Saturday, July 27, 2024
Homeຂ່າວໜ້າໜຶ່ງລມຕ ກະຊວງສາທາລະນະສຸກ ຢ້ຽມຢາມໂຮງໝໍຊຸມຊົນ

ລມຕ ກະຊວງສາທາລະນະສຸກ ຢ້ຽມຢາມໂຮງໝໍຊຸມຊົນ

ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ໂຮງໝໍຊຸມຊົນເມືອງເງິນ ແຂວງໄຊຍະບູລີ ເມື່ອບໍ່ດົນມານີ້ ໂດຍການຕ້ອນຮັບຂອງທ່ານ ທະວິສັກ ໄຊຍະວົງ ເຈົ້າເມືອງໆເງິນ, ມີຫົວໜ້າພະແນກສາທາລະນະສຸກແຂວງ, ຜູ້ອຳນວຍການໂຮງໝໍແຂວງ, ຫົວໜ້າຫ້ອງການສາທາລະນະສຸກເມືອງ, ຜູ້ອຳນວຍການໂຮງໝໍຊຸມຊົນເມືອງເງິນ ພ້ອມດ້ວຍພະນັກງານ-ລັດຖະກອນແພດໝໍ ເຂົ້າຮ່ວມຕ້ອນຮັບຢ່າງອົບອຸ່ນ.

ທ່ານ ບຸນເລື່ອນ ບົວໄລ ຮອງເຈົ້າເມືອງໆເງິນ ໄດ້ລາຍງານ ສະພາບການຈັດຕັ້ງປະຕິບັດ ວຽກງານສາທາລະນະສຸກ ຢູ່ເມືອງເງິນ ໃນໄລຍະຜ່ານມາວ່າ: ການນໍາພາ-ຊີ້ນໍາຕໍ່ວຽກງານສາທາລະນະສຸກ ຍາມໃດກໍຖືເປັນວຽກບູລິມະສິດ, ຄະນະພັກ-ອົງການປົກຄອງເມືອງ ໄດ້ເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດຕິດແທດ ແລະ ຕິດພັນກັບການຊຸກຍູ້ວຽກວິຊາສະເພາະ, ໄດ້ສຸມໃສ່ການຈັດຕັ້ງປະຕິບັດນະໂຍບາຍ ດ້ານສາທາລະນະສຸກ ທີ່ວ່າຖືເອົາວຽກງານການອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍ ໄປພ້ອມກັບການຖືເອົາວຽກງານການປີ່ນປົວ ສະໜອງການບໍລິການ ດ້ານສຸຂະພາບຢ່າງທົ່ວເຖິງ, ມີຄຸນນະພາບ, ຍຸຕິທໍາ ແລະ ສະເໝີພາບ ເປັນສໍາຄັນ, ສຸມໃສ່ການປັບປຸງຄຸນນະພາບການບໍລິການ ປິ່ນປົວຢູ່ໂຮງໝໍແຕ່ລະຂັ້ນ ໃຫ້ເປັນໄປຕາມນະໂຍບາຍ 5 ດີ 1 ພໍໃຈ. ປັດຈຸບັນ, ທົ່ວເມືອງເງິນ ມີບ້ານສາທາລະນະສຸກແບບຢ່າງ ທັງໝົດ 22 ບ້ານ ເທົ່າກັບ 100% ແລະ ສາມາດປະກາດເປັນເມືອງຢຸດຕິການຖ່າຍຊະຊາຍ. ນອກຈາກນີ້, ເມືອງເງິນມີໂຮງໝໍຊຸມຊົນເມືອງ 1 ແຫ່ງ, ໂຮງໝໍນ້ອຍ 6 ແຫ່ງ ເຮັດໃຫ້ການເຂົ້າເຖິງການບໍລິການ ສາທາລະນະສຸກຂອງປະຊາຊົນ ປົກຄຸມ 100%.

ໂອກາດນີ້, ທ່ານ ດຣ. ບຸນແຝງ ພູມມະໄລສິດ ໄດ້ຊີ້ນໍາ ແລະ ເນັ້ນໃຫ້ບັນດາບຸກຄາລະກອນແພດ ໃຫ້ຖືເອົາວຽກງານການປີ່ນປົວ ສະໜອງການບໍລິການ ດ້ານສຸຂະພາບ, ມີຄຸນນະພາບ, ມີຈັນຍາບັນ, ຈັນຍາທໍາ ແລະ ຄວາມສະເໝີພາບເປັນສໍາຄັນ, ສຸມໃສ່ການປັບປຸງຄຸນນະພາບ ການບໍລິການ ປິ່ນປົວຢູ່ໂຮງໝໍ ໃຫ້ເປັນໄປຕາມນະໂຍບາຍ 5 ດີ 1 ພໍໃຈ ເພື່ອແນໃສ່ເຮັດໃຫ້ວຽກສາທາລະນະສຸກ ເມືອງເງິນ ໄດ້ມີທວງທ່າຂະຫຍາຍຕົວ ແລະ ມີຄຸນນະພາບສູງຂຶ້ນໄປເລື້ອຍໆ.

ໂອກາດດຽວກັນ ທ່ານລັດຖະມົນຕີ ພ້ອມດ້ວຍຄະນະ ກໍໄດ້ລົງກວດເບິ່ງໂຄງການກໍ່ສ້າງສະຖານທີ່ ບຳບັດນ້ຳເສຍ ຢູ່ໂຮງໝໍຊຸມຊົນເມືອງເງິນ ຕື່ມອີກ.

ຂ່າວ: ອິນແປງ ແຫວນຄຳ, ພາບ: ສຸລິຍາ ແສງເດືອນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments