Saturday, July 27, 2024
Homeຂ່າວພາຍໃນເຈົ້າແຂວງ ອັດຕະປື ໄດ້ຕ້ອນຮັບການມາຢ້ຽມຢາມ ແລະ ເຮັດວຽກຂອງຜູ້ຕາງໜ້າອົງການໄຈກາ ປະຈຳ ສປປ ລາວ

ເຈົ້າແຂວງ ອັດຕະປື ໄດ້ຕ້ອນຮັບການມາຢ້ຽມຢາມ ແລະ ເຮັດວຽກຂອງຜູ້ຕາງໜ້າອົງການໄຈກາ ປະຈຳ ສປປ ລາວ

ໃນຕອນບ່າຍຂອງວັນທີ 6 ພະຈິກ ທ່ານ ວັນທອງ ກອງມະນີ ກຳມະການສູນກາງພັກ, ເລຂາພັກແຂວງ ວ່າການເຈົ້າແຂວງ ອັດຕະປື ໄດ້ຕ້ອນຮັບການມາຢ້ຽມຢາມ ແລະ ເຮັດວຽກຂອງ ທ່ານ ນາກາເສະ ໂທຊິໂອະ ຫົວໜ້າຫ້ອງການ ຜູ້ຕາງໜ້າອົງການໄຈກາ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ, ພິທີຕ້ອນຮັບໄດ້ຈັດຂື້ນທີ່ຫ້ອງຮັບແຂກຂອງເຈົ້າແຂວງ ເຊິ່ງມີຄະນະນຳຂອງແຂວງ ແລະ ພະແນກການກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດທີ່ ທ່ານ ນາກາເຊະ ໂທຊິໂອະ ຫົວຫນ້າຫ້ອງການ ຜູ້ຕາງຫນ້າ ອົງການໄຈກາ ປະຈຳລາວ ເຂົ້າພົບປະ, ຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ການນຳແຂວງອັດຕະປື ໃນຄັ້ງນີ້ ທ່ານໄດ້ສະເຫນີຈຸດປະສົງ, ເປົ້າຫມາຍ ແລະ ສະພາບລວມ ກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິວັດວຽກງານ ຂອງອົງການໄຈກາ ຢູ່ພາຍໃນ ສປປ ລາວ ໃນໄລຍະຜ່ານມາ ຈົນເຖິງປັດຈຸບັນ ເຊິ່ງຈຸດປະສົງໃນການມາເຄື່ອນໄຫວໃນຄັ້ງນີ້ ແມ່ນເພື່ອຢ້ຽມຢາມໂຄງການຂອງ COOP Okinawa ແລະ ສະຖານທີ່ ທີ່ຈະເຮັດໂຄງການໄຟຟ້າ ພະລັງງານແຮງລົມ ທີ່ອົງການໄຈກາ ໃຫ້ກູ້ຢືມກ່ຽວກັບການດຳເນີນໂຄງ.

ໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ທ່ານ ນາກາເຊະ ໂທຊິໂອະ ຫົວຫນ້າຫ້ອງການ ຜູ້ຕາງຫນ້າ ອົງ ການໄຈກາ ປະຈຳລາວ ຍັງໄດ້ສະເຫນີ ຕໍ່ທ່ານ ເຈົ້າແຂວງອັດຕະປື ໃຫ້ຄັດຈ້ອນ ບັນດາໂຄງການທີ່ເປັນບູລິມະສິດ ນຳສະເຫນີຕໍ່ອົງການໄຈກາ ເພື່ອຄົ້ນຄວ້າ, ພິຈາລະນາ ແລະ ຊອກຫາແນວທາງໃນການຊ່ວຍເຫຼືອ ໃນຫລາຍໆຂົງເຂດ ໃນອະນາຄົດ.

ຈາກນັ້ນ ທ່ານ ເຈົ້າແຂວງອັດຕະປື ໃນນາມຕາງຫນ້າການນຳແຂວງ ໄດ້ສະແດງຄວາມດີໃຈ ແລະ ຂອບໃຈເປັນຢ່າງຍິ່ງທີ່ ທ່ານ ຜູ້ຕາງໜ້າອົງການໄຈກາ ປະຈຳລາວ ໄດ້ເສຍສະຫຼະເວລາອັນມີຄ່າ ມາຢ້ຽມຢາມໃນຄັ້ງນີ້ ແລະ ຂອບໃຈເປັນຢ່າງສູງ ທີ່ຈະໃຫ້ການຊ່ວຍເຫຼືອແຂວງອັດຕະປື ແລະ ທ່ານກໍ່ຍັງໄດ້ສະເຫນີຕໍ່ອົງການໄຈກາ ໃຫ້ການຊ່ວຍເຫຼືອບາງດ້ານທີ່ຈຳເປັນ ໂດຍສະເພາະແມ່ນດ້ານ ການສົ່ງເສີມທາງດ້ານພະລິດກະສິກຳ, ການຜະລິດສີນຄ້າເພື່ອຮັບໃຊ້ພາຍໃນແຂວງ ແລະ ສົ່ງອອກ, ທົດແທນການນຳເຂົ້າ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ອົງການໄຈກາ ສຶກສາຄວາມເປັນໄປໄດ້ ແລະ ທ່າແຮງຕ່າງໆ ເພື່ອດຶງດູດ ແລະ ຊຸກຍູ້ໃຫ້ນັກທຸລະກິດເຂົ້າມາລົງທືນ ໂດຍສະເພາະທາງການວຽກງານກະສິກຳ, ສ້າງຕັ້ງໂຮງງານຜະລິດກະສິກຳເປັນສີນຄ້າ ພ້ອມນັ້ນກໍ່ໃຫ້ຊ່ວຍເຫຼືອພໍ່ແມ່ປະຊາຊົນ ໂດຍການໃຫ້ຄວາມຮູ້, ການຝຶກອົບຮົມ ຊ່ວຍເຫຼືອທາງດ້ານທືນຮອນ ແລະ ຊ່ວຍທາງດ້ານຊ່ຽວຊານ ( ດ້ານວິຊາການ ) ໃຫ້ບັນດາຂະແຫນງການຕ່າງໆທີ່ກ່ຽວຂ້ອງ ເພື່ອນຳມາເປັນບົດຮຽນ ແລະ ນຳພາພໍ່ແມ່ປະຊາຊົນໃນການຈັດຕັ້ງປະຕິບັດໃຫ້ເກິດດອກອອກຜົນ ໂດຍແນໃສ່ເພື່ອການແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນຊາວແຂວງອັດຕະປື.

ຕໍ່ກັບການສະເຫນີ ຂອງທ່ານ ເຈົ້າແຂວງອັດຕະປືນັ້ນ ທ່ານ ຜູ້ຕາງຫນ້າ ອົງການໄຈກາປະຈໍາລາວ ຈະນຳເອົາໄປພິຈາລະນາ ແລະ ນຳສະເຫນີຕໍ່ສະຖານທູດຍີ່ປຸ່ນ ປະຈຳລາວ ລວມທັງ ຊ່ຽວຊານ ແລະ ວິຊາການ ພາຍໃນອົງການຂອງຕົນຮັບຮູ້ ເພື່ອພ້ອມກັນຈັດຕັ້ງປະຕິບັດ ໃຫ້ມີຜົນສຳເລັດ.

ຂ່າວ-ພາບ: ວິໄລສັກ ແກ້ວຫຼວງໂຄດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments