Saturday, July 27, 2024
Homeທຸລະກິດກະສິກອນເມືອງຊົນນະບູລີ ເກັບກ່ຽວເຂົ້ານາປີ ສຳເລັດ 75%

ກະສິກອນເມືອງຊົນນະບູລີ ເກັບກ່ຽວເຂົ້ານາປີ ສຳເລັດ 75%

ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ປັດຈຸບັນ, ການເກັບກ່ຽວເຂົ້ານາປີຂອງກະສິກອນ ເມືອງຊົນນະບູລີ ສຳເລັດແລ້ວ 11.237,12 ເຮັກຕາ, ເທົ່າກັບ 75% ແລະ ຄາດວ່າຈະໃຫ້ສໍາເລັດໃນທ້າຍເດືອນພະຈິກ 2023 ນີ້ ເນື່ອງຈາກວ່າກະສິກອນສ່ວນຫລາຍ ໄດ້ຫັນມານໍາໃຊ້ກົນຈັກທີ່ທັນສະໄໝ ເຂົ້າໃນການຜະລິດ ແລະ ເກັບກ່ຽວ ເຮັດໃຫ້ການເກັບກ່ຽວເຂົ້ານາປີມີຄວາມວ່ອງໄວ, ປະຢັດຕົ້ນທຶນ ແລະ ປະຢັດແຮງງານ.

ທ່ານ ຄໍາສຸກ ອິນທະວົງ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຊົນນະບູລີ ໄດ້ໃຫ້ສຳພາດ ໃນວັນທີ 6 ພະຈິກ 2023 ຜ່ານມານີ້ວ່າ: ການຜະລິດເຂົ້ານາປີ ທົ່ວເມືອງຊົນນະບູລີ ແຂວງສະຫວັນນະເຂດ ໃນປີນີ້ ມີເນື້ອທີ່ແຜນການຜະລິດເຂົ້ານາປີ ທັງໝົດ 16.110 ເຮັກຕາ, ປະຕິບັດໄດ້ໃນເນື້ອທີ່ 15.981,12 ເຮັກຕາ ເທົ່າກັບ 99,2% ຂອງແຜນການຜະລິດທັງໝົດ, ຄາດຄະເນສະມັດຕະພາບ 3,5 ໂຕນ/ເຮັກຕາ. ສ່ວນເນື້ອທີ່ນາຖືກນ້ຳຖ້ວມມີ 2,854 ເຮັກຕາ, ເສຍຫາຍ 998 ເຮັກຕາ, ເນື້ອທີ່ຍັງເຫລືອ 14,983,12 ເຮັກຕາ ທີ່ສາມາດເກັບກ່ຽວໄດ້ຕົວຈິງ.

ສໍາລັບດ້ານການເກັບກ່ຽວພຶດສະບຽງອາຫານ ມີເນື້ອທີ່ແຜນການ 700 ເຮັກຕາ, ປະຕິບັດການປູກໄດ້ 100% ເປັນຕົ້ນ ການປູກຜັກໃນເຮືອນຮົ່ມ, ການປູກເຜືອກ-ມັນ, ສາລີຫວານ, ໝາກໂມ, ໝາກແຕງ, ໝາກເຜັດ, ໝາກເຂືອ ແລະ ພຶດຜັກຕ່າງ ເພື່ອເອົາໄວ້ບໍລິໂພກພາຍໃນຄອບຄົວ ແລະ ຂາຍອອກເປັນສິນຄ້າ ແກ້ໄຂຊິວິດແກ້ການເປັນຢູ່ໃຫ້ດີຂຶ້ນເລື້ອຍໆ. ມາຮອດປັດຈຸບັນແມ່ນຢູ່ໃນໄລຍະການເກັບກູ້ຜົນຜະລິດ ແລະ ປະຕິບັດໄດ້ແລ້ວ 99,94%.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments