Saturday, July 27, 2024
Homeຂ່າວພາຍໃນຮອງລັດຖະມົນຕີກະຊວງ ປກສ ເນັ້ນກຳລັງວິຊາສະເພາະ ຕ້ອງຫັນໄປສູ່ລະບົບທີ່ທັນສະໄໝ

ຮອງລັດຖະມົນຕີກະຊວງ ປກສ ເນັ້ນກຳລັງວິຊາສະເພາະ ຕ້ອງຫັນໄປສູ່ລະບົບທີ່ທັນສະໄໝ

ພົທ ກົງທອງ ພົງວິຈິດ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງ ປກສ ໄດ້ເນັ້ນໃຫ້ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ, ກົມຄຸ້ມຄອງຄົນຕ່າງປະເທດ ແລະ ກົມຕໍາຫຼວດທ່ອງທ່ຽວ ທີ່ຂຶ້ນກັບກົມໃຫຍ່ສັນຕິບານ, ຈົ່ງສືບຕໍ່ພັດທະນາກໍາລັງວິຊາສະເພາະໃຫ້ຫັນໄປສູ່ຄວາມທັນສະໄໝ, ເຊິ່ງເປັນວຽກງານທີ່ຈໍາເປັນໃນການປະຕິບັດໜ້າທີ່ບໍລິການຮັບໃຊ້ສັງຄົມ ເພື່ອຮັບປະກັນຄວາມສະຫງົບປອດໄພ ແລະ ຮັບໃຊ້ວິ ຊາສະເພາະໃຫ້ມີຜົນສໍາເລັດ.

ທ່ານຮອງລັດຖະມົນຕີກະຊວງ ປກສ ໄດ້ເນັ້ນວ່າ: ກົມວິຊາສະເພາະທັງ 3 ກົມ ຄະນະ ພັກ-ຄະນະບັນຊາ ຈົ່ງສືບຕໍ່ເອົາໃຈໃສ່ພັດທະນາບຸກຄະລາກອນທີ່ປະຕິບັດໜ້າທີ່ວິຊາສະເພາະໃຫ້ມີຄວາມຮູ້ຄວາມສາມາດ ເພື່ອຈະມາຮອງຮັບກັບການຫັນໄປສູ່ລະບົບທີ່ທັນສະໄໝ, ເຊິ່ງຄະນະພັກ-ຄະນະບັນຊາຈະຕ້ອງມີແຜນການທີ່ຈະພັດທະນາບຸກຄະລາກອນ ແລະ ມີກໍານົດເວລາທີ່ແນນອນບໍ່ໃຫ້ແກ່ຍາວ, ເຊິ່ງການຫັນໄປສູ່ວຽກງານທີ່ທັນສະໄໝແມ່ນວຽກງານຄວາມສໍາຄັນ, ຈໍາເປັນ ແລະ ພາວະວິໃສ ເພື່ອຮອງຮັບກັບສະພາບຕົວຈິງໃນປັດຈຸບັນ ເປັນຕົ້ນແມ່ນການຂຶ້ນທະບຽນພັກເຊົາໃຫ້ຄົນຕ່າງປະເທດ, ການແຕ່ງດອງ, ການມາດໍາເນີນທຸລະກິດ, ມາທ່ອງທ່ຽວ ແລະອື່ນໆ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະຫງົບ ປອດໄພ.

ກອງປະຊຸມໄດ້ຮັບຟັງບົດສະຫຼຸບລາຍງານຫຍໍ້ຕໍ່ວຽກງາມວິຊາສະເພາະຂອງກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງກ່ຽວກັບການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ແລະ ລາຍງານຄວມຄືບຂອງການຄົ້ນຄ້ວາສຶກສາໂຄງການອີບໍເດີພຣາດ, ການຈັດ ຕັ້ງປະຕິບັດວຽກງານໄລຍະຜ່ານມາ ແລະ ຄວາມຄືບໜ້າຂອງໂຄງການພັດທະນາລະບົບລົງທະບຽນພັກເຊົາຊົ່ວຄາວຕາມໂຮງແຮມ ແລະ ເຮືອນພັກ ໃນຂອບເຂດທົ່ວປະເທດ, ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ຄວາມຄືບໜ້າຂອງການລະບົບສ້າງຖານຂໍ້ມູນອອກບັດພັກເຊົາແບບທັນສະໄໜ.

ການໂອ້ລົມດັ່ງກ່າວ ມີຂຶ້ນໃນວັນທີ 8 ພະຈິກ 2023, ໂດຍມີ ພົຕ ປອ ບົວວັນ ວົງສາວັນທອງ ຫົວໜ້າກົມໃຫຍ່ສັນຕິບານ, ມີຕາງໜ້າຫ້ອງວ່າການກະຊວງ ປກສ, ກົມໃຫຍ່ພະລາທິການ, ຫົວໜ້າກົມ-ຮອງກົມ, ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມຮັບຟັງການໂອ້ລົມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments