Saturday, July 27, 2024
Homeຂ່າວໜ້າໜຶ່ງກອງປະຊຸມໂຄງການຮ່ວມມືສາກົນຄັ້ງທີ 7 ສຳລັບມໍລະດົກໂລກວັດພູຈຳປາສັກ ຈັດຂຶ້ນໃນຕອນເຊົ້າວັນທີ 7 ພະຈິກ 2023 ທີ່ຫໍປະຊຸມແຫ່ງຊາດຫລັກ 6 ນະຄອນຫລວງວຽງຈັນ

ກອງປະຊຸມໂຄງການຮ່ວມມືສາກົນຄັ້ງທີ 7 ສຳລັບມໍລະດົກໂລກວັດພູຈຳປາສັກ ຈັດຂຶ້ນໃນຕອນເຊົ້າວັນທີ 7 ພະຈິກ 2023 ທີ່ຫໍປະຊຸມແຫ່ງຊາດຫລັກ 6 ນະຄອນຫລວງວຽງຈັນ

ກອງປະຊຸມໂຄງການຮ່ວມມືສາກົນຄັ້ງທີ 7 ສຳລັບມໍລະດົກໂລກວັດພູຈຳປາສັກ ຈັດຂຶ້ນໃນຕອນເຊົ້າວັນທີ 7 ພະຈິກ 2023 ທີ່ຫໍປະຊຸມແຫ່ງຊາດຫລັກ 6 ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ,ວັດທະນາທຳແລະທ່ອງທ່ຽວ ແລະທ່ານ ນາງ ຊິວ ແລັງ ຊູອອກ ເອກອັກຄະລັດຖະທູດແຫ່ງປະເທດຝລັ່ງປະຈຳລາວ,ມີປະທານອົງການຝລັ່ງເພື່ອການພັດທະນາ ຫລືເອເອຟດີປະເທດຝລັ່ງ,ຜູ້ຕາງຫນ້າອົງການຈັດຕັ້ງສາກົນຢູເນັສໂກປະຈຳພາກພື້ນອາຊີ-ປາຊີຟິກ,ຜູ້ຕາງຫນ້າກະຊວງ,ອົງການ,ສະຖາບັນ,ຕາງຫນ້າແຂວງຕ່າງໆກ່ຽວຂ້ອງແລະແຂກຖືກເຊີນເຂົ້າຮ່ວມ.ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ,ວັດທະນາທຳແລະທ່ອງທ່ຽວກ່າວວ່າ: ກອງປະຊຸມຄະນະການປະສານງານຮ່ວມມືສາກົນ ຂອງມໍຣະດົກໂລກວັດພູຈໍາປາສັກ ຄັ້ງທີ 7,ຖືວ່າເປັນກອງປະຊຸມເພື່ອຄົ້ນຄວ້າ, ປຶກສາຫາລື ແລະ ທົບທວນຄືນ ການຈັດຕັ້ງປະຕິບັດບັນດາໂຄງການທີ່ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອລ້າ ຂອງສາກົນ ທັງເປັນກອງປະຊຸມເປີດກວ້າງ ເພື່ອລະດົມແນວຄວາມຄິດ, ວິທີການແກ້ໄຂບັນຫາ ແລະ ພ້ອມທັງເປັນການຕີລາຄາຄືນ ການຈັດຕັ້ງປະຕິບັດບັນດາໂຄງການຊ່ວຍເຫຼືອລ້າ ຂອງຕ່າງປະເທດ ເຊັ່ນ: ໂຄງການຮ່ວມມື ລາວ-ຝຣັ່ງ ພາຍໃຕ້ໂຄງການຈໍາປາ ທີ່ປະກອບດ້ວຍວຽກງານການວິເຄາະຂໍ້ມູນ ແລະ ການຄົ້ນຄວ້າ, ສຳຫຼວດທາງອາກາດ ດ້ວຍລະບົບພາບຖ່າຍທາງອາກາດ ໄລດາ (Lidar); ການຄົ້ນຄວ້າທາງດ້ານວິທະຍາສາດບູຮານຄະດີ ກ່ຽວກັບວັດສ້າງໂອ 5 ແລະ ຫ້ວຍສະຫົວ 2;ການຄົ້ນຄວ້າທາງດ້ານວິທະຍາສາດບູຮານຄະດີ ບ້ານໜອງເຮືອທອງ ແຂວງສະຫວັນນະເຂດ ແລະ ສ້າງຄວາມຍືນຍົງ, ການພັດທະນາເສດຖະກິດ-ສັງຄົມ ແລະ ການພັດທະນາການທ່ອງທ່ຽວ ຕົວເມືອງເກົ່າຈຳປາສັກເລົ່ານີ້ເປັນຕົ້ນ.

ໂຄງການຮ່ວມມື ລາວ-ອີນເດຍ ມີການຮ່ວມມືບູລະນະປະຕິສັງຂອນ ໂຮງຊາວດ້ານເໜືອ, ດ້ານໃຕ້ ແລະ ກຳແພງກັນເຈື່ອນ.

ໂຄງການຮ່ວມມື ລາວ-ເກົາຫຼີ ມີການຮ່ວມມືບູລະນະປະຕິສັງຂອນ ໂຮງນາງສີດາ, ວຽກງານຟຶກອົບຮົມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ວິຊາການກ່ຽວຂ້ອງ ແລະ ນອກຈາກນີ້ກໍ່ຍັງມີຫຼາຍປະເທດທີ່ໃຫ້ການຊ່ວຍເຫຼືອລ້າໃນການອະນຸລັກ, ປົກປັກຮັກສາ ມໍຣະດົກໂລກວັດພູຈຳປາສັກ ເຊັ່ນທ່ານ ເອກອັກຄະລັດຖະທູດ ປະເທດອົດສະຕາລີ, ທ່ານ ເອກອັກຄະລັດຖະທູດ ປະເທດລຸກສໍາບວ໋ກ, ທ່ານ ເອກຄັກຄະລັດຖະທູດ ອີຢູ ປະຈໍາ ສປປ ລາວ ກໍໄດ້ໃຫ້ການຊ່ວຍເຫຼືອ ຢູ່ສະຖານທີ່ບູຮານວັດພູຈໍາປາສັກ ອີກດ້ວຍ. ພ້ອມນີ້ກໍຍັງມີບັນດາປະເທດທີ່ເຄີຍໃຫ້ການສະໜັບສະໜູນຊ່ວຍເຫຼືອຜ່ານມາ ຄື ປະເທດຍີ່ປຸ່ນ ຊຶ່ງເຄີຍຊ່ວຍເຫຼືອລ້າ ໃນການກໍ່ສ້າງພື້ນຖານໂຄງລ່າງ ພາຍໃນພື້ນທີ່ມໍຣະດົກໂລກ ແລະ ໃນປັດຈຸບັນທາງປະເທດຍີ່ປຸ່ນເອງກໍ່ມີແຜນທີ່ຈະສືບຕໍ່ໃຫ້ການຊ່ວຍເຫຼືອຕື່ມອີກໃນຕໍ່ໜ້າ ໂດຍສະເພາະການສືບຕໍ່ຂະຫຍາຍເສັ້ນທາງເຂົ້າໄປວັດພູ ແລະ ປັບປຸງພື້ນທີ່ອາຄານວາງສະແດງໃຫ້ມີ ຄວາມແຂ້ມແຂງຄົງຕົວດີຂື້ນກວ່າເກົ່າ.

ກອງປະຊຸມໂຄງການຮ່ວມມືສາກົນຄັ້ງທີ 7 ສຳລັບມໍລະດົກໂລກວັດພູຈຳປາສັກ ດຳເນີນເປັນເວລາ 2 ວັນ ເຊິ່ງໃນກອງປະຊຸມ ຍັງມີກອງປະຊຸມສາກົນການຄົ້ນຄ້ວາທາງດ້ານບູຮານວິທະຍາແລະການປົກປັກຮັກສາມໍລະດົກໃນລາວໃຕ້ ແລະມີການປຶກສາຫາລືການຄົ້ນຄ້ວາທາງດ້ານວິທະຍາສາດ,ການຄົ້ນຄ້ວາດ້ານບູຮານວິທະຍາ,ການຄົ້ນຄ້ວາທາງດ້ານປະຫວັດສາດ,ການຄົ້ນຄ້ວາທາງດ້ານພິພິທະພັນສາດ ແລະການຄົ້ນຄ້ວາທາງດ້ານບູຮານວິທະຍາແລະພິພິທະພັນສາດ.

ໂດຍ: ອໍາໄພວັນ ວົງອໍາທອນ

ພາບ: ຄໍາກອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments