Saturday, July 27, 2024
Homeຂ່າວພາຍໃນສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດມົງໂກເລຍ ໄດ້ຮ່ວມກັນຈັດງານພົບປະທຸລະກິດ 2 ຝ່າຍ ແລະ...

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດມົງໂກເລຍ ໄດ້ຮ່ວມກັນຈັດງານພົບປະທຸລະກິດ 2 ຝ່າຍ ແລະ ງານວາງສະແດງສິນຄ້າຂອງ 2 ປະເທດຂື້ນ

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດມົງໂກເລຍ ໄດ້ຮ່ວມກັນຈັດງານພົບປະທຸລະກິດ 2 ຝ່າຍ ແລະ ງານວາງສະແດງສິນຄ້າຂອງ 2 ປະເທດຂື້ນ, ໃນວັນທີ 6 ພະຈິກ 2023, ທີ່ ໂຮງແຮມແລນມາກ. ເຊິ່ງພາຍໃນງານດັ່ງກ່າວມີທຸລະກິດທັງ2ປະເທດເຂົ້າຮ່ວມ ແລະ ວາງສະແດງສີນຄ້າ ລວມມີຂະແໜງການຄ້າ, ນຳເຂົ້າ-ສົ່ງອອກສິນຄ້າ, ກະສິກຳ, ເຂົ້າ, ປູກຝັງຊາ-ກາເຟ, ຂົນສົ່ງ, ທ່ອງທ່ຽວ, ແລະ ຂະແໜງການອື່ນໆທີ່ກ່ຽວຂ້ອງ

ຈຸດປະສົງເພື່ອເປັນເວທີສົ່ງເສີມ ແລະ ເປີດໂອກາດໃຫ້ນັກທຸລະກິດທັງສອງປະເທດໄດ້ພົບປະປຶກສາຫາລື, ແລກປ່ຽນຂໍ້ມູນເພື່ອກ້າວໄປເຖິງການດຳເນີນທຸລະກິດຮ່ວມກັນໃນອານາຄົດ ແລະ ເປັນເວທີສົ່ງເສີມເປີດກວ້າງຜະລິດຕະພັນລາວໃຫ້ສາກົນໄດ້ຮັບຮູ້

ນອກຈາກນັ້ນ, ພາຍໃນງານດັ່ງກ່າວ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດມົງໂກເລຍ ຍັງໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈເພື່ອສົ່ງເສີມການຮ່ວມມືໃນການພົວພັນການສົ່ງເສີມທຸລະກິດລະຫວ່າງສອງປະເທດອີກດ້ວຍ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments