Saturday, July 27, 2024
Homeຂ່າວໜ້າໜຶ່ງການປະເມີນຄວາມໄວ້ວາງໃຈ ໃນການປະຕິບັດໜ້າທີ່ຂອງບຸກຄະລາກອນ ທີ່ສະພາແຫ່ງຊາດເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ

ການປະເມີນຄວາມໄວ້ວາງໃຈ ໃນການປະຕິບັດໜ້າທີ່ຂອງບຸກຄະລາກອນ ທີ່ສະພາແຫ່ງຊາດເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ

ເພື່ອເສີມຂະຫຍາຍພາລະບົດບາດ, ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບໃນການຕິດຕາມກວດກາ ຂອງສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ເຮັດໃຫ້ບຸກຄະລາກອນທີ່ຖືກປະເມີນ ເຫັນໄດ້ຈຸດດີຜົນງານ, ຈຸດອ່ອນຂໍ້ຄົງຄ້າງຂອງຕົນ ໃນໄລຍະຜ່ານມາ, ວິທີປັບປຸງແກ້ໄຂ ແລະ ຍົກສູງຄວາມຮັບຜິດ ຊອບ ໃນການປະຕິບັດໜ້າທີ່ວຽກງານສູງຂຶ້ນກວ່າເກົ່າ.

ໃນອາທິດຜ່ານມາ ທີ່ສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ດໍາເນີນການປະເມີນຄວາມໄວ້ວາງໃຈ ໃນການປະຕິບັດໜ້າທີ່ຂອງບຸກຄະລາກອນ ທີ່ສະພາແຫ່ງຊາດເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ມີບັນດາທ່ານສະມາຊິກສະພາແຫ່ງຊາດ ແລະ ຄະນະຮັບຜິດຊອບການປະເມີນຄວາມໄວ້ວາງໃຈເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການສະເໜີຈຸດປະສົງການປະເມີນ ຈາກປະທານກອງປະຊຸມ, ຫຼັງຈາກນັ້ນ ໄດ້ຮັບຟັງລາຍງານການກະກຽມ ແລະ ດໍາເນີນວຽກງານຮອບດ້ານ ກ່ຽວກັບການປະເມີນຄວາມໄວ້ວາງໃຈ, ປະກາດລະບຽບການປະເມີນ ແລະ ກໍານົດໜ່ວຍຄົ້ນຄວ້າບົດລາຍງານຂອງເປົ້າໝາຍທີ່ຖືກປະເມີນຄວາມໄວ້ວາງໃຈ ຈາກຫົວໜ້າຄະນະຮັບຜິດຊອບການປະເມີນ. ບັນດາທ່ານສະມາຊິກສະພາແຫ່ງຊາດ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານດັ່ງກ່າວ ແລະ ຮັບຮອງເອົາການແຕ່ງຕັ້ງຄະນະຕ່າງໆ ຈາກນັ້ນສະມາຊິກສະພາແຫ່ງຊາດ ກໍໄດ້ສືບຕໍ່ຄົ້ນຄວ້າຢູ່ໃນແຕ່ລະໜ່ວຍຄົ້ນຄວ້າຕໍ່ເປົ້າໝາຍທີ່ຖືກປະເມີນ ຊຶ່ງບຸກຄະລາກອນ ທີ່ຖືກປະເມີນຄວາມໄວ້ວາງໃຈ ມີທັງໝົດ 67 ທ່ານ ຍິງ 13 ທ່ານ, ໃນນີ້ ສໍານັກງານປະທານປະເທດມີ 2 ທ່ານ ຍິງ 1 ທ່ານ; ສະພາແຫ່ງຊາດ ມີ 32 ທ່ານ ຍິງ 6 ທ່ານ; ລັດຖະບານມີ 22 ທ່ານ ຍິງ 3 ທ່ານ; ອົງການກວດສອບແຫ່ງລັດມີ 1 ທ່ານ; ອົງການກວດກາແຫ່ງລັດມີ 1 ທ່ານ; ອົງການໄອຍະການປະຊາຊົນສູງສຸດມີ 1 ທ່ານ; ສານປະຊາຊົນສູງສຸດ ມີ 8 ທ່ານ ຍິງ 3 ທ່ານ. ໃນຕອນບ່າຍ ພາຍຫຼັງປະທານກອງປະຊຸມ ມີຄໍາເຫັນຊີ້ນໍາກ່ຽວກັບການປະເມີນ, ຄະນະຄວບຄຸມການປ່ອນບັດ ໄດ້ດໍາເນີນການຕາມຂັ້ນຕອນຂອງການປ່ອນບັດ ແລະ ລາຍງານຈໍານວນບັດ.

ຕອນທ້າຍກອງປະຊຸມ ປະທານກອງປະຊຸມ ໄດ້ມີຄໍາເຫັນສັງລວມກ່ຽວກັບການປະເມີນ ແລະ ມອບໃຫ້ຄະນະຮັບຜິດຊອບປະເມີນ ແລະ ກອງເລຂາ ນໍາເອົາຄະແນນໄປນັບ ແລ້ວນໍາມາລາຍງານ ໃຫ້ກອງປະຊຸມສະພາແຫ່ງຊາດ ເພື່ອຮັບຊາບ.

(ຂ່າວ: ສພຊ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments