Saturday, July 27, 2024
Homeຂ່າວໜ້າໜຶ່ງຮອງລັດຖະມົນຕີກະຊວງ ຖວທ ລົງຊຸກຍູ້ວຽກງານ ຖວທ ແຂວງບໍ່ແກ້ວ

ຮອງລັດຖະມົນຕີກະຊວງ ຖວທ ລົງຊຸກຍູ້ວຽກງານ ຖວທ ແຂວງບໍ່ແກ້ວ

ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ພ້ອມຄະນະ ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຖວທ ຢູ່ແຂວງບໍ່ແກ້ວ ໃນລະຫວ່າງວັນທີ 12-13 ພະຈິກ 2023. ທ່ານ ສົມຄິດ ວົງປັນຍາ ຫົວໜ້າພະແນກ ຖວທ ແຂວງບໍ່ແກ້ວ ໄດ້ລາຍງານສະພາບລວມ ຈຸດພິເສດຂອງແຂວງ ໂດຍສະເພາະເເມ່ນວຽກງານ ຖວທ ໄລຍະຜ່ານມາ ໄດ້ສຸມໃສ່ການຂຶ້ນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ສໍາເລັດການກໍານົດພາລະບົດບາດ ແລະ ແຜນກໍານົດຕໍາແໜ່ງງານ ພ້ອມທັງບັນຈຸຊັບຊ້ອນ, ຈັດວາງພະນັກງານ-ລັດຖະກອນເຂົ້າຕາມຕໍາແໜ່ງງານຍັງຫວ່າງ, ການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ແມ່ນປະຕິບັດຕາມ ບັນດາຄາດໝາຍ ແລະ ແຜນວຽກງານຈຸດສຸມສໍາເລັດຕາມແຜນການແຕ່ລະໄລຍະ, ກົນໄກການເຮັດວຽກບໍລິຫານ ໄດ້ຮັບການປັບປຸງ; ໄດ້ເປັນເຈົ້າການອະນຸລັກ ປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທໍາອັນດີງາມ ແລະ ມໍລະດົກອັນລໍ້າຄ່າຂອງຊາດ ຂອງທ້ອງຖິ່ນໃຫ້ຍືນຍົງ ຢ່າງຕໍ່ເນື່ອງ, ມາຮອດປັດຈຸບັນທົ່ວແຂວງ ມີຄອບຄົວວັດທະນະທໍາທັງໝົດ 27.674 ຄອບຄົວ ເທົ່າກັບ 76,08% ຂອງຄອບຄົວທັງໝົດ (36.375 ຄອບຄົວ), ບ້ານວັດທະນະທໍາທັງໝົດ 208 ບ້ານ ເທົ່າກັບ 83,87% ຂອງບ້ານທົ່ວແຂວງ ( 248 ບ້ານ), ກຸ່ມບ້ານວັດທະນະທໍາທັງໝົດ 14 ກຸ່ມ ເທົ່າກັບ 32,56% ຂອງກຸ່ມບ້ານທັງໝົດ 43 ກຸ່ມບ້ານ ແລະ ໄດ້ເອົາໃຈໃສ່ປົກປັກຮັກສາ, ສົ່ງເສີມວັດທະນະທໍາ ຮີດຄອງປະເພນີລາວ.

ທ່ານ ສົມຄິດ ວົງປັນຍາ ໄດ້ສະເໜີ ຕໍ່ຮອງລັດຖະມົນຕີກະຊວງ ຖວທ ຄົ້ນຄວ້າຕົວເລກລັດຖະກອນໃຫ້ພະແນກ ຖວທ ແຂວງ ແລະ ຫ້ອງການ ຖວທ ບັນດາເມືອງເພີ່ມອີກ. ພ້ອມທັງຂໍໃຫ້ກົມແຜນການ ແລະ ການຮ່ວມມືສາກົນ ຄົ້ນຄວ້າເຂົ້າແຜນ ໂຄງການຕິດຕັ້ງເຄື່ອງສົ່ງສະຖານນີວິທະຍຸ ເມືອງເມິງ, ໂຄງການກໍ່ສ້າງຫໍສະໝຸດແຂວງບໍ່ແກ້ວ, ປັບປຸງຫ້ອງວາງສະແດງມູນເຊື້ອ ຂອງແຂວງ; ຄົ້ນຄວ້າວິຊາການເຕັກນິກໂທລະພາບ ເພື່ອກວດກາສ້ອມແປງໂທລະພາບແຂວງໃຫ້ສາມາດໃຊ້ງານໄດ້ປົກກະຕິ, ແກ້ໄຂກ່ອງສັນຍານ, ຄົ້ນຄວ້າໂທລະໂຄ່ງໃຫ້ບັນດາບ້ານຊາຍແດນ ແລະ ບ້ານທີ່ລະບົບໂທລະໂຄ່ງເປ່ເພ. ນອກຈາກນີ້, ຄົ້ນຄວ້າງົບປະມານສົ່ງເສີມວຽກງານວັດທະນະທໍາ ໃຫ້ກັບແຂວງບໍ່ແກ້ວ ແລະ ກໍ່ສ້າງ-ບໍາລຸງພະນັກງານ-ລັດຖະກອນ ໃຫ້ມີຄວາມເຂັ້ມແຂງ ທາງດ້ານຄວາມຮູ້ ຄວາມສາມາດ, ຕອບສະໜອງວຽກງານໄລຍະໃໝ່ຕື່ມອີກ.

ໂອກາດນີ້, ທ່ານ ວັນສີ ກົວມົວ ໄດ້ຍ້ອງຍໍຊົມເຊີຍການນໍາພະແນກ ແລະ ພະນັກງານ-ລັດຖະກອນ ທີ່ພ້ອມກັນຈັດຕັ້ງປະຕິບັດວຽກງານ ຖວທ ໄດ້ຮັບຜົນສໍາເລັດຕາມແຜນການທີ່ວາງໄວ້ ແລະ ປູກຈິດສໍານຶກໃຫ້ສັງຄົມປົກປັກຮັກສາ ຮີດຄອງປະເພນີອັນດີງາມຂອງຊາດ ກໍຄືຂອງຊົນເຜົ່າ, ອະນຸລັກ ແລະ ປົກປັກຮັກສາວັດຖຸບູຮານ, ວັດຖຸມີຄ່າ ທີ່ໄດ້ເກັບຮັກສາໄວ້ ປະຕິບັດນິຕິກໍາ ແລະ ກົດໝາຍວ່າດ້ວຍມໍລະດົກ, ສົ່ງເສີມການຜະລິດບົດເພງ, ບົດກອນ, ຟອນ, ລໍາຕ່າງໆ ໃຫ້ມີຫລາຍສີສັນ.

ພ້ອມກັນນີ້, ທ່ານຮອງລັດຖະມົນຕີ ຖວທ ຍັງໄດ້ນໍາເອົາແຄນ 6 ດວງ ພ້ອມດ້ວຍປື້ມເພງ ມາມອບໃຫ້ພະແນກ ຖວທ ແຂວງບໍ່ແກ້ວ ຕື່ມອີກ.

ຂ່າວ: ຄໍາເພັງ ສີສະຫວ່າງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments