ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງອຸດົມໄຊ ຄັ້ງທີ X ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 8 ສິງຫາ 2025 ນີ້, ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ເຈົ້າແຂວງ ແຂວງອຸດົມໄຊ, ເປັນກຽດເຂົ້າຮ່ວມ ຂອງສະຫາຍ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ຜູ້ຊີ້ນໍາແຂວງອຸດົມໄຊ, ມີບັນດາຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຕາງໜ້າຈາກຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ບັນດາກະຊວງ, ນະຄອນຫຼວງວຽງຈັນ, ແຂວງຫຼວງນ້ຳທາ, ກອງພົນທີ 3, ອະດີດການນໍາ ພັກ-ລັດ ຂອງແຂວງ, ນັກປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ, ນັກຮົບແຂ່ງຂັນ, ບໍລິສັດ, ນັກທຸລະກິດ ແລະ ຜູ້ແທນສົມບູນ ເຂົ້າຮ່ວມ.
ສະຫາຍ ບຸນຄົງ ຫຼ້າຈຽມພອນ ໄດ້ກ່າວໄຂກອງປະຊຸມໃຫຍ່ຢ່າງເປັນທາງການ ເຊິ່ງບາງຕອນໄດ້ກ່າວວ່າ: ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງອຸດົມໄຊ ຄັ້ງທີ X ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ໃນທ່າມກາງບັນຍາກາດທົ່ວພັກ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ພວມອອກແຮງແຂ່ງຂັນກັນສ້າງຜົນງານຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນສໍາຄັນຕ່າງໆ ຂອງຊາດ, ຂອງພັກ ຢ່າງເປັນຂະບວນຟົດຟື້ນ ແລະ ກວ້າງຂວາງ.

ໂດຍປະຕິບັດຕາມກົດລະບຽບ ຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ກໍຄືມະຕິ, ຄໍາສັ່ງ ແລະ ບົດແນະນໍາຕ່າງໆ ຂອງຄະນະພັກຂັ້ນເທິງ, ຄະນະບໍລິຫານງານພັກ ແຂວງອຸດົມໄຊ ສະໄໝທີ IX ໄດ້ອອກມະຕິແຕ່ງຕັ້ງ ຄະນະຮັບຜິດຊອບ ແລະ ໄດ້ສຸມໃສ່ນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດ ກ່ຽວກັບການກະກຽມກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ X ຂອງອົງຄະນະພັກແຂວງ ຕິດພັນກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຄະນະພັກຂັ້ນຕ່າງໆ ໃນຂອບເຂດທົ່ວແຂວງ, ເຊິ່ງມາຮອດປັດຈຸບັນ ຂະບວນການກະກຽມໃນແຕ່ລະດ້ານ ໄດ້ສໍາເລັດຜົນຕາມຄາດໝາຍທີ່ວາງໄວ້ ອັນພົ້ນເດັ່ນ ແມ່ນການດໍາເນີນກອງປະຊຸມໃຫຍ່ ບັນດາໜ່ວຍພັກ, ຄະນະພັກຮາກຖານ, ກອງປະຊຸມໃຫຍ່ ຂອງອົງຄະນະພັກ 7 ເມືອງ, 2 ກອງບັນຊາການ ແລະ ຄະນະພັກສຳນັກງານ-ອົງການອ້ອມຂ້າງແຂວງ ສໍາເລັດຕາມຄາດໝາຍ ອັນໄດ້ສ້າງພື້ນຖານ ແລະ ເງື່ອນໄຂໜັກແໜ້ນຮອບດ້ານ ໃຫ້ການດໍາເນີນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ X ຂອງອົງຄະນະພັກແຂວງ ໃນມື້ນີ້.
ການດໍາເນີນກອງປະຊຸມໃຫຍ່ໃນຄັ້ງນີ້ ມີຄວາມໝາຍສໍາຄັນຫຼາຍ ເຊິ່ງຜູ້ແທນກອງປະຊຸມໃຫຍ່ຈະໄດ້ພ້ອມກັນລົງເລິກສັງເກດຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ IX ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2021-2025), ການນໍາພາ-ຊີ້ນໍາ ຢ່າງຮອບດ້ານ ຂອງຄະນະບໍລິຫານງານພັກແຂວງ ໃນຕະຫຼອດໄລຍະ 5 ປີຜ່ານມາ, ຈະໄດ້ຕົກລົງຢ່າງເປັນເອກະພາບຮັບຮອງເອົາທິດທາງລວມ ແລະ ຄາດໝາຍສູ້ຊົນໃນການພັດທະນາແຂວງອຸດົມໄຊ 5 ປີ (2026-2030) ເພື່ອສ້າງພື້ນຖານອັນໜັກແໜ້ນ ໃນການນໍາເອົາແຂວງອຸດົມໄຊ ກ້າວຂຶ້ນຕາມຈຸດໝາຍທີ່ວາງໄວ້. ພ້ອມດຽວກັນນັ້ນ, ຜູ້ແທນສົມບູນ ຈະໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງ ສະໄໝທີ X ແລະ ປ່ອນບັດເອົາຜູ້ແທນໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ. ພິເສດ ກອງປະຊຸມໃຫຍ່ຈະໄດ້ຮັບຟັງຄໍາເຫັນໂອ້ລົມຈາກກຳມະການກົມການເມືອງສູນກາງພັກ ເຊິ່ງຈະເປັນເຂັມຊີ້ທິດເຍືອງທາງໃຫ້ຄະນະບໍລິຫານງານພັກແຂວງຊຸດໃໝ່ ແລະ ປະຊາຊົນຊາວແຂວງອຸດົມໄຊ ເພື່ອເພີ່ມທະວີຄວາມຮັບຜິດຊອບ ຕໍ່ການພັດທະນາແຂວງອຸດົມໄຊ ໃຫ້ມີການຫັນປ່ຽນໃໝ່ ກ້າວຂຶ້ນຕາມຈຸດໝາຍທີ່ວາງໄວ້ ແລະ ມີຄວາມສໍາຄັນທີ່ພົວພັນເຖິງການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງອຸດົມໄຊ ໃນຕໍ່ໜ້າ. ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງອຸດົມໄຊ ຄັ້ງທີ X ຈະດໍາເນີນເປັນເວລາ 2 ວັນຈິ່ງສໍາເລັດ.
ໂດຍ: ຄຳພູສະຫວັນ ເພັນສະຫວັດ