Saturday, July 27, 2024
Homeຂ່າວຕ່າງປະເທດພັດທະນາຕາໜ່າງບັນດານະຄອນປະດິດຄິດສ້າງ

ພັດທະນາຕາໜ່າງບັນດານະຄອນປະດິດຄິດສ້າງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ເວທີປາໄສຕາໜ່າງບັນດານະຄອນປະດິດຄິດສ້າງຂອງອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຂອງ ສປຊ (UNESCO) ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ປະຈຳ ຮ່າໂນ້ຍ ໄດ້ຈັດຕັ້ງຂຶ້ນຢູ່ຫໍພິພິທະພັນ ຮ່າໂນ້ຍ, ດ້ວຍຫົວຂໍ້: “ສ້າງສາຕົວເມືອງຄືນໃໝ່ ແລະ ພັດທະນາແບບຍືນຍົງ”. ໂດຍມີການເຂົ້າຮ່ວມຂອງຜູ້ແທນ ຫວຽດນາມ ແລະ ຜູ້ແທນຈາກຕ່າງປະເທດ. ເວທີປາໄສໄດ້ຈັດຂຶ້ນເພື່ອແນໃສ່ເຫັນແຈ້ງຄວາມສຳຄັນຂອງຂົງເຂດວັດທະນະທຳ ແລະ ປະດິດຄິດສ້າງ ສຳລັບການພັດທະນາຕົວເມືອງ ແລະ ຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ ຢູ່ບັນດາປະເທດສະມາຊິກ ອາຊຽນ. ຂ່າວລະບຸວ່າ: ເມື່ອແລກປ່ຽນຢູ່ເທິງເວທີປາໄສ, ບັນດາຜູ້ແທນຖືວ່າ: ການພັດທະນາຕາໜ່າງບັນດານະຄອນປະດິດຄິດສ້າງ ຮຽກຮ້ອງຕ້ອງອີງໃສ່ 3 ເສົາຄ້ຳ, ນັ້ນແມ່ນ: ການອອກແບບ, ຊຸມຊົນ, ປະດິດຄິດສ້າງ, ປະກອບສ່ວນສ້າງເງື່ອນໄຂດີທີ່ສຸດ ໃຫ້ບັນດານັກປະດິດຄິດສ້າງໜຸ່ມ ສາມາດເສີມຂະຫຍາຍກຳລັງບົ່ມຊ້ອນຂອງຕົນຢ່າງງ່າຍດາຍ, ສ້າງຫຼາຍເຂດດຳລົງຊີວິດທີ່ດີຂຶ້ນກວ່າເກົ່າໃຫ້ແກ່ປະຊາຊົນນະຄອນ, ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments