Saturday, July 27, 2024
Homeບຸນປະເພນີບຸນທາດຫລວງປີນີ້ ຈະມີຜູ້ປະກອບການເຂົ້າວາງສະແດງ-ຂາຍສິນຄ້າ 1.000 ກວ່າຫ້ອງ

ບຸນທາດຫລວງປີນີ້ ຈະມີຜູ້ປະກອບການເຂົ້າວາງສະແດງ-ຂາຍສິນຄ້າ 1.000 ກວ່າຫ້ອງ

ບຸນນະມັດສະການພະທາດຫລວງ ປີນີ້, ຄະນະກຳມະການຈັດງານບຸນ ໄດ້ຈັດພຶ້ນທີ່ໃຫ້ຜູ້ປະກອບການ, ພໍ່ຄ້າຊາວຂາຍ ໄດ້ຮ່ວມວາງສະແດງສິນຄ້າພາຍໃນງານ ໂດຍໄດ້ແບ່ງອອກເປັນ 4 ເຂດ, ມີຫ້ອງໃຫ້ວາງສະ ແດງ, ຂາຍສິນຄ້າ ຫລາຍກວ່າ 1.000 ຫ້ອງ.

ທ່ານ ນາງ ມະນີວັນ ພິມມະສານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ (ນວ) ລາຍງານໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ງານວາງສະແດງສິນຄ້າ ໃນບຸນມະມັດສະການພະທາດຫລວງ ປີນີ້, ຄະນະກຳມະການຈັດງານໄດ້ເຂດວາງສະແດງສິນຄ້າ, ຮ້ານເຄື່ອງຕ່າງໆອອກເປັນ 4 ເຂດຄື: ເຂດ A ທາງດ້ານເໜືອນັບແຕ່ແຈຕິດຖະໜົນໄກສອນພົມວິຫານ ມາຫາທາງເຂົ້າສະພາແຫ່ງຊາດດ້ານເໜືອ ເປັນບ່ອນວາງສະແດງ-ຈຳໜ່າຍສິນຄ້າ, ສິນຄ້າໃຊ້ສອຍທົ່ວໄປ (ຍົກເວັ້ນລົດໃຫຍ່) ທັງເປັນບ່ອນຈອດລົດຂອງຄະນະກຳມະການ ຈັດສັນໄວ້ໃຫ້ຊາວຄ້າຂາຍປະເພດລໍ້ຍູ້ ແລະ ເຄື່ອງຫລລິ້ນທົ່ວໄປລວມມີ 470 ຫ້ອງ; ເຂດ B ຕໍ່ໜ້າສະພາແຫ່ງຊາດຫລັງໃໝ່ ແມ່ນຈັດໃຫ້ມີລານສາຍຮູບເງົາ, ເວທີສະແດງກິດຈະກຳຂອງໄວໜຸ່ມ, ວາງລໍ້ເຄື່ອງດື່ມ, ອາຫານເບົາແບບຍຸກໃໝ່ສຳລັບໄວໝຸ່ມ (ບໍ່ມີເຄື່ອງດື່ມທີ່ມີທາດເຫລົ້າ) ທັງໝົດ 20 ຫ້ອງ; ເຂດ C ນັບແຕ່ແຈສະພາແຫ່ງຊາດດ້ານໃຕ້ ຫາປະຕູທາງເຂົ້າສວນອານຸສາວະລີ ເຈົ້າໄຊເສດຖາ ພື້ນທີ່ທາງຍ່າງສອງຟາກທາງແມ່ນວາງສະແດງສິນຄ້າຜະລິດຕະພັນພາຍໃນ ແລະ ສິນ ຄ້າຄອບຄົວຕົວແບບຂອງ ນວ. ສຳລັບພື້ນທີທາງກາງເດີ່ນສະໜາມຫລວງ ແມ່ນຕົບແຕ່ງເປັນເຂດວາງສະແດງການທ່ອງທ່ຽວ, ວາງສະແດງສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ ບັນດາແຂວງ, ນວ ແລະ ຜະລິດຕະພັນຂອງບັນດານະຄອນຕ່າງປະເທດທີ່ຖືກເຊີນ ມີ 243 ຫ້ອງ; ເຂດ D ນັບແຕ່ທາງເຂົ້າປະຕູສວນອະນຸສາວະລີ ເຈົ້າໄຊເສດຖາ ຫາກໍາແພງຮົ້ວສະຖານີໄຟຟ້າເຂດທາດຫລວງ ເປັນບ່ອນຕັ້ງຜາມກຳມະການ ແລະ ການວາງສະແດງຂາຍເບ້ຍໄມ້ກະສິກຳ ເນັ້ນເປັນສວນຕົ້ນໄມ້ປະດັບ, ແຄມຮົ້ວຟາກກົງກັນຂ້າມວາງສະແດງ-ຈຳໜ່າຍສິນຄ້າອຸດສາຫະກຳປຸງແຕ່ງພາຍໃນ ແລະ ຜະລິດຕະພັນພາຍໃນ, ກາງເດີ່ນເປັນບ່ອນຕັ້ງເວທີສິລະປະມວນຊົນ (ເວທີກາງ) ແລະ ບ່ອນຕີຄີມີ 30 ຫ້ອງ ແລະ 10 ເຕັ້ນ.

ນອກຈາກນີ້, ເຂດຮອບນອກສະໜາມຫລວງ ພະທາດຫລວງ ແລະ ດ້ານໃນກົມມະລຽນອ້ອມຮອບພະ ທາດຫລວງສວນໄຊເສດຖາ ຂາຍສິນຄ້າປະເພດອາຫານ-ເຄື່ອງດື່ມ, ເຄື່ອງຫລິ້ນເດັກນ້ອຍ, ບໍລິການຫ້ອງນໍ້າສາທາລະນະ ແລະ ເປັນບ່ອນຝາກລົດຈັກ ຢູ່ດ້ານແຈມູນ ສວນໜອງສະພັງເລນ ແລະ ໜ້າວັດໜອງບອນ ແລະ ມູມໂຄ້ງຕະຫລາດອາຫານ ເຂດທາງຍ່າງສອງຟາກທາງແມ່ນຂາຍສິນຄ້າທົ່ວໄປ (ຍົກເວັ້ນ ລົດໃຫ່ຍ) ກໍານົດຮ້ານ ແລະ ຕົບແຕ່ງໃນຮູບແບບດຽວກັນ ເຂດພື້ນທີ່ເດີ່ນຈອດລົດສວນໜອງສະພັງເລນ ແມ່ນໃຊ້ເປັນບ່ອນຂາຍອາຫານ-ເຄື່ອງດື່ມ ແລະ ເຄື່ອງຫລິ້ນເດັກນ້ອຍ (ຍົກເວັ້ນລົດຊິງ) ມີ 92 ຫ້ອງ; ສຳລັບສວນອະນຸສາວະລີນັກຮົບນິລະນາມ ໃຫ້ຮັກສາເປັນສວນທີ່ສວຍງາມ ເພື່ອຍົກສູງຄຸນຄ່າຂອງອານຸສາວະລີນັກຮົບນິລະນາມ ບໍ່ໃຫ້ມີສິ່ງປຸກສ້າງ ແລະ ການບໍລິການໃດໆ.

ເຂດສວນອານຸສາວະລີເຈົ້າໄຊເສດຖາທິລາດ, ຫໍທໍາມະສະພາ ແລະ ສວນຕໍ່ໜ້າຫໍທໍາມະສະພາ ໃຫ້ສະ ຫງວນໄວ້ເປັນສວນດອກໄມ້ ມີການຕົບແຕ່ງໃຫ້ສະອາດຈົບງາມ ກົມກືນກັບສັນຍາລັກທາງດ້ານວັດທະນະທຳ ເປັນສະຖານທີ່ຈັດຟັງທໍາມະເທດສະໜາ ແລະ ພິທີທາງສາສະໜາ, ສ່ວນຮ່ອມດ້ານໜ້າເດີ່ນທາງໜ້າຫໍທໍາມະສະພາ ແມ່ນຈັດສັນສິນຄ້າປະເພດເຄື່ອງຊົນເຜົ່າ, ອາຫານ ແລະ ສິນຄ້າທົ່ວໄປ; ເຂດເດີ່ນອ້ອມວັດທາດຫລວງໃຕ້ ເປັນສະ ຖານທີ່ບໍລິການເຊັ່ນ: ຫ້ອງນ້ຳສາທາລະນະ, ຮ້ານຄ້າຂາຍເຄື່ອງທີ່ລະນຶກ, ດອກໄມ້ທູບທຽນ ແລະ ການເຄື່ອນໄຫວກິດຈະກຳຕ່າງໆ ທີ່ເປັນການສົ່ງເສີມແຫລ່ງທ່ອງທ່ຽວ. ສໍາລັບແຈວັດທາດຫລວງໃຕ້ທາງເບື້ອງຕະເວັນອອກ ເປັນບ່ອນຕັ້ງເວທີການສະແດງມີ 157 ຫ້ອງ ເດີ່ນຕໍ່ໜ້າກົມມະລຽນພະທາດຫລວງດ້ານຕາເວັນອອກ ເປັນສະຖານທີ່ບໍລິການເຊັ່ນ: ຮ້ານຂາຍເຄື່ອງທີ່ລະນຶກ, ດອກໄມ້-ທູບທຽນ, ເຄື່ອງສັກກະລະບູຊາ ແລະ ການເຄື່ອນໄຫວກິດຈະກຳຕ່າງໆ ທີ່ເປັນການສົ່ງເສີມແຫລ່ງທ່ອງທ່ຽວມີ 88 ຫ້ອງ ເຂດເດີ່ນຂ້າງວັດທາດຫລວງເໜືອ ເປັນບ່ອນເຄື່ອນໄຫວກິດຈະກຳການທ່ອງທ່ຽວທາງດ້ານວັດທະນະທຳ ເພື່ອເປັນການສົ່ງເສີມການທ່ອງທ່ຽວ ແລະ ອະນຸລັກຮັກສາວັດທະນະທຳທາງດ້ານການນຸ່ງຖື, ອາຫານການກິນ ແລະ ການຕົບແຕ່ງທີ່ສວຍງາມມີ 70 ຫ້ອງ ບໍລິເວນວັດທາດຫລວງເໜືອ ແລະ ທາດຫລວງໃຕ້ ໃຫ້ຮັກສາເປັນບ່ອນກາບໄຫວ້ສັກກາລະບູຊາ, ບ່ອນພັກຂອງກໍາລັງ ປກຊ-ປກສ, ເຂດບໍລິເວນອ້ອມຮອບພະທາດຫລວງ-ສະໜາມຫລວງທາງຍ່າງ ແລະ ບັນດາບ້ານອ້ອມຮອບ ເຂດທາງຍ່າງອ້ອມຮອບ ໃຫ້ຂາຍເຂົ້າຫລາມ, ປີ້ງໄກ່, ສິນຄ້າຫັດຖະກໍາລາວ ແຕ່ບໍ່ໃຫ້ກວມເອົາທາງ ການບໍລິການໃນບໍລິເວນອ້ອມຂ້າງພະທາດຫລວງ-ບໍ່ສົ່ງເສີມສິ່ງມືນເມົາ ໃຫ້ບໍລິການສິນຄ້າ ແບບວັດທະນະທຳທີ່ພົວພັນເຖິງວັດຖຸບູຮານ ເພື່ອສ້າງເຂດນີ້ໃຫ້ເປັນອັນຍະມະນີຂອງວຽງຈັນ.

ຂ່າວ: ກິດຕາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments