Saturday, July 27, 2024
Homeຂ່າວກິລາສັນຍາການຊ່ວຍເຫຼືອລ້າທາງດ້ານວັດທະນະທຳໃນໂຄງການປັບປຸງອາຄານສະໜາມກີລາເຈົ້າອະນຸວົງ ຈາກຍີ່ປຸ່ນໃຫ້ແກ່ ສປປ ລາວ

ສັນຍາການຊ່ວຍເຫຼືອລ້າທາງດ້ານວັດທະນະທຳໃນໂຄງການປັບປຸງອາຄານສະໜາມກີລາເຈົ້າອະນຸວົງ ຈາກຍີ່ປຸ່ນໃຫ້ແກ່ ສປປ ລາວ

ໃນວັນທີ 10 ພະຈິກ 2023 ທີ່ນະຄອນຫຼວງໂຕກຽວ ພະນະທ່ານ ນາງ ຄາມິກາວະ ໂຢໂກະ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງປະເທດຍີ່ປຸ່ນ ແລະ ພະນະທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ລົງນາມ ແລະ ມອບຮັບສັນຍາການຊ່ວຍເຫຼືອລ້າທາງດ້ານວັດທະນະທຳຈາກຍີ່ປຸ່ນ ໃນໂຄງການປັບປຸງອາຄານສະໜາມກີລາເຈົ້າອະນຸວົງ ເຊິ່ງມີມູນຄ່າສູງເຖິງ 4.171 ພັນລ້ານເຢນ.

ໂຄງການນີ້ແມ່ນເພື່ອປັບປຸງອາຄານ ແລະ ສິ່ງອຳນວຍຄວາມສະດວກ ພາຍໃນສະໜາມກີລາເຈົ້າອະນຸວົງທີ່ຕັ້ງຢູ່ໃນນະຄອນຫຼວງວຽງຈັນ ພ້ອມທັງມອບອຸປະກອນທີ່ຈຳເປັນໃຫ້ແກ່ສະໜາມກີລາດັ່ງກ່າວອີກດ້ວຍ ໂຄງການນີ້ຈະຊ່ວຍຊຸກຍູ້ໃຫ້ນັກກີລາ ແລະ ປະຊາຊົນເຂົ້າມາຊົມໃຊ້ຢ່າງກວ້າງຂວາງ ໂດຍຜ່ານການສ້າງຄວາມເຂັ້ມແຂງທາງດ້ານການນຳໃຊ້ເຊັ່ນ ການກຳຈັດສິ່ງກີດຂວາງສຳລັບຜູ້ພິການ ແລະ ປັບປຸງຄວາມປອດໄພຂອງສິ່ງອຳນວຍຄວາມສະດວກ ເຊິ່ງຈະຊ່ວຍປະກອບສ່ວນໃນການສົ່ງເສີມການມີສ່ວນຮ່ວມໃນສັງຄົມຂອງຜູ້ພິການ ແລະ ສົ່ງເສີມກິດຈະກຳດ້ານກີລາ ແລະ ວັດທະນະທຳໃນປະເທດລາວນອກຈາກນັ້ນ ໂຄງການນີ້ຍັງມີຈຸດປະສົງເພື່ອປະກອບສ່ວນເຂົ້າໃນການແກ້ໄຂຄວາມແຕກໂຕນ ໂດຍຜ່ານການພັດທະນາເຂດຕົວເມືອງ ແລະ ຊົນນະບົດຢ່າງດຸ່ນດ່ຽງໂດຍຄຳນຶງເຖິງການປົກປັກຮັກສາສິ່ງແວດລ້ອມ ແລະ ວັດທະນະທຳ ເພື່ອແນໃສ່ເປົ້າໝາຍການປັບປຸງສະພາບແວດລ້ອມຂອງຕົວເມືອງຕາມນະໂຍບາຍການຊ່ວຍເຫຼືອປະເທດລາວຂອງຍີ່ປຸ່ນ.

ນັບແຕ່ເປີດນຳໃຊ້ໃນປີ 1950, ສະໜາມກີລາເຈົ້າອະນຸວົງໄດ້ມີບົດບາດສຳຄັນໃນການພັດທະນາວົງການກິລາໃນປະເທດລາວ ເນື່ອງຈາສະໜາມກິລາມີທີ່ຕັ້ງຢູ່ຈຸດທີ່ສະດວກສະບາຍໃນໃຈກາງນະຄອນຫຼວງວຽງຈັນ ສະໜາມກີລາແຫ່ງນີ້ຈຶ່ງຖືກຊົມໃຊ້ເປັນສະຖານທີ່ຈັດງານກີລາ ແລະ ກິດຈະກຳຕ່າງໆເປັນປະຈຳ ແຕ່ໃນປັດຈຸບັນ ສິ່ງອຳນວຍຄວາມສະດວກດັ່ງກ່າວໄດ້ຕົກຍຸກສະໄໝໄປແລ້ວ.

ພະນະທ່ານ ນາງ ຄາມິກາວະ ໄດ້ກ່າວວ່າ ໃນລະຫວ່າງການໄປຢ້ຽມຢາມປະເທດລາວໃນເດືອນກ່ອນ ທ່ານໄດ້ໄປຢ້ຽມຊົມສະໜາມກີລາດັ່ງກ່າວ ໄດ້ໂອ້ລົມກັບນັກກີລາ ລວມທັງນັກກີລາພາລາລິມປິກ ແລະ ຮັບຮູ້ວ່າປະຊາຊົນລາວເຂົ້າມາຊົມໃຊ້ສະໜາມກີລາຢ່າງກວ້າງຂວາງ ແລະ ມີຄວາມຜູກພັນກັບສະຖານທີ່ແຫ່ງນີ້ ທ່ານໄດ້ສະແດງຄວາມຄາດຫວັງວ່າການປັບປຸງອາຄານສະໜາມກີລາເຈົ້າອະນຸວົງຈະຊ່ວຍສົ່ງເສີມກິດຈະກຳທາງດ້ານກີລາ ແລະ ວັດທະນະທຳໃນປະເທດລາວ ພ້ອມທັງຫວັງວ່າສະໜາມກີລາແຫ່ງນີ້ຈະກາຍເປັນສັນຍະລັກແຫ່ງມິດຕະພາບລະຫວ່າງປະເທດລາວ ແລະ ຍີ່ປຸ່ນເປັນເວລາຍາວນານ ເຊັ່ນດຽວກັບດອກຊາກຸລະຍີ່ປຸ່ນທີ່ປູກຢູ່ແຂວງຫົວພັນ ແລະ ຊ້າງທີ່ປະເທດລາວໄດ້ມອບໃຫ້ແກ່ສວນສັດນະຄອນກຽວໂຕ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments