Saturday, July 27, 2024
Homeຂ່າວໜ້າໜຶ່ງທ່ານ ກິແກ້ວ ໄຂຄຳພິທູນ ຕ້ອນຮັບເລຂາທິການສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ

ທ່ານ ກິແກ້ວ ໄຂຄຳພິທູນ ຕ້ອນຮັບເລຂາທິການສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ

ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ໄດ້ຕ້ອນຮັບ ທ່ານ ຈາການ ຈາປາແກນ ເລຂາທິການສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ ພ້ອມຄະນະເຂົ້າຢ້ຽມຂ່ຳນັບໃນຕອນເຊົ້າວັນທີ 20 ພະຈິກ ນີ້ ທີ່ສຳນັກງານນາຍົກລັດຖະມົນຕີ ໃນໂອກາດດັ່ງກ່າວ ທ່ານຮອງນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຊົມເຊີຍໃນການຢ້ຽມຢາມລາວໃນຄັ້ງນີ້ ນອກນີ້ ທ່ານຮອງນາຍົກ ລັດຖະມົນຕີຍັງໄດ້ກ່າວວ່າ: ຂ້າພະເຈົ້າຮັບຊາບວ່າອົງການກາແດງແຫ່ງຊາດລາວ ໄດ້ເຂົ້າເປັນສະມາຊິກຄະນະກໍາມະການກາແດງສາກົນ ແລະ ສະຫະພັນກາແດງ ແລະ ຊີກວົງເດືອນສາກົນ ໃນປີ 1957 ແລະ ໄດ້ຮັບການຊ່ວຍເຫຼືອຕະຫຼອດມາ. ຂ້າພະເຈົ້າຮັບຮູ້ດີວ່າ ສະຫະພັນກາແດງ ແລະ ຊິກວົງເດືອນແດງສາກົນແມ່ນຄູ່ຮ່ວມງານທີ່ດີ ແລະ ໄດ້ໃຫ້ການສະໜັບສະໜູນຫຼາຍດ້ານໃຫ້ອົງການກາແດງແຫ່ງຊາດລາວ ໂດຍສະເພາະວຽກທີ່ພົ້ນເດັ່ນໃນໄລຍະໃກ້ນີ້ໃນປີ 2018 ໃນເວລາ ສັນເຂື່ອນແຕກທີ່ແຂວງອັດຕະປື ສະຫະພັນກາແດງ ແລະ ຊີກວົງເດືອນສາກົນ ກໍໄດ້ໃຫ້ການຊ່ວຍເຫຼືອແກ່ປະຊາຊົນຜູ້ປະສົບເຄາະຮ້າຍເຫຼົ່ານັ້ນເປັນຈໍານວນຫຼາຍຄອບຄົວ, ພ້ອມກັນນັ້ນໃນໄລຍະທີ່ ສປປ ລາວ ພວກເຮົາປະເຊີນໜ້າກັບ ສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19 ທາງສະຫະພັນກໍໄດ້ໃຫ້ການຊ່ວຍເຫຼືອແກ່ອົງການກາແດງແຫ່ງຊາດລາວ, ນອກຈາກນັ້ນ ຍັງໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອແກ່ອົງການກາແດງແຫ່ງຊາດລາວຫຼາຍດ້ານນັບທັງວຽກງານ ສົ່ງເສີມສຸຂະພາບ, ວຽກງານປະຖົມພະຍາບານ, ວຽກງານພັດທະນາຊາວໜຸ່ມ, ວຽກງານສ້າງຄວາມເຂັ້ມແຂງໃຫ້ອົງການ ຊຶ່ງໃນໄລຍະມໍ່ໆ ຍັງໄດ້ໃຫ້ການຊ່ວຍເຫຼືອແກ່ຜູ້ປະສົບໄພພິບັດ ຕື່ມອີກທີ່ແຂວງໄຊຍະບູລີ, ອຸດົມໄຊ, ຜົ້ງສາລີ, ຫົວພັນ, ຈໍາປາສັກ ແລະ ສາລະວັນ. ປັດຈຸບັນນີ້ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນຮ່ວມກັບອົງການກາແດງແຫ່ງຊາດລາວກຳລັງຢູ່ໃນການຈັດຕັງປະຕິບັດໃຫ້ການຊ່ວຍເຫຼືອແກ່ຜູ້ປະສົບໄພພິບັດນ້ຳຖ້ວມຢູ່ແຂວງບໍລິຄຳໄຊ ແລະ ຄຳມ່ວນ, ຂ້າພະເຈົ້າຕີລາຄາສູງຕໍ່ໝາກຜົນການຮ່ວມມືດັ່ງກ່າວ, ໃນນາມຕາງໜ້າລັດຖະບານກໍຄືປະຊາຊົນລາວບັນດາເຜົ່າ ແລະ ຜູ້ທີ່ໄດ້ຮັບຜົນກະທົບຂໍສະແດງຄວາມຂອບໃຈຢ່າງສູງມາຍັງ ສະຫະພັນກາແດງ ແລະ ຊິກວົງເດືອນແດງສາກົນທີ່ໄດ້ໃຫ້ການຊ່ວຍເຫຼືອຢ່າງສະເໝີມາ.

ທ່່ານ ຈາການ ຈາປາແກນ ໄດ້ກ່າວສະແດງຄວາມຂອບໃຈຕໍ່ທ່ານຮອງນາຍົກລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບໃນຄັ້ງນີ້ ພ້ອມທັງໄດ້ແຈ້ງຈຸດປະສົງການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແມ່ນໄດ້ຮ່ວມລົງນາມໃນບົດບັນທຶກຄວາມ ເຂົ້າໃຈລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ ວ່າດ້ວຍ ການເຄື່ອນໄຫວວຽກງານໃນດິນແດນ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ

ຂ່າວ-ພາບ: ພູວຽງຄຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments