Saturday, July 27, 2024
Homeຂ່າວພາຍໃນນຳສະເໜີໂຄງການສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ ຫລຸດຜ່ອນຄວາມສ່ຽງໄພພິບັດ

ນຳສະເໜີໂຄງການສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ ຫລຸດຜ່ອນຄວາມສ່ຽງໄພພິບັດ

ຂປລກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບ ອົງການອາຫານໂລກ ປະຈຳລາວ ໂດຍໄດ້ຮັບການສະໜັບສະໜູນຈາກອົງການເພື່ອການພັດທະນາສາກົນ ຂອງສະຫະລັດອາເມລິກາ ນຳສະເໜີໂຄງການ ສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ ໃນການຫລຸດຜ່ອນຄວາມສ່ຽງໄພພິບັດ ແລະ ການຄໍ້າປະກັນດ້ານສະບຽງອາຫານ ຢູ່ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ ໃນວັນທີ 7 ພະຈິກ 2023 ທີ່ນະຄອນຫລວງວຽງຈັນ.

ທ່ານ ລີປາວ ຢາງ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວວ່າ: ໃນຊຸມປີຜ່ານມາ, 4 ເມືອງຂອງແຂວງອຸດົມໄຊ ແລະ ແຂວງຜົ້ງສາລີ ໄດ້ປະສົບກັບໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງຕາມລະດູການ, ເຊິ່ງໄດ້ສ້າງຄວາມເດືອດຮ້ອນ ແລະ ກົດດັນໃຫ້ແກ່ຊຸມຊົນ ໃນຂະນະທີ່ພວກເຂົາ ກໍຖືກຄຸກຄາມຈາກຄວາມບໍ່ໝັ້ນຄົງດ້ານສະບຽງອາຫານຢູ່ແລ້ວ ໂດຍຜ່ານໂຄງການນີ້, ພະແນກແຮງງານ ແລະ ສະຫວັດດີການສັງຄົມ ຈະໄດ້ຮັບການເສີມສ້າງລະບົບຕ່ອງໂສ້ໃສ່ການສະໜອງ ແລະ ການຄຸ້ມຄອງ ການຂົນສົ່ງ ເຊັ່ນດຽວກັນກັບການດໍາເນີນການປະເມີນຜົນໄພພິບັດສຸກເສີນ.

ໃນໄລຍະຜ່ານມາ, ການສະໜັບສະໜູນດ້ານທຶນ ຈາກລັດຖະບານສະຫະລັດອາເມລິກາ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບອົງການອາຫານໂລກ ປະຈຳ ສປປ ລາວ ແລະ ອົງການປົກຄອງ ແຂວງຜົ້ງສາລີ ໄດ້ຈັດຕັ້ງປະຕິບັດໂຄງການ ກ່ຽວກັບການສ້າງຄວາມເຂັ້ມແຂງ ໃຫ້ຊຸມຊົນໃນການຫລຸດຜ່ອນຄວາມສ່ຽງໄພພິບັດ ແລະ ການຄໍ້າປະກັນການສະບຽງອາຫານດັ່ງກ່າວ ເຊິ່ງເຫັນວ່າໂຄງການດັ່ງກ່າວ ມີປະສິດທິຜົນດີ ຕໍ່ກັບປະຊາຊົນ ແລະ ພະນັກງານຂັ້ນທ້ອງຖິ່ນຈຳນວນໜຶ່ງ ເປັນຕົ້ນ ການສ້າງຕັ້ງທະນາຄານເຂົ້າຂອງຊຸມຊົນ, ສ້າງເສັ້ນທາງເຂົ້າບ້ານ, ກໍ່ສ້າງນໍ້າລິນ, ບຸກເບີກໜອງປາ, ສະໜອງແນວພັນປາ, ປູກໜໍ່ໄມ້ ແລະ ເງິນ-ເພື່ອງານ ເຊິ່ງມີ 55 ບ້ານ, 1.200 ຄອບຄົວ, ຈຳນວນ 6.422 ຄົນ, ຍິງ 3.005 ຄົນ ໄດ້ຮັບຜົນປະໂຫຍດ ແລະ ການຊ່ວຍເຫລືອໃນຄັ້ງນີ້ ກໍມີມູນຄ່າສູງພໍສົມຄວນ ໂດຍຈະສຸມໃສ່ໃຫ້ການຊ່ວຍເຫລືອປະຊາຊົນຜູ້ດ້ອຍໂອກາດ ຢູ່ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ ໃຫ້ມີຄວາມສາມາດໃນການຫລຸດຜ່ອນຄວາມສ່ຽງໄພພິບັດ ແລະ ມີຊີວິດການເປັນຢູ່ທີ່ດີ ເຊິ່ງຄາດວ່າ ຈະມີ 40 ບ້ານ, 3.151 ຄອບ ຄົວ, 17.90 ຄົນ, ຍິງ 8.765 ຄົນ ໄດ້ຮັບຜົນປະໂຫຍດ.

ທ່ານ ໄມເຄີນ ໂຣນນິງ ຜູ້ຕາງໜ້າອົງການ ເພື່ອການພັດທະນາສາກົນ ຂອງສະຫະລັດອາເມລິກາປະຈຳລາວ ໄດ້ເນັ້ນເຖິງການຂະຫຍາຍການຮ່ວມມື ລະຫວ່າງສະຫະລັດ ອາເມລິກາ ແລະ ສປປ ລາວ ໃນການປົກປ້ອງຊີວິດ ແລະ ການແກ້ໄຂວິກິດການດິນຟ້າອາກາດ, ເຊິ່ງອົງການຈະສືບຕໍ່ຄວາມພະຍາຍາມຮ່ວມກັບກະຊວງ ແລະ ຍິນດີປະກາດວ່າ ໂຄງການນີ້ຈະຂະຫຍາຍການສະໜັບສະໜູນ ໃຫ້ແກ່ຊຸມຊົນຈາກ 15 ເປັນ 40 ບ້ານ ໃນສອງແຂວງ ເພື່ອຊ່ວຍປ້ອງກັນຄວາມສູນເສຍຊີວິດ, ເພີ່ມທະວີຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ຫລຸດຜ່ອນຜົນກະທົບຈາກການ ປ່ຽນແປງຂອງດິນຟ້າອາກາດ.

ທ່ານ ມາກ-ອານເດຣ ໂປຣສ ຜູ້ຕາງໜ້າອົງການອາຫານໂລກ ປະຈຳ ສປປ ລາວ ແລະ ຜູ້ອຳນວຍການ ຂອງອົງການອາຫານໂລກປະຈຳ ສປປ ລາວ ກ່າວວ່າ: ໄພພິບັດທີ່ຕິດພັນກັບດິນຟ້າອາກາດ ແລະ ຜົນກະທົບອື່ນໆ ແມ່ນໄພຂົ່ມຂູ່ຕົ້ນຕໍ ຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານ. ດັ່ງນັ້ນ, ພວກເຮົາຈຶ່ງໃຫ້ຄວາມສຳຄັນໃນການຮ່ວມກັນເຮັດໃຫ້ຊຸມຊົນມີຄວາມທົນທານ ແລະ ປັບຕົວຕໍ່ການຄຸກຄາມ; ການກຽມຄວາມພ້ອມຮັບມືກັບໄພພິບັດ ແລະ ຄວາມສາມາດ ໃນການປັບຕົວຂອງຊຸມຊົນ ແມ່ນກຸນແຈສຳຄັນ ໃນການຮັກສາຄວາມຄືບໜ້າ ໃນການຕໍ່ຕ້ານຄວາມບໍ່ໝັ້ນຄົງດ້ານສະບຽງອາຫານ, ອົງການອາຫານໂລກ ມີຄວາມຍິນດີທີ່ຈະສືບຕໍ່ການຮ່ວມມືເພື່ອບັນລຸເປົ້າໝາຍເຫລົ່ານີ້.

ຂ່າວ: ມະນີທອນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments