Saturday, July 27, 2024
Homeຂ່າວດ່ວນປະສານຫຼອນຄາດຕະກໍາລູກ, ເມຍ ແລະ ຈົບຊີວິດຕົນເອງ

ປະສານຫຼອນຄາດຕະກໍາລູກ, ເມຍ ແລະ ຈົບຊີວິດຕົນເອງ

ຕາມການລາຍງານຂອງເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ໄດ້ໃຫ້ຮູ້ວ່າ: ໃນວັນທີ 7 ພະຈິກ 2023 ໄດ້ຮັບການລາຍງານຈາກ ປກສ ບໍລິການປະຊາຊົນ ກຸ່ມບຶງຫົວນາ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ວ່າມີເຫດຄາດຕະກໍາເກີດຂຶ້ນຢູ່ບ້ານບຶງຫົວນາ, ພາຍຫຼັງໄດ້ຮັບການລາຍງານ ເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງເຊບັ້ງໄຟ ຈຶ່ງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງກວດກາຊັນລະສູດສະຖານທີ່ເກີດເຫດຕົວຈິງ ພົບເຫັນຜູ້ເສຍຊີວິດ 3 ຄົນ ພໍ່, ແມ່, ລູກ ຄື: ຊື່ທ້າວ ສົມບັດ (ບັດ) ຜູ້ເປັນພໍ່ ອາຍຸ 29 ປີ, ມີຮອຍພ້າປາດຢູ່ບໍລິເວນຄໍ, ມືເບື້ອງຂວາ ຍັງກໍາສາຍໄຟຟ້າທີ່ຍັງມີກະແສໄຟແລ່ນຢູ່, ນາງ ພັນ (ຜູ້ເປັນແມ່) ອາຍຸ 31 ປີ, ຖືກພ້າປາດຢູ່ບໍລິເວນຄໍ ແລະ ມືເບື້ອງຊ້າຍກໍ່ມີຮອຍພ້າປາດ ແລະ ທ້າວ ດໍາ (ລູກຊາຍ) ອາຍຸ 4 ປີ ຖືກພ້າປາດຢູ່ບໍລິເວນຄໍ.

ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ສອບສວນເກັບກຳຂໍ້ມູນ ພະຍານຜູ້ເຫັນເຫດການ ຈຶ່ງໄດ້ຮູ້ວ່າ: ໃນເວລາປະມານ 1 ໂມງ ຂອງວັນທີ 7 ພະຈິກ 2023 ປະຊາຊົນເຂດໃກ້ຄຽງ ເຊີ່ງເປັນພີ່ນ້ອງຂອງ ທ້າວ ສົມບັດ ໄດ້ຍິນສຽງຄ້າຍຄືຄົນຜິດຖຽງກັນ ຈຶ່ງໄດ້ຊວນໝູ່ທີ່ຢູ່ເຮືອນໃກ້ກັນຂຶ້ນໄປເບິ່ງເຮືອນ ທ້າວ ສົມບັດ, ຈຶ່ງພົບເຫັນ ທ້າວ ດໍາ ເເລະ ນ. ພັນ ເຊິ່ງເປັນລູກ ແລະ ເມຍຂອງ ທ້າວ ສົມບັດ ນອນເສຍຊີວິດຢູ່ ແຕ່ທ້າວ ສົມບັດ ແມ່ນຍັງບໍ່ທັນເສຍຊີວິດ ຜູ້ກ່ຽວໄດ້ໂດດລົງເຮືອນແລ້ວແລ່ນໄປເອົາຈົກມາທໍາຮ້າຍເຄື່ອງຂອງພາຍໃນເຮືອນ ຫຼັງຈາກນັ້ນກໍ່ໄດ້ໄປດຶງເອົາສາຍໄຟທີ່ຍັງມີກະແສໄຟຟ້າ ແລ້ວນອນແນບສາຍໄຟຟ້າລົງກັບພື້ນ ຈຶ່ງເຮັດໃຫ້ຜູ້ກ່ຽວເສຍຊີວິດ.

ຕາມການສອບສວນ ແລະ ເກັບກຳຂໍ້ມູນເບື້ອງຕົ້ນຂອງເຈົ້າໜ້າທີ່ໃຫ້ຮູວ່າ: ສາເຫດຂອງການຄາດຕະກໍາຄັ້ງນີ້ ແມ່ນເກີດຈາກ ທ້າວ ສົມບັດ ໄດ້ມີການເສບຢາບ້າ ໃນໄລຍະທີ່ຜ່ານມາ ອາດເຮັດໃຫ້ເກີດອາການປະສາດຫຼອນ ແລ້ວລົງມືຄາດຕະກໍາລູກເມຍຂອງຕົນເອງ.

ດັ່ງນັ້ນ, ຈຶ່ງຝາກເຖິງສັງຄົມ ຈົ່ງເປັນເຈົ້າການຮ່ວມກັນໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ທີ່ເປັນສາເຫດຂອງການເກີດປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ຄືດັ່ງເຫດການຄາດຕະກໍາທີ່ເກີດຂື້ນຄັ້ງນີ້ ເຊິ່ງມັນໄດ້ສ້າງຄວາມສູນເສຍໃຫ້ແກ່ຊີວິດຂອງຄອບຄົວ ແລະ ຄົນອ້ອມຂ້າງ ລວມທັງຕົວຂອງຜູ້ທີ່ເສບຢາເສບຕິດ. ສະນັ້ນ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ທຸກພາກສ່ວນໃນທົ່ວສັງຄົມ ຈົ່ງເປັນເຈົ້າການຮ່ວມກັນໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້ໝົດໄປຈາກສັງຄົມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments