Saturday, July 27, 2024
Homeຂ່າວໜ້າໜຶ່ງຊຽງຂວາງ ຕ້ອນຮັບຜູ້ແທນບັນດາປະເທດຄູ່ຮ່ວມພັດທະນາ ລົງຢ້ຽມຢາມວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ.

ຊຽງຂວາງ ຕ້ອນຮັບຜູ້ແທນບັນດາປະເທດຄູ່ຮ່ວມພັດທະນາ ລົງຢ້ຽມຢາມວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ.

ວັນທີ 8 ພະຈິກ 2023, ທ່ານ ບຸນຈັນ ສີວົງພັນ, ເຈົ້າແຂວງຊຽງຂວາງ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມດ້ວຍ ທູຕານຸທູດ ແລະ ບັນດາປະເທດຄູ່ຮ່ວມພັດທະນາ. ໃນໂອກາດນີ້, ທ່ານ ບຸນຈັນ ສີວົງພັນ ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບຄະນະດັ່ງກ່າວ ທີ່ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ແລະ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບ ສະພາບການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ການພັດທະນາອື່ນໆ ລວມທັງສະພາບການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ພາຍໃນແຂວງຊຽງຂວາງໂດຍສັງເຂບ, ທ່ານ ໄດ້ກ່າວຕື່ມວ່າ: ແຂວງຊຽງຂວາງ ມີເນື້ອທີ່ຄວາມສ່ຽງຈາກລະເບີດບໍ່ທັນແຕກ ຈຳນວນ 62.000 ກວ່າເຮັກຕາ, ເຊິ່ງຕະຫຼອດໄລຍະເວລາ 27 ກວ່າປີ ຜ່ານມາ, ແຂວງຊຽງຂວາງ ສາມາດເກັບກູ້ລະເບີດໄດ້ 18.605 ເຮັກຕາ, ໃນນີ້ ເນື້ອທີ່ກະສິກຳ 16.353 ເຮັກຕາ ແລະ ເນື້ອທີ່ພັດທະນາ 2.252 ເຮັກຕາ, ມີຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ 331 ຄົນ (2008-2023).

ພ້ອມກັນນັ້ນ, ກໍໄດ້ສະແດງຄວາມຂອບໃຈ ທີ່ໃຫ້ຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈໃນການເລືອກເອົາແຂວງຊຽງຂວາງ ຈັດກອງປະຊຸມ ແລະ ລົງຢ້ຽມຢາມພາກສະໜາມ ເພື່ອຕິດຕາມສະພາບຕົວຈິງໃນການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ເພື່ອຈະໄດ້ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງຕື່ມອີກ ໂດຍສະເພາະການຈັດຕັ້ງປະຕິບັດການນຳໃຊ້ທຶນຊ່ວຍເຫຼືອດ້ານມະນຸດສະທຳໃຫ້ແກ່ ສປປ ລາວ ກໍຄື ວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ແຂວງຊຽງຂວາງ.

ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້, ທ່ານ ບຸນຈັນ ສີວົງພັນ ໄດ້ຕາງໜ້າໃຫ້ອຳນາດການປົກຄອງແຂວງຊຽງຂວາງ ແລະ ປະຊາຊົນບັນດາເຜົ່າ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງມາຍັງ ບັນດາປະເທດຄູ່ຮ່ວມພັດທະນາ ທີ່ໃຫ້ທຶນຊ່ວຍເຫຼືອ, ສະໜັບສະໜູນດ້ານມະນຸດສະທຳ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກໃຫ້ແກ່ ສປປ ລາວ ກໍຄື ແຂວງຊຽງຂວາງ ທີ່ໃຫ້ຄວາມເປັນຫ່ວງເປັນໃຍ, ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຊ່ວຍເຫຼືອ ອັນເປັນປະໂຫຍດ ແລະ ລ້ຳຄ່າໃນໄລຍະຫຼາຍປີຜ່ານມາ, ເຊິ່ງໄດ້ເຮັດໃຫ້ວຽກງານການເກັບກູ້ລະເບີດບໍ່ທັນແຕກ ກໍຄື ການພັດທະນາຢູ່ພາຍໃນແຂວງ ມີຄວາມສະດວກຫຼາຍຂຶ້ນ ແລະ ໄດ້ເຮັດໃຫ້ປະຊາຊົນບັນດາເຜົ່າໄດ້ຮັບໂອກາດ ໃນການຟື້ນຟູຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ມີໂອກາດໄດ້ເຂົ້າເຖິງປັດໄຈດ້ານການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDG 18) ຂອງລັດຖະບານ, ທັງສອດຄ່ອງກັບແຜນຍຸດທະສາດແຫ່ງຊາດໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ “ເສັ້ນທາງກ້າວສູ່ຄວາມປອດໄພ III”.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments