Saturday, July 27, 2024
Homeຂ່າວຕ່າງປະເທດຕວັກກີ ຕັ້ງເປົ້າໝາຍຂະຫຍາຍຕະຫລາດ ຍານພາຫະນະໄຟຟ້າ

ຕວັກກີ ຕັ້ງເປົ້າໝາຍຂະຫຍາຍຕະຫລາດ ຍານພາຫະນະໄຟຟ້າ

ສຳນັກຂ່າວຊິນຮວາ ຂອງ ສປຈີນ ວັນທີ 6 ເດືອນພະຈິກ ທ່ານ ເຣເຈບ ໄຕຍິບ ແອຣໂດອັນ ປະທານາທິບໍດີຕວັກກີ ເປີດເຜີຍວ່າ: ຕັວກກີພວມດຳເນີນການສ້າງຕະຫລາດຍານພາຫະນະໄຟຟ້າ (EV) ທີ່ຈະເລີນເຕີບໂຕຢ່າງວ່ອງໄວ ຫລັງຈາກເປີດຕົວ “ທ໊ອກ” ( TOGG) ຍານພາຫະນະໄຟຟ້າ ຊຶ່ງຜະລິດຢູ່ໃນປະເທດ ເປັນລຸ້ນທຳອິດເມື່ອປີຜ່ານມາ.

ທ່ານ ເຣເຈບ ໄຕຍິບ ແອຣໂດອັນ ກ່າວໃນເວລາ ເຂົ້າຮ່ວມພິທີ ເປີດໂຮງງານລົດໄຟຟ້າ ໃນເມືອງ ໂຄຄາເອລີ ຂອງ ຕວັກກີ ເມື່ອວັນທີ 4 ພະຈິກ ໂດຍຊີ້ແຈງວ່າ:​ ການແຂ່ງຂັນ ລະຫວ່າງ ບໍລິສັດ ຍານພາຫະນະ ໄຟຟ້າ ທີ່ມີຢູ່ ແລະ ຜູ້ຜະລິດໃໝ່ ແລະ ເປີດເຜີຍ ເປົ້າໝາຍ ສົ່ງຜົນໃຫ້ ຕວັກກີ ເປັນໜຶ່ງ ໃນຜູ້ຜະລິດ ຍານພາຫະນະ ໄຟຟ້າ ແລະ ແບັດເຕີຣີ ຊັ້ນນໍາ ຂອງ ໂລກ. ນອກນັ້ນ, ທ່ານ ເຣເຈບ ໄຕຍິບ ແອຣໂດອັນ ຍັງກ່າວວ່າ ລັດຖະບານ ຕວັກກີ ໄດ້ໃຫ້ ຄວາມສຳຄັນ ເປັນພິເສດ ກັບ ການລົງທຶນ ເພື່ອຈະຊ່ວຍໃຫ້ ຕວັກກີ ມີອິດທິພົນ ໃນຕະຫລາດ ຍານພາຫະນະ ໄຟຟ້າ. ໃນຂະນະທີ່ ກະແສ ຄວາມສົນໃຈ ຍານພາຫະນະ ໄຟຟ້າ ໄດ້ເພີ່ມຂຶ້ນ ໃນຕວັກກີ ແລະ ທົ່ວໂລກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments