Saturday, July 27, 2024
HomeUncategorizedບໍ່ນ້ຳມັນເລິກພິເສດໃຫຍ່ສຸດ ໃນ ສປ ຈີນ ເປີດສະຖານີປຸງແຕງນ້ຳມັນ-ອາຍແກັສ

ບໍ່ນ້ຳມັນເລິກພິເສດໃຫຍ່ສຸດ ໃນ ສປ ຈີນ ເປີດສະຖານີປຸງແຕງນ້ຳມັນ-ອາຍແກັສ

ຕາມຂ່າວຈາກຊິນຮວາ ຂອງ ສປ ຈີນ ວັນທີ7 ພະຈິກນີ້ ບໍ່ນ້ຳມັນທັນທາຣິມ ຂຶ້ນກັບປີໂຕຣໄຊນາ (PetroChina) ຜູ້ຜະລິດ ນ້ຳມັນ ແລະ ອາຍແກັສແຖວໜ້າ ຂອງ ສປ ຈີນ ລາຍງານວ່າ: ສະຖານີປຸງແຕ່ງນ້ຳມັນ ແລະ ອາຍແກັສ ຂະໜາດໃຫຍ່ໃນບໍ່ນ້ຳມັນຟູ່ໜານ ຊຶ່ງຕັ້ງຢູ່ທີ່ແອ່ງທາຣິມ ເລີ່ມກຳລັງການຜະລິດແລ້ວ ຊຶ່ງມີນ້ຳມັນ ແລະ ອາຍແກັສຫລາຍກວ່າ 1 ຕື້ໂຕນ ຊຶ່ງຢູ່ເລິກລົງໄປ ໃຕ້ດິນ ປະມານ 7.500-10.000 ແມັດ ແລະ ຄາດວ່າຈະສາມາດຜະລິດນ້ຳມັນ ແລະ ອາຍແກັສ 5 ລ້ານໂຕນ ຕໍ່ປີ ພາຍໃນ ປີ2025. ຂະນະນີ້ການກໍ່ສ້າງອຸປະກອນບຳບັດນ້ຳມັນ ແລະ ອາຍແກັສໃໝ່ທີ່ມີກຳລັງການຜະລິດນ້ຳມັນດິບ 2ລ້ານໂຕນ ແລະ ອາຍແກັສ 2 ລ້ານ ແມັດກ້ອນ ຕໍ່ປີ ລວມທັງ ການຕິດຕັ້ງ ທໍ່ສົ່ງນ້ຳມັນ ແລະ ອາຍແກັສຍາວກວ່າ 220 ກິໂລແມັດ ແລະ ອຸປະກອນການຜະລິດທີ່ກ່ຽວຂ້ອງເພື່ອເພີ່ມປະສິດທິພາບການຂຸດເຈາະຂອງບໍ່ນ້ຳມັນຟູ່ໝ່ານ. ປັດຈຸບັນ ການຜະລິດ ນ້ຳມັນ ແລະ ອາຍແກັສ ຂອງບໍ່ນ້ຳມັນຟູ່ໝ່ານ ເພີ່ມຂຶ້ນຢ່າງວ່ອງໄວ ດ້ວຍອັດຕາ ການເຕີບໂຕລາຍປີ ສະເລ່ຍ ຫລາຍກວ່າ 700.000 ໂຕນ ເປັນໄລຍະເວລາ ຕິດຕໍ່ກັນ 3 ປີ ໂດຍການຜະລິດ ນ້ຳມັນ ແລະ ອາຍແກັສ ຫລາຍກວ່າ 3,3 ລ້ານໂຕນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments