Saturday, July 27, 2024
Homeຂ່າວພາຍໃນຫາລືກະກຽມງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2023

ຫາລືກະກຽມງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2023

ກອງປະຊຸມປຶກສາຫາລືກ່ຽວກັບການກະກຽມ ແລະ ດຳເນີນການຈັດງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າປະຈຳປີ 2023 ຈັດຂຶ້ນວັນທີ 3 ພະຈິກ ຜ່ານມາ ທີ່ຫ້ອງວ່າ ການນະຄອນຫຼວງ ວຽງຈັນ (ນວ) ໂດຍເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີບັນດາຫົວໜ້າຮອງຫົວໜ້າກອງບັນຊາການ ຫົວໜ້າຮອງຫົວໜ້າພະແນກການ ຮອງເຈົ້າເມືອງກໍຄືບັນດາອະນຸກຳມະການຕ່າງໆເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການລາຍງານການກະກຽມແຜນວຽກຕ່າງໆຈາກກອງເລຂາອະນຸກຳມະການຕ່າງໆເປັນຕົ້ນແຜນລະບຽບງານບຸນ ແລະ ແຜນຜັງການຈັດງານບຸນຈາກກອງເລຂາພະແນກອຸດສາຫະກຳ ແລະ ການຄ້າ ນວ ແຜນການປ້ອງກັນ ການກະກຽມປະດັບປະດາຄວາມເປັນລະບຽບຮຽບຮ້ອຍ ວຽກງານຈະລາຈອນ ການບໍລິການລົດເມສາທາລະນະ ການກະກຽມເປີດປີທ່ອງທ່ຽວລາວ 2024 ງົບປະມານຮັບໃຊ້ງານ ແລະ ອື່ນໆ ໂດຍລວມແລ້ວມາຮອດປັດຈຸບັນແຕ່ລະອະນຸກຳມະການ ແລະ ຄະນະຮັບຜິດ ຊອບຈັດງານບຸນໄດ້ມີການກະກຽມຄວາມພ້ອມທຸກດ້ານເພື່ອເຮັດໃຫ້ການຈັດງານບຸນມີຄວາມຮັບປະກັນ ຄວາມປອດໄພ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຜົນສຳເລັດຕາມຜນການທີ່ວາງໄວ້ ໂດຍປະ ທານກອງປະຊຸມໄດ້ເນັ້ນໃຫ້ແຕ່ລະພາກສ່ວນຈົ່ງເອົາໃຈໃສ່ຈັດຕັ້ງປະຕິບັດວຽກຂອງຕົນທີ່ຮັບຜິດໃຫ້ມີຜົນ ສຳເລັດ.

ງານປະເພນີບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າປະຈຳປີ 2023 ຈະໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 23-27 ພະຈິກ 2023 ຢູ່ຂອບເຂດເດີ່ນພະທາດຫຼວງ ແລະ ສູນການຄ້າລາວ-ໄອເຕັກ ຊຶ່ງບັນດາກິດຈະກຳປະກອບມີວັນທີ 23 ພະຈິກ 2023 ເວລາ 16:30 ໂມງ ເປັນມື້ເປີດງານປີທ່ອງທ່ຽວລາວ 2024 ແລະ ງານວາງສະແດງຂາຍສິນຄ້າ ວັນທີ 24 ພະຈິກ 2023 ເວລາ 16:30 ໂມງ ສືບຕໍ່ຄົບງັນຕາມປະເພນີ ວັນທີ 25 ພະຈິກ 2023 ເວລາ 16:30 ໂມງ ສູດປະລິ ຕະມຸງຄຸນທີ່ດ້ານໃນກົມມະລຽນພະທາດຫຼວງ ວັນທີ 26 ພະຈິກ 2023 ເວລາ 13:30 ໂມງ ພີທີແຫ່ຜາ ສາດເຜີ້ງ ວັນທີ 27 ພະຈິກ 2023 ເວລາ 7:00 ໂມງ ພິທີໃສ່ບາດຖວາຍສັງຄະທານ ເວລາ 13:00 ໂມງ ພິທີແຂ່ງຂັນກິລາພື້ນບ້ານຕີຄີ ເວລາ 19:30 ໂມງ ພິທີວຽນທຽນ ແລະ ຈູດບັ້ງໄຟສັກກາ ລະບູຊາພະທາດຫຼວງ ແລະ ຄົບງັນຕາມປະເພນີ ໂດຍເປີດໃຫ້ມ່ວນຊົນເຂົ້າທ່ຽວຊົມງານເລີ່ມແຕ່ເວລາ 9-23:00 ໂມງ.

ງານບຸນຄັ້ງນີ້ໄດ້ກຳນົດເອົາຂອບເຂດກົມມະລຽນດ້ານໃນເປັນບ່ອນສັກກາລະບູຊາໄຫວ້ພະທາດຫຼວງ ເປັນບ່ອນເຮັດພິທີທາງສາສະໜາ ແລະ ຮີດຄອງປະເພນີ ກຳນົດເຂດກົມມະລຽນດ້ານນອກບໍ່ມີການຂາຍສິນຄ້າທຸກປະເພດ ຍົກເວັ້ນດອກໄມ້ ທູບທຽນບູຊາ ແລະ ກິດຈະກຳທີ່ຄະນະກຳມະການອະນຸຍາດ ສະເພາະເຂດສະໜາມຫຼວງແບ່ງອອກເປັນ 4 ເຂດຄື: ເຂດ A: ດ້ານເໜືອນັບແຕ່ແຈຕິດຖະໜົນໄກສອນ ພົມວະຫານຫາທາງເຂົ້າສະພາແຫ່ງຊາດດ້ານເໜືອແມ່ນເປັນບ່ອນວາງສະແດງ-ຈຳໜ່າຍສິນຄ້າປະເພດ ບໍລິສັດຂາອອກ-ຂາເຂົ້າ ສິນຄ້າໃຊ້ສອຍທົ່ວໄປ ທັງເປັນບ່ອນຈອດລົດຂອງຄະນະກຳມະການ ແລະ ເຄື່ອງ ຫຼີ້ນທົ່ວໄປ (ມີລົດຊິງ ເຄື່ອງສະໄລເດີ) ເຂດ B: ຕໍ່ໜ້າສະພາແຫ່ງຊາດຫຼັງໃໝ່ມີລານສາຍຮູບເງົາ ເວທີສະ ແດງກິດຈະກຳຂອງໄວໜຸ່ມ ວາງລໍ້ເຄື່ອງດື່ມ ອາຫານເບົາແບບຍຸກໃໝ່ສຳລັບໄວໜຸ່ມ (ບໍ່ມີເຄື່ອງດື່ມທີ່ ມີທາດເຫຼົ້າ ເຂດ C: ນັບແຕ່ແຈສະພາແຫ່ງຊາດດ້ານໃຕ້ຫາປະຕູທາງເຂົ້າສວນອານຸສາວະລີເຈົ້າໄຊເສດຖາ ພື້ນທີ່ຟຸດບາດທາງແມ່ນວາງສະແດງສິນຄ້າຜະລິດຕະພັນພາຍໃນ ແລະ ສິນຄ້າຄອບຄົວຕົວແບບຂອງ ນວ ສຳລັບພື້ນທີ່ທາງກາງເດີ່ນສະໜາມຫຼວງແມ່ນຕົບແຕ່ງເປັນເຂດວາງສະແດງການທ່ອງທ່ຽວ ວາງສະແດງ ສິນຄ້າ ແລະ ຜະລິດຕະພັນບັນດານະຄອນທັງພາຍໃນ ແລະ ຕ່າງປະເທດທີ່ຖືກເຊີນ (ເພື່ອຈັດເປັນເຂດ ໃຫ້ແຂກເຂົ້າທ່ຽວຊົມທາງການ) ແລະ ເຂດ D: ນັບແຕ່ທາງເຂົ້າປະຕູສວນອານຸສາວະລີເຈົ້າໄຊເສດຖາ ຫາກຳແພງຮົ້ວສະຖານີໄຟຟ້າເຂດທາດຫຼວງແມ່ນເປັນບ່ອນຕັ້ງຜາມກຳມະການ ແລະ ການວາງສະ ແດງຂາຍເບັ້ຍໄມ້ກະສິກຳເນັ້ນເປັນສວນຕົ້ນໄມ້ປະດຫບ ແຄມຮົ້ວຟາກກົງກັນຂ້າມແມ່ນວາງສະແດງຈຳ ໜ່າຍສິນຄ້າປະເພດອຸດສາຫະກຳປຸງແຕ່ງພາຍໃນ ໂດຍກຳນົດເຕັ້ມຈອມຈົບງາມ ແລະ ກາງເດີ່ນເປັນ ບ່ອນຕັ້ງເວທີສິລະປະມວນຊົນ (ເວທີກາງ) ແລະ ບ່ອນຕີຄີໃນງານບຸນ.

ສ່ວນງານວາງສະແດງຂາຍສິນຄ້າຢູ່ສູນການຄ້າລາວ-ໄອເຕັກໄດ້ກຳນົດຂາຍສິນຄ້າປະເພດຫັດ ຖະ ກຳ ສິນຄ້າອຸດສາຫະກຳ ແລະ ເຄື່ອງໃຊ້ສອຍທົ່ວໄປທັງພາຍໃນ ແລະ ຕ່າງປະເທດກຳນົດ 5 ວັນ ເຊັ່ນດຽວກັນ.

ຂ່າວ: ສົມສະຫວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments