Saturday, July 27, 2024
Homeຂ່າວໜ້າໜຶ່ງຮອງນາຍົກລັດຖະມົນຕີ ແຫ່ງສປປ ລາວເຂົ້າຢ້ຽມຂ່ຳນັບ ນາຍົກລັດຖະມົນຕີ ຍີ່ປຸ່ນ

ຮອງນາຍົກລັດຖະມົນຕີ ແຫ່ງສປປ ລາວເຂົ້າຢ້ຽມຂ່ຳນັບ ນາຍົກລັດຖະມົນຕີ ຍີ່ປຸ່ນ

ຂປລ. ໃນວັນທີ 10 ພະຈິກ 2023, ທີ່ ສຳນັກງານນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ກິຊິດະ ຟຸມິໂອະ ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ ໃນໂອກາດທີ່ຄະນະຜູ້ແທນລາວ ໄດ້ເດີນທາງມາຢ້ຽມຢາມທາງການຢູ່ ປະເທດຍີ່ປຸ່ນ, ແຕ່ວັນທີ 7-11 ພະຈິກ 2023.

ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ຈາກທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ມາຍັງ ທ່ານ ນາຍົກລັດຖະມົນຕີ ກິຊິດະ ຟູມິໂອະ, ພ້ອມທັງ ແຈ້ງໃຫ້ຊາບວ່າ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສະແດງຄວາມປິຕິຍິນດີ ທີ່ຈະເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ຍີ່ປຸ່ນ ສະໄໝພິເສດ ເພື່ອສະເຫລີມສະຫລອງມິດຕະພາບ ແລະ ການຮ່ວມມື ອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ແລະ ກອງປະຊຸມຜູ້ນໍາປະຊາຄົມອາຊີ ເພື່ອຫລຸດການ ປ່ອຍອາຍພິດເປັນສູນ AZEC (AZEC Leader’s Meeting) ທີ່ຈະຈັດຂຶ້້ນ ຢູ່ ນະຄອນຫລວງໂຕກຽວ ໃນເດືອນທັນວາ 2023 ທີ່ຈະມາເຖິງນີ້. ພ້ອມນີ້, ກໍສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງການຊີ້ນຳ-ນຳພາ ແລະ ການບໍລິຫານປະເທດຂອງລັດຖະບານ ຂອງທ່ານ ກິຊິດະ ຟູມິໂອະ ໃນໄລຍະຜ່ານມາ ອັນໄດ້ເປັນການປະກອບສ່ວນເຮັດໃຫ້ ການພົວພັນ ແລະ ການຮ່ວມມື ລາວ-ຍີ່ປຸ່ນ ສືບຕໍ່ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ພັດທະນາຂຶ້ນຢ່າງຕໍ່ເນື່ອງ ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດ, ເຊິ່ງກະຊວງການຕ່າງປະເທດລາວ ແລະ ຍີ່ປຸນ ຈະສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອສົ່ງເສີມການຮ່ວມມືເພື່ອການພັດທະນາສາຍພົວພັນສອງປະເທດ ລາວ-ຍີ່ປຸ່ນ ໃຫ້ແຕກດອກອອກຜົນຍິ່ງຂຶ້ນ, ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ພ້ອມນັ້ນ, ລັດຖະບານ ສປປ ລາວ ສະແດງຄວາມຍິນດີທີ່ເຫັນວ່າ ການລົງທຶນຂອງພາກທຸລະກິດຍີ່ປຸ່ນ ຢູ່ ສປປ ລາວ ແມ່ນມີທ່າອ່ຽງເພີ່ມຂຶ້ນຕໍ່ເນື່ອງ ໂດຍສະເພາະ ການລົງທຶນດ້ານກະສິກຳ, ອຸດສາຫະກຳປຸງແຕ່ງ ແລະ ການບໍລິການ, ເຊິ່ງແມ່ນການລົງທຶນທີ່ມີຄຸນນະພາບສູງ ແລະ ໄດ້ປະກອບສ່ວນສຳຄັນໃນການສ້າງອາຊີບໃຫ້ແກ່ປະຊາຊົນລາວ, ໃນນັ້ນ ກໍສະເໜີໃຫ້ ທ່ານນາຍົກລັດຖະມົນຕີ ກິຊິດະ ຟູມິໂອະ ພິຈາລະນາຊຸກຍູ້ພາກທຸລະກິດຂອງຍີ່ປຸ່ນ ໄປດຳເນີນທຸລະກິດຢູ່ ສປປ ລາວ ຫລື ຮ່ວມມືກັບພາກທຸລະກິດຂອງ ສປປ ລາວ ເພີ່ມຂຶ້ນໃນຊຸມປີຕໍ່ໜ້າ, ເສີມຂະຫຍາຍການຮ່ວມມືດ້ານຕ່າງໆທີ່ສອງຝ່າຍມີທ່າແຮງຮ່ວມກັນ ເປັນຕົ້ນ ດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ອັນຈະເປັນການນໍາໃຊ້ທ່າແຮງບົ່ມຊ້ອນການເຊື່ອມໂຍງ ແລະ ເຊື່ອມຈອດກັບຂົງເຂດ ແລະ ພາກພື້ນຂອງ ສປປ ລາວ ດ້ານການຂົນສົ່ງ ໃຫ້ເກີດປະໂຫຍດສູງສຸດ, ລວມທັງການຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດສົນທິສັນຍາທາງອາກາດສອງຝ່າຍ ລາວ-ຍີ່ປຸ່ນ ໃຫ້ເປັນຮູບປະທໍາເທື່ອລະກ້າວ. ໃນຂະນະດຽວກັນ, ທ່ານນາຍົກລັດຖະມົນຕີ ກິຊິດະ ຟູມິໂອະ ສະແດງຄວາມຍິນດີຈະຊຸກຍູ້ໃຫ້ສອງຝ່າຍ ເຮັດວຽກຮ່ວມກັນໃຫ້ຫລາຍຂຶ້ນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ ໃຫ້ສືບຕໍ່ປະກົດຜົນເປັນຈິງ ແລະ ນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງປະເທດ ຍີ່ປຸ່ນ-ລາວ ໃນຕໍ່ຫນ້າ.

ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ການຊ່ວຍເຫລືອຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຕະຫລອດໄລຍະຜ່ານມາ, ເຊິ່ງມີປະສິດທິຜົນສູງ ແລະ ແທດເໝາະະກັບຄວາມຮຽກຮ້ອງຕ້ອງການຕົວຈິງໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ພ້ອມນີ້, ກໍສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຊ່ວຍເຫລືອ ສປປ ລາວ ໃນການກະກຽມເປັນປະທານອາຊຽນ ປີ 2024 ແລະ ສະແດງຄວາມຫວັງວ່າ ສປປ ລາວ ຈະໄດ້ເປັນກຽດຕ້ອນຮັບ ນາຍົກລັດຖະມົນຕີ ກິຊິດະ ຟູມິໂອະ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຍີ່ປຸ່ນ ໃນການໄປຢ້ຽມຢາມ ສປປ ລາວ.

ໃນວັນດຽວກັນ, ຄະນະຜູ້ແທນລາວ ຍັງໄດ້ພົບປະເຮັດວຽກກັບທ່ານ ໂມເຕງິ ໂທຊິມິດຊຶ (MOTEGI Toshimitsu), ເລຂາທິການພັກເສລີປະຊາຊທິປະໄຕຍີ່ປຸ່ນ (ພັກ LDP), ອະດີດລັດຖະມົນຕີຕ່າງປະເທດຍີ່ປຸ່ນ, ເຊິ່ງສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືໃນສາຍພັກ ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກເສລີປະຊາທິປະໄຕຍີ່ປຸ່ນ (ພັກ LDP) ໃນຊຸມປີຜ່ານມາ ແມ່ນໄດ້ມີການພົວພັນ ແລະ ຮ່ວມມືກັນຢ່າງໃກ້ຊິດ, ມີການສະໜັບສະໜູນເຊິ່ງກັນ ແລະ ກັນເປັນຢ່າງດີ ລວມທັງໄດ້ມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ເປັນແຕ່ລະໄລຍະ, ໃນນັ້ນ ຝ່າຍລາວ ສະແດງຄວາມຂອບໃຈ ມາຍັງ ພັກ LDP ກໍຄື ລັດຖະບານຍີ່ປຸ່ນ ທີ່ໄດ້ຊ່ວຍ ສປປ ລາວ ໃນການຍົກລະດັບຂີດຄວາມສາມາດການນໍາພາ ໃຫ້ແກ່ ການນໍາຂັ້ນສູງລາວ ໃນໄລຍະຜ່ານມາ ແລະ ສະເໜີໃຫ້ສືບຕໍ່ພິຈາລະນາຊ່ວຍເຫລືອຕື່ມອີກໃນຊຸມປີຕໍ່ໜ້າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments