Saturday, July 27, 2024
Homeຂ່າວການເມືອງຮອງລັດຖະມົນຕີກະຊວງ ຖວທ ເຂົ້າພົບປະທ່ານເຈົ້າແຂວງ ບໍ່ແກ້ວ

ຮອງລັດຖະມົນຕີກະຊວງ ຖວທ ເຂົ້າພົບປະທ່ານເຈົ້າແຂວງ ບໍ່ແກ້ວ

ເນື່ອງໃນໂອກາດທີ່ທ່ານ ວັນສີ ກົວມົວ ກໍາມະການສໍາຮອງສູນກາງພັກ ຮອງລັດຖະມົນຕີກະຊວງ ຖວທ ພ້ອມດ້ວຍຄະນະທີ່ໄດ້ເຄື່ອນໄຫວຊຸກຍູ້ວຽກງານ ຖວທ ຢູ່ແຂວງບໍ່ແກ້ວ, ມາໃນວັນທີ 13 ພະຈິກ 2023, ທ່ານພ້ອມຄະນະ ກໍ່ໄດ້ເຂົ້າພົບປະກັບທ່ານ ປອ ບົວຄົງ ນາມມະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍ່ແກ້ວ ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ ເຊິ່ງທ່ານກໍ່ໄດ້ລາຍງານຈຸດປະສົງການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍ່ແກ້ວ ໂດຍສະເພາະແມ່ນເຄື່ອນໄຫວຊຸກຍູ້ວຽກງານ ຖວທ ລົງເລິກວຽກງານວັດທະນະທໍາ ໃນການປົກປັກຮັກສາ ແລະ ສົ່ງເສີມວັດທະນະທໍາ ຮີດຄອງປະເພນີລາວ ເອົາໃຈໃສ່ຄຸ້ມຄອງ, ຊຸກຍູ້, ຕິດຕາມ, ກວດກາ ບັນດາກິດຈະການ ບໍລິການດ້ານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເຂົ້າສູ່ລະບຽບ ກົດໝາຍ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນແຕ່ລະໄລຍະ. ໂອກາດນີ້ທ່ານກໍ່ໄດ້ນໍາເອົາແຄນ 1 ດວງ ມາມອບໃຫ້ທ່ານເຈົ້າແຂວງບໍ່ແກ້ວ.

ຈາກນັ້ນທ່ານ ວັນສີ ກົວມົວ ກໍາມະການສໍາຮອງສູນກາງພັກ ຮອງລັດຖະມົນຕີກະຊວງ ຖວທ ພ້ອມດ້ວຍຄະນະ ກໍ່ໄດ້ໄປເບິງການປັບປຸງບູລະນະຄ້າຍເກົ່າທະຫານຟຣັ່ງ ຂອງບໍລິສັດ ແດນຈະເລີນບໍລິການ ທີ່ໄດ້ສໍາປະທານປັບປຸງບູລະນະຄືນ ສ້າງໃຫ້ເປັນແຫຼ່ງທ່ອງທ່ຽວ ຄົບວົງຈອນ ມີຫ້ອງວາງສະແດງຂໍ້ມູນກ່ຽວກັບຄ້າຍເກົ່າທະຫານຟຣັ່ງ, ຮ້ານກາເຟ, ຮ້ານອາຫານ ແລະ ໂດນຍ່າງທ່ຽວຊົມຄ້າຍ ແລະມີອື່ນໆອີກຫຼາຍກິດຈະກໍາ.

ຂ່າວ: ຄໍາເພັງ ສີສະຫວ່າງ

ກວດແກ້: ຄໍາມ່ວນ ແກ້ວດວງຕາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments