Saturday, July 27, 2024
Homeຂ່າວໜ້າໜຶ່ງປະທານາທິບໍດີ ແຫ່ງ ມົງໂກລີ ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົບນິລະນາມ

ປະທານາທິບໍດີ ແຫ່ງ ມົງໂກລີ ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົບນິລະນາມ

ໃນຕອນເຊົ້າຂອງວັນທີ 6 ພະຈິກ 2023 ນີ້, ທ່ານ ຄູເຣລສຸກຄ໌ ໂອຄະນາ (Khurelsukh UKHNAA), ປະທານາທິບໍດີ ແຫ່ງ ມົງໂກລີ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າວາງພວງມະລາຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ)ນະຄອນຫລວງວຽງຈັນ ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃນລະຫວ່າງວັນທີ 5-6 ພະຈິກ 2023 ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ມົງໂກລີ ໃຫ້ໄດ້ຮັບການພັດທະນາຍິ່ງໆ ຂຶ້ນ.

ການວາງພວງມາລາໃນຄັ້ງນີ້, ເພື່ອສະແດງຄວາມໄວ້ອາໄລ ເຖິງດວງວິນຍານຂອງບັນດານັກຮົມນິລະນາມ, ວິລະຊົນ ຜູ້ທີ່ເສຍສະລະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການນຳພາ-ຊີ້ນຳ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະ ແລະ ປະກາດເອກະລາດ, ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.

ຂ່າວ: ທະນູທອງ ພາບ: ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments