທນເຂົ້າຮ່ວມ,ຂໍ້ມູນທົ່ວໄປ, ຟອມການລົງຖະບຽນ ແລະເອກະສານທີ່ກ່ຽວຂ້ອງອືນໆ.

– ໜ້າກອງປະຊຸມກໍາມາທິການ(COMMITTEE MEETING): ແມ່ນໜ້າ ສະແດງຂໍ້ມູນເນື້ອໃນການປະຊຸມ ສາມກໍາມາທິການ: ກໍາມາທິການ ການຕ່າງປະເທດ, ກໍາມາທິການ ເສດຖະກິດ-ສັງຄົມ ແລະ ກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

– ໜ້າກິດຈະກໍາປິ່ນອ້ອມ(SIDE EVENT): ແມ່ນໜ້າ ສະແດງຂໍ້ມູນກິດຈະກໍາການເຄື່ອນ ໄຫວ ກິລາແຂ່ງລົດຖີບ.

– ໜ້າຂ່າວສານ(MEDIA): ແມ່ນໜ້າສະແດງຂໍ້ມູນເນື້ອໃນຂ່າວຕ່າງໆ, ຮູບພາບ, ພາບເຄື່ອນໄຫວ ຂອງກອງປະຊຸມ.

– ໜ້າຕິດຕໍ່ພົວພັນ(CONTACT): ແມ່ນໜ້າສະແດງຂໍ້ມູນການຕິດຕໍ່ປະສານງານ: ກອງເລຂາກອງປະຊຸມ ແລະ ພະນັກງານເຕັກນິກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments