ພິທີລົງນາມສັນຍາກໍ່ສ້າງເສັ້ນທາງລົດເມ ແລະ ສະຖານີ BRT ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ ໂດຍນໍາໃຊ້ທຶນກູ້ຢືມຈາກ ADB OPEC Fund EIB EU-AIF GER ແລະ ລັດຖະ ບານລາວ Package CW1A ແຕ່ສວນເຈົ້າຟ້າງຸ່ມ-ປະຕູໄຊ ແລະ Package CW1B ແຕ່ປະຕູໄຊ-ມະຫາວິ ທະຍາໄລແຫ່ງຊາດ ຈັດຂຶ້ນວັນທີ 17 ພະຈິກ 2023 ຢູ່ນະຄອນຫຼວງວຽງຈັນ ເຊິ່ງລົງນາມໂດຍທ່ານ ວິໄລພັນ ໄຊຍະວົງ ຮອງຫົວໜ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທ່ານ ພູເພື່ອນ ແສງພະຈັນ ໃນນາມບໍລິສັດ ຮ່ວມທຶນ ລັດວິສາຫະກິດ ກໍ່ສ້າງທາງເລກ 8 ບໍລິສັດ ໄຕເຈືອງເຊິນ ກໍ່ສ້າງຈໍາກັດຜູ້ດຽວ ແລະ ບໍລິສັດ ແອວບີດີ ກໍ່ສ້າງຂົວທາງ ແລະ ເຄຫາສະຖານ ຈໍາກັດຜູ້ດຽວ ແລະ ທ່ານ ຊັບສະຫງ່າ ບຸນຄົງ ປຣະເສີດ ປະທານທີ່ປຶກສາບໍລິສັດ ວັນຟໍມູລາ ຈໍາກັດ ໂດຍມີທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະ ຊວງ ຍທຂ ທ່ານນາງ Sonomi TANAKA ອໍານວຍການ ADB ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ການລົງນາມສັນຍາດັ່ງກ່າວ ແມ່ນປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງ ຍທຂ ສະບັບເລກທີ 32212/ຍທຂ ແລະ ເລກທີ 32213 ລົງວັນທີ 14 ພະຈິກ 2023 ວ່າດ້ວຍການຮັບຮອງເອົາຜູ້ຊະນະການປະ ມູນກໍ່ສ້າງເສັ້ນທາງລົດເມ ແລະ ສະຖານີ BRT ແຕ່ສວນເຈົ້າຟ້າງຸ່ມ-ມະຫາວິທະຍາໄລແຫ່ງຊາດ ເຊິ່ງໜ້າວຽກຕົ້ນຕໍປະກອບມີການກໍ່ສ້າງຊ່ອງຈະລາຈອນລົດເມ BRT ດ້ວຍອັດສະຟານຄອນກຣີດປະສົມສີ ກໍ່ສ້າງຊ່ອງຈະ ລາຈອນສໍາລັບການສັນຈອນທົ່ວໄປ ແລະ ທາງຍ່າງສອງເບື້ອງ ລວມໄລຍະທາງ 13 ກິໂລແມັດ ໜ້າທາງມີຄວາມກວ້າງ 12 ແມັດ (ແຄບສຸດ ທິດທາງດຽວ) ຫາ 25 ແມັດ (ກວ້າງສຸດ ເລນສ່ວນທາງກັນ) ຕິດຕັ້ງໂຄງສ້າງເຫຼັກສະຖານີ BRT ຈໍານວນ 27 ຈຸດ ໃນນີ້ຕິດຕັ້ງຢູ່ແຄມທາງ 5 ຈຸດ ແລະ ກາງທາງ 22 ຈຸດ ກໍ່ສ້າງຈຸດຈອດລົດເມ ຢູ່ນອກເຂດສະເພາະ BRT ຈໍານວນ 46 ຈຸດ ສ້າງສະຖານີໃຫຍ່ຢູ່ຖະໜົນເສຖາທິຣາດ ໄລຍະ 600 ແມັດ (ສີ່ແຍກວັດອິນແປງ ຫາ ຮ້ານອາຫານຂອບໃຈເດີ້) ເຊິ່ງໄລຍະນີ້ຈະວາງສາຍໄຟຟ້າ ແລະ ສາຍສື່ ສານລົງພື້ນດິນ ສ້າງລະບົບລະບາຍນໍ້າ ສາຍໄຍແກ້ວ ຕິດຕັ້ງປ້າຍ ແລະ ເຄື່ອງໝາຍຈະລາຈອນ ໂດຍຈະໃຊ້ເວລາກໍ່ສ້າງ 12 ເດືອນ ນັບແຕ່ມື້ລົງຍນາມເປັນຕົ້ນໄປ ປັດຈຸບັນກົມຂົນສົ່ງ ພວມປະມູນ 1 ສັນຍາ ຄື: ການກໍ່ສ້າງ ແລະ ຕິດຕັ້ງໄຟສັນຍານຈະລາຈອນ (CW1E) ຄາດວ່າຈະໃຫ້ໄດ້ລົງນາມສັນຍາເດືອນທັນວາ 2023.
ສໍາລັບກໍ່ສ້າງເສັ້ນທາງລົດເມ ແລະ ສະຖານີ BRT ແຕ່ສວນເຈົ້າຟ້າງຸ່ມ-ມະຫາວິທະຍາໄລແຫ່ງຊາດ ຕາມການເຫັນດີຂອງຜູ້ໃຫ້ທຶນ (ADB) ວັນທີ 7 ພະຈິກ 2023 ລວມມີ 2 ສັນຍາ ຄື: Package CW1A ແຕ່ສວນເຈົ້າຟ້າງຸ່ມ-ປະຕູໄຊ ແມ່ນບໍລິສັດ ວັນຟໍມູລາ ຈໍາກັດ (ປະເທດໄທ) ເປັນຜູ້ຮັບເໝົາກໍ່ສ້າງ ມູນຄ່າສັນ ຍາ 5.090.111,8 ໂດລາສະຫະລັດ (ລວມພາສີ-ອາກອນ) ແລະ Package CW1B ແຕ່ປະຕູໄຊ-ມະຫາວິ ທະຍາໄລແຫ່ງຊາດ ແມ່ນບໍລິສັດ ຮ່ວມທຶນ ລັດວິສາຫະກິດ ກໍ່ສ້າງທາງເລກ 8 ບໍລິສັດ ໄຕເຈືອງເຊິນ ກໍ່ສ້າງ ຈໍາກັດຜູ້ດຽວ ແລະ ບໍລິສັດ ແອວບີດີ ກໍ່ສ້າງຂົວທາງ ແລະ ເຄຫາສະຖານ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ ສ້າງ ມູນຄ່າສັນຍາ 9.897.398,99 ໂດລາສະຫະລັດ (ລວມພາສີ-ອາກອນ) ລວມມູນຄ່າທັງສອງສັນຍາປະ ມານ 15 ລ້ານໂດລາສະຫະລັດ.