Home ຂ່າວການເມືອງ ສະມາຊິກສະພາແຫ່ງຊາດເເຕ່ລະເຂດເລືອກຕັ້ງ ຮັບຟັງການສະເຫນີຮ່າງກົດຫມາຍວ່າດ່ວຍການບັນຊີ ສະບັບປັບປຸງ

ສະມາຊິກສະພາແຫ່ງຊາດເເຕ່ລະເຂດເລືອກຕັ້ງ ຮັບຟັງການສະເຫນີຮ່າງກົດຫມາຍວ່າດ່ວຍການບັນຊີ ສະບັບປັບປຸງ

0

ການດໍາເນີນກອງປະຊຸມສະໄຫມສາມັນເທື່ອທີ6 ຂອງສະພາແຫ່ງຊາດຊຸດທີIX ໃນຕອນເຊົົ້າວັນທີ 14 ພະຈິກ 2023 ຢູ່ຫໍສະພາແຫ່ງຊາດ ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ນາງສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.

ສະມາຊິກສະພາແຫ່ງຊາດເເຕ່ລະເຂດເລືອກຕັ້ງ ໄດ້ຮັບຟັງການສະເຫນີຮ່າງກົດຫມາຍວ່າດ້ວຍການບັນຊີ ສະບັບປັບປຸງ ທີ່ສະເຫນີໂດຍ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງີນ ເຊີ່ງກົດຫມາຍສະບັບນີ້ປະກອບມີ10 ພາກ, 12ຫມວດ, 89ມາດຕາ ໃນນີ້ໄດ້ມີການປັບປຸງ 67 ມາດຕາ,ສ້າງຂື້ນໃຫມ່1ມາດຕາ, ໂດຍທ່ານໄດ້ໃຫ້ຮູ້ເຖີງສະພາບໂດຍລວມໃນການຈັດຕັ້ງປະຕິບັດກົດຫມາຍໃນໄລຍະຜ່ານມາ, ເນື້ອໃນຮ່າງກົດຫມາຍ, ເຫດຜົນຄວາມຈໍາເປັນ, ໂຄງປະກອບຮ່າງກົດມາຍ ເເລະ ຄາດຄະເນຜົນໄດ້ຮັບພາຍຫລັງຮ່າງກົດຫມາຍສະບັບນີ້ຖືກຮັບຮອງ ເເລະ ປະກາດໃຊ້ຢ່າງເປັນທາງການ, ໃນນີ້ເຫດຜົນຄວາມເປັນຂອງການປັບປຸງຮ່າງກົດຫມາຍສະບັບນີ້ ເພື່ອຍົກສູງປະສິດທິພາບໃນການຄຸ້ມຄອງວຽກງານບັນຊີ ສາມາດຮອງຮັບກັບການພັດທະນາເສດຖະກິດ-ສັງຄົມໃນປັດຈຸບັນ ຢ່າງມີຄຸນນະພາບ ເເລະ ອື່ນໆ.

ພາຍຫລັງສະມາຊິກສະພາແຫ່ງຊາດເເຕ່ລະເຂດເລືອກຕັ້ງໄດ້ຮັບຟັງການສະເຫນີຮ່າງກົດຫມາຍວ່າດ້ວຍການບັນຊີສະບັບປັບປຸງສໍາເລັດປະທານກອງປະຊຸມໄດ້ມີຄໍາເຫັນເຈາະຈິ້ມ ເພື່ອເປັນທິດທາງໃນການປະກອບຄໍາເຫັນ ພ້ອມທັງສະເຫນີໃຫ້ສະມາຊິກສະພາແຫ່ງຊາດປະກອບຄໍາເຫັນໃສ່ຮ່າງກົດຫມາຍສະບັບນີ້ ເພື່ອໃຫ້ມີເນື້ອໃນຄົບຖ້ວນ ເເລະ ຮັດກຸມຫລາຍຂື້ນກວ່າເກົ່າ.

ທ່ານ ລໍາໄມ ກູດລາວົງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 10 ເເຂວງວຽງຈັນ ສະເຫນີໃຫ້ຄະນະຮັບຜິດຊອບຮ່າງກົດຫມາຍປັບປຸງເພີ່ມຕື່ມໃນການກໍານົດເຄື່ອງຫມາຍ ໃສ່ຫົວຫນ່ວຍຈໍານວນເງິນ ໂດຍສະເພາະເຄື່ອງຫມາຍຈຸດ,ເຄື່ອງຫມາຍຈໍ້າ ເນື່ອງຈາກວ່າຍັງມີລັກສະນະສັບສົນ.

ທ່ານ ສາຍສະຫມອນ ອິນທິເສນ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 14 ເເຂວງສາລະວັນສະເຫນີໃຫ້ພາກສ່ວນຮັບຜິດຊອບຮ່າງກົດຫມາຍເພີ່ມບາງຄໍາສັບເຂົ້າໄປຕື່ມໃນມາດຕາທີ4 ເເລະ ມາດຕາທີ6 ທີ່ກ່ຽວຂ້ອງກັບວຽກງານການຄຸ້ມຄອງບັນຊີເພື່ອເຮັດໃຫ້ຜູ້ອ່ານມີຄວາມເຂົ້າໃຈງ່າຍຂື້ນ.

ພາຍຫຼັງສະມາຊີກສະພາແຫ່ງຊາດປະກອບຄໍາເຫັນໃສ່ຮ່າງກົດຫມາຍສະບັບສໍາເລັດ ຄະນະຮັບຜິດຊອບຮ່າງກົດຫມາຍໄດ້ຂື້ນຊີ້ເເຈງອະທິບາຍເພີ່ມຕື່ມກ່ຽວກັບບັນຫາຕ່າງໆທີ່ເຫັນວ່າສະມາຊິກສະພາແຫ່ງຊາດເເຕ່ລະເຂດເລືອກຕັ້ງໃຫ້ຄວາມສົນໃຈ ຫລັງຈາກນັ້ນປະທານກອງປະຊຸມໄດ້ມີຄໍາເຫັນສະຫລຸບສັງລວມການປະກອບຄໍາເຫັນຂອງສະມາຊິກສະພາແຫ່ງຊາດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version