Home ຂ່າວຕ່າງປະເທດ ສປປ ລາວ ພ້ອມແລ້ວທີ່ຈະຮັບດຳລົງບົດບາດເປັນປະທານອາຊຽນ 2024

ສປປ ລາວ ພ້ອມແລ້ວທີ່ຈະຮັບດຳລົງບົດບາດເປັນປະທານອາຊຽນ 2024

0

ຕາມຂ່າວຈາກວິທະຍຸສາກົນຫວຽດນາມ, ສປປ ລາວ ພ້ອມແລ້ວທີ່ຈະຮັບດຳລົງບົດບາດເປັນປະທານອາຊຽນ 2024. ນີ້ແມ່ນຄຳຢືນຢັນ ຂອງທ່ານ ສະເຫລີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດລາວ ໃນການຖະແຫລງຂ່າວ ກ່ຽວກັບຄວາມຄືບໜ້າຂອງວຽກງານກະກຽມໃຫ້ແກ່ປີປະທານອາຊຽນ 2024 ຂອງ ສປປ ລາວ, ເຊິ່ງຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ນະຄອນຫລວງວຽງຈັນ. ຈາກນັ້ນ ທ່ານ ສະເຫລີມໄຊ ກົມມະສິດ ໃຫ້ຮູ້ວ່າ: ນັບແຕ່ປີ 2021, ສປປ ລາວ ໄດ້ເລີ່ມກະກຽມໃຫ້ແກ່ການຮັບດຳລົງບົດບາດເປັນປະທານ ອາຊຽນ ປີ 2024 ແລ້ວ. ສປປ ລາວ ໄດ້ສ້າງຕັ້ງ 14 ອະນຸກຳມະການຮັບຜິດຊອບທຸກໜ້າວຽກທີ່ກ່ຽວຂ້ອງ ເຖິງວຽກງານກະກຽມ ໃຫ້ແກ່ຖານະບົດບາດດັ່ງກ່າວ. ຫົວເລື່ອງ ຂອງປີປະທານອາຊຽນ 2024 ແມ່ນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ດ້ວຍຫົວເລື່ອງດັ່ງກ່າວ, ສປປ ລາວ ຈະວາງອອກ 2 ເປົ້າໝາຍຈຸດສຸມ ໃຫ້ແກ່ປີປະທານອາຊຽນ 2024. ທີໜຶ່ງແມ່ນ, ເພີ່ມທະວີການເຊື່ອມຕໍ່, ບໍ່ພຽງແຕ່ເຊື່ອມຕໍ່ໃນອາຊຽນເທົ່ານັ້ນ, ຫາກຍັງຫັນວິໄສທັດຂອງພັກ-ລັດ ໃນການຫັນລາວ ຈາກປະເທດບໍ່ມີທະເລກາຍເປັນ ປະເທດເຊື່ອມຕໍ່ພາກພື້ນ. ທີສອງແມ່ນ, ໃນສະພາບການການແກ້ງແຍ້ງໃນໂລກ ພວມນັບມື້ນັບເຄັ່ງຮ້ອນ, ເລື່ອງອາຊຽນ “ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ” ແມ່ນສິ່ງທີ່ມີຄວາມສຳຄັນທີ່ສຸດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version