Saturday, July 27, 2024
Homeຂ່າວພາຍໃນພິທີເຊັນບົດບັນທຶກການຮ່ວມມືລະຫວ່າງ 3 ຝ່າຍ

ພິທີເຊັນບົດບັນທຶກການຮ່ວມມືລະຫວ່າງ 3 ຝ່າຍ

ພິທີເຊັນບົດບັນທຶກການຮ່ວມມື 3 ຝ່າຍລະຫວ່າງກົມຊັບສິນທາງປັນຍາ ແລະ ມະຫາ ວິທະຍາໄລແຫ່ງຊາດ ແລະ ກົມສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ງານສະເຫລີມ ສະຫລອງການນໍາໃຊ້ລະບົບ IPAS ຄົບຮອບ 20 ປີ ແລະ ງານສັບປະດາຊັບສິນທາງປັນຍາປະຈໍາປີ 2023.

ງານສະເຫລີມສະຫລອງການນໍາໃຊ້ລະບົບຄຸ້ມຄອງ ແລະ ຖານຂໍ້າມູນຊັບສິນອຸດສາຫະກຳ ຫລື IPAS ຄົບຮອບ 20 ປີ ແລະ ງານສັບປະດາຊັບສິນທາງປັນຍາປະຈໍາປີ 2023 ແລະ ພິທີເຊັນບົດບັນທຶກຮ່ວມມື 3 ຝ່າຍຈັດຂຶ້ນໃນວັນທີ 20 ພະ ຈິກນີ້ ທີ່ໂຮງແຮມຄຣາວພາຊາ ນະຄອນ ຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີທ່ານ ແອນໂທນິໂອ ແຄມປີນອສ, ປະທານອົງການສິດທິບັດແຫ່ງສະ ຫະພາບເອີີຣົບປະຈໍາລາວ,ທ່ານ ເຄນອິຊິໂຣ ນັດຊູເມະ, ຜູ້ຊ່ວຍອໍານວຍການໃຫຍ່ອົງການຊັບສິນທາງປັນຍາໂລກປະຈໍາລາວ,ທ່ານ ໄຊສົມເພັດ ນໍລະສິງ ຫົວ ໜ້າກົມຊັບສິນທາງປັນຍາ, ຕາງໜ້າຫົວໜ້າກົມການຄ້າພາຍໃນ ພ້ອມດ້ວຍຫົວໜ້າພະແນກ,ສະຖາບັນທີ່ກ່ຽວຂ້ອງອ້ອມຂ້າງກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ແຂກຮັບເຊີນ.

ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ ກະຊວງອຸດສາຫະກໍາ ແລະ ການຄ້າມີຄໍາເຫັນວ່າ: ໃນຍຸກປັດ ຈຸບັນ ໃນເວທີສາກົນແມ່ນໄດ້ເຫັນເຖິງຄວາມກ້າວໜ້າຂອງການປະຕິວັດອຸດສາຫະກໍາ ຄັ້ງທີ 4 ຫຼື ການປະຕິວັດອຸດສາຫະກໍາ 4.0 ຊຶ່່ງໄດ້ນໍາເອົາສິ່ງປະດິດໃໝ່ໃນດ້ານການຂົນສົົ່ງແບບອັດຕະ ໂນມັດ, ນາໂນເຕັກໂນໂລຊີ, ອິນເຕີເນັດແຫ່ງສັບພະສິ່ງ,ອຸປະກອນທີີ່ທັນສະໄໝ, ປັນ ຍາປະດິດ, ເຄື່ອງພິມ 3 ມິຕິ, ຫຸ່ນຍົນ, ເຕັກໂນໂລຊີຊີວະພາບ, ຂໍ້ມູນມະຫາສານ, ເຕັກໂນໂລຊີການຢັ້ງຢືນຄວາມຖຶກຕ້ອງແບບຕ່ອງໂສ້ແລະ ອື່ນໆ,ຊຶ່ງການພັດ ທະນາເຫຼົ່ານີ້ມີຜົນກະທົບທາງດ້ານເຕັກໂນໂລຊີ, ເສດຖະກິດ ແລະ ສັງຄົມຢ່າງຫຼວງຫຼາຍ ແລະ ຈະຫັນປ່ຽນວິທີການຜະລິດ,ການແຈກຢາຍຂອງສິນຄ້າ ແລະ ການບໍລິການ ເຊັ່ນດຽວກັນກັບວິທີການເຮັດວຽກ ແລະ ດໍາລົງຊີວິດ.ປະເທດຕ່າງໆຈຶ່່ງອີງໃສ່ການຂັບເຄື່ອນປະເທດດ້ວຍພູມປັນຍາຄວາມຮູ້ ແລະ ຊັບສິນທີີ່ບໍ່ສາມາດຈັບຕ້ອງໄດ້ ເພື່ອການຂະຫຍາຍຕົວຂອງເສດຖະກິດ ແລະ ເພີີ່ມຄວາມສາມາດໃນການແຂ່ງຂັນ.

ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາມີຄໍາເຫັນຕື່ມວ່າ:ຕົ້ນປີ 2022 ຜ່ານມາ ພາຍຫຼັງກົມຊັບສິນທາງປັນຍາໄດ້ຍ້າຍມາຂຶ້ນກັບກະຊວງອຸດສາ ຫະກຳ ແລະ ການຄ້າ ທັງເປັນການປະ ຕິບັດຕາມນະໂຍບາຍ ສາມສ້າງ ໂດຍໄດ້ມອບໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ສາມາດຮັບບາງຄຳຮ້ອງໄດ້ດ້ວຍຕົນເອງ ແລ້ວຈຶ່ງສົ່ງມາໃຫ້ກົມຊັບສິນທາງປັນຍາດຳເນີນການກວດສອບ ແລະ ອອກໃບຢັ້ງຢືນ. ສະນັ້ນ, ລະບົບ IPAS ຈິ່ງໄດ້ຮັບການປັບປຸງອີກຄັ້ງເພື່ອໃຫ້ສາມາດຮັບຄໍາຮ້ອງເຄື່ອງໝາຍການຄ້າ, ແບບອຸດສາຫະກໍາ, ລິຂະສິດ ແລະ ຄໍາຮ້ອງແກ້ໄຂຂໍ້ຂັດແຍ່ງ ໄດ້ໃນ 18 ແຂວງ ທົ່ວປະເທດ. ມາຮອດວັນທີ 1 ພະຈິກ 2023 ກົມຊັບສິນທາງປັນຍາໄດ້ເປີດນໍາໃຊ້ລະບົບການຢື່ນຄໍາຮ້ອງຜ່ານທາງອອນລາຍໄດ້ສໍາເລັດ ໂດຍໄດ້ຮັບການຊ່ວຍເຫຼືອ ຈາກອົງການຊັບສິນທາງປັນຍາໂລກ ຊຶ່ງເປັນວິທີການໃໝ່ຂອງການບໍລິການຮັບຄຳຮ້ອງແບບທັນສະໄໝ. ໃນຕອນທ້າຍຍັງໄດ້ມີພິທີເຊັນບົດບັນທຶກການຮ່ວມມື 3 ຝ່າຍ ລະຫວ່າງກົມຊັບສິນທາງປັນຍາກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ມະຫາວິທະຍາໄລແຫ່ງ ຊາດ ແລະ ກົມສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ພ້ອມທັງມອບລາງວັນການແຂ່ງຂັນວິດີໂອສັ້ນກ່ຽວກັບຊັບສິນທາງປັນຍາ ແລະ ການທ່ອງທ່ຽວ ແລະ ມອບໃນກຽດຕິຄຸນໃຫ້ແກ່ຜູ້ສະໜັບສະໜູນຕື່ມອີກ.

ຂຽນໂດຍ: ບຸນຍັງ ພຸດສະຫວັດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments