Saturday, July 27, 2024
Homeຂ່າວໜ້າໜຶ່ງສະພາແຫ່ງຊາດ ປະເມີນຜົນການປະຕິບັດກົດໝາຍວ່າດ້ວຍ ກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ

ສະພາແຫ່ງຊາດ ປະເມີນຜົນການປະຕິບັດກົດໝາຍວ່າດ້ວຍ ກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ

ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 6 ພະຈິກ 2023, ພາຍໃຕ້ການເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງ ຊາດ. ທ່ານ ພົນຕີ ຄຳກິ່ງ ຜຸຍຫລ້າມະນີວົງ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານການປະເມີນຜົນການຈັດຕັ້ປະຕິບັດ ກົດໝາຍ ວ່າດ້ວຍກຳລັງປ້ອງກັນ ຄວາມສະຫງົບປະຊາຊົນ. ຈາກນັ້ນ, ບັນດາສະມາຊິກສະພາແຫ່ງ ຊາດ ໃນຖະນາທີ່ເປັນຕົວ ແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວ ບັນດາເຜົ່າ ໄດ້ຜັດປ່ຽນກັນສຸມໃສ່ ປະ ກອບຄຳຄິດຄຳເຫັນໃສ່ກົດໝາຍດັ່ງກ່າວ ເຊິ່ງໂດຍລວມແມ່ນຊົມເຊີຍຕໍ່ຜົນສຳເລັດ ໃນການປະຕິບັດກົດໝາຍສະບັບນີ້ , ແຕ່ກໍຍັງເຫັນວ່າການປະຕິບັດ ບາງມາດຕາ ຍັງບໍ່ທັນມີປະສິດທິຜົນ ພ້ອມທັງສະເໜີ ໃຫ້ມີການປັບປຸງໃຫ້ຖືກຕ້ອງສອດຄ່ອງກັບສະພາບໜ້າທີ່ການເມືອງໄລຍະໃໝ່.

ທ່ານ ພົນຕີ ຄຳກິ່ງ ຜຸຍຫລ້າມະນີວົງ ໄດ້ກ່າວວ່າ: ການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໃນໄລຍະຜ່ານມາເຫັນວ່າ ເປັນບ່ອນອີງໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວ ໃນການຮັບປະກັນການປົກປັກຮັກສາ ຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງດ້ານເສດຖະກິດ; ໄດ້ຮັບການເຄົາລົບຈັດຕັ້ງປະຕິບັດຄຸ້ມຄອງ, ຕິດຕາມ ກວດກາ ຕາມກົດໝາຍຢ່າງເປັນລະບົບ, ຄ່ອງຕົວ, ມີປະສິດທິພາບ, ປະສິດທິຜົນໃນຂອບເຂດທົ່ວກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ສອດຄ່ອງຕາມແນວທາງນະໂຍບາຍຂອງພັກ, ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ສອດຄ່ອງກັບພັນທະສາກົນ; ເຖິງຢ່າງໃດກໍຕາມ ຜ່ານການຈັດຕັ້ງປະຕິບັດຕົວຈິງ ຍັງພົບຄວາມຫຍຸ້ງຍາກ ເປັນຕົ້ນ ການໂຄສະນາ, ເຜີຍແຜ່ກົດໝາຍ ແລະ ການຍົກສູງສະຕິເຄົາລົບ ແລະ ປະຕິບັດກົດໝາຍ, ການຍົກລະດັບຄວາມຮັບຮູ້ທາງດ້ານກົດໝາຍ ໃຫ້ນາຍ ແລະ ພົນຕຳຫລວດ ຍັງມີລັກສະນະຈຳກັດ ຍັງບໍ່ທັນກວ້າງຂວາງ ແລະ ທົ່ວເຖິງ ສະແດງອອກຄື ຍັງບໍ່ທັນໄດ້ລົງໂຄສະນາໂດຍກົງ ຢູ່ຂັ້ນກອງບັນຊາການ ປກສ ເມືອງ, ນະ ຄອນ ແລະ ອີງໃສ່ການປະເມີນຜົນ ແລະ ປະສານສົມທົບຢູ່ທ້ອງຖິ່ນຈຳນວນໜຶ່ງ ຄວາມຮັບຮູ້ຕໍ່ກົດໝາຍ ກໍຄື ພາລະບົດບາດ, ສິດ ແລະ ໜ້າທີ່ຂອງກຳລັງປ້ອງກັນຄວາມສະຫງົບ ຍັງຈຳກັດ; ນາຍ ແລະ ພົນຕໍາຫລວດ ຈຳນວນໜຶ່ງ ຍັງບໍ່ທັນກຳແໜ້ນເນື້ອໃນຂອງກົດໝາຍ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ ເກີດມີປະກົດການຫຍໍ້ທໍ້ໃນກໍາລັງ ແລະ ເປັນຫາງສຽງຂອງສັງຄົມ; ງົບປະມານ ແລະ ອຸປະກອນໃນການໂຄສະ ນາ, ເຜີຍແຜ່ ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໃຫ້ບັນດາກົມກອງອ້ອມຂ້າງກະຊວງ, ບັນດາກອງບັນຊາການປ້ອງກັນຄວາມສະຫງົບແຂວງ ແລະ ຂະແໜງການທີ່ກ່ຽວຂ້ອງ ໃນຂອບເຂດທົ່ວປະເທດ ລວມທັງການສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບພາລະບົດບາດ,ສິດ ແລະ ໜ້າທີ່ຂອງກຳລັງປ້ອງກັນຄວາມສະຫງົບ ໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ເພື່ອໃຫ້ການຮ່ວມມື ຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ.

ໃນໂອກາດນີ້, ທ່ານ ພົນຕີ ຄຳກິ່ງ ຜຸຍຫລ້າມະນີວົງ ໃຫ້ຮູ້ອີກວ່າ: ໃນຕໍ່ໜ້າຈະສືບຕໍ່ໂຄສະນາ ກົດໝາຍສະບັບດັ່ງກ່າວ, ດ້ວຍຫລາຍຮູບແບບ ແລະ ວິທີການ ເພື່ອໃຫ້ອົງການຈັດຕັ້ງພັກ-ລັດ ແລະ ປະຊາ ຊົນບັນດາເຜົ່າ ໄດ້ຮັບຮູ້ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຢ່າງທົ່ວເຖິງ; ສືບຕໍ່ທົບທວນ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ກົດໝາຍສະບັບດັ່ງກ່າວ, ເປັນແຕ່ລະໄລຍະ ເພື່ອແກ້ໄຂບັນຫາໃຫ້ທັນກັບສະພາບການ ແລະ ແທດເໝາະກັບສະພາບຕົວຈິງ; ເພີ່ມທະວີຄວາມເຂັ້ມງວດ ໃນການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການຕ່າງໆ ຮັບປະກັນປະສິດທິຜົນໃນການປະຕິບັດພາລະບົດ ບາດ, ສິດ ແລະ ໜ້າທີ່ ຂອງກຳລັງປ້ອງ ກັນຄວາມສະຫງົບ.

ຂ່າວ: ກິດຕາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments