Saturday, July 27, 2024
Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບການຢ້ຽມຢາມພົບປະຂອງປະທານາທິບໍດີມົງໂກລີ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບການຢ້ຽມຢາມພົບປະຂອງປະທານາທິບໍດີມົງໂກລີ

ໃນຕອນບ່າຍວັນທີ 6 ພະຈິກ 2023,ທີ່ ສໍານັກງານນາຍົກລັດຖະມົນຕີ, ພະນະທ່ານ ສອນໄຊ ສີພັນດອນ,ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການຢ້ຽມຢາມພົບປະຂອງພະນະທ່ານ ຄູເຣລສຸກຄ໌ ໂອຄະນາ, ປະທານາທິບໍດີ ແຫ່ງມົງໂກລີ ໃນໂອກາດທີ່ເດີນທາງມາຢ້ຽມຢາມທາງລັດຖະກິດ ທີ່ ສປປ ລາວ ໃນລະຫວ່າງວັນທີ 5-6ພະຈິກ 2023.

ໃນໂອກາດນີ້ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມທາງລັດຖະກິດ ທີ່ ສປປ ລາວ ຂອງ ພະນະທ່ານ ປະທານາທິບໍດີ ຄູເຣລສຸກຄ໌ ໂອຄະນາ ແລະ ຄະນະ ໃນຄັ້ງນີ້, ເຊິ່ງຈະເປັນຂີດໝາຍປະຫວັດສາດອັນສໍາຄັນອີກບາດກ້າວໜຶ່ງ ຂອງການແລກປ່ຽນການຢ້ຽມຢາມ ລະຫວ່າງ ການນໍາຂັ້ນສູງຂອງສອງປະເທດ ແລະ ປະກອບສ່ວນສໍາຄັນໃນການເພີ່ມທະວີ-ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ; ພ້ອມທັງໄດ້ຕີລາຄາສູງຕໍ່ຜົນການພົບປະສອງຝ່າຍ ລະຫວ່າງ ປະທານປະເທດ ລາວ ແລະ ປະທານາທິບໍດີ ມົງໂກລີ ລວມທັງການລົງນາມເອກະສານຮ່ວມມືສອງຝ່າຍ ລາວ-ມົງໂກລີ ຈໍານວນ 7 ສະບັບ. ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ການຮ່ວມມືດ້ານການສຶກສາຂອງສອງປະເທດ ທີ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ແລະ ໄດ້ສະເໜີໃຫ້ສອງຝ່າຍ ເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນ ໃຫ້ຫຼາຍຂຶ້ນ ໂດຍສະເພາະພາກທຸລະກິດຂອງສອງປະເທດ. ໃນໂອກາດດັ່ງກ່າວ, ພະນະທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍ ການຈັດກິດຈະກໍາຕ່າງໆ ໃນປີ 2022 ຜ່ານມາ ເພື່ອສະເຫຼີມສະຫຼອງສາຍພົວພັນການທູດ ລາວ – ມົງໂກລີ ຄົບຮອບ 60 ປີ, ຂອບໃຈຕໍ່ການຊ່ວຍເຫຼືອຂອງລັດຖະບານມົງໂກລີ ໃນໄລຍະຜ່ານມາ ໂດຍສະເພາະ ຂະເເໜງການສຶກສາ, ສາທາລະນະສຸກ, ກະສິກໍາ ເປັນຕົ້ນ, ເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ພ້ອມທັງໄດ້ຊຸກຍູ້ໃນພາກທຸລະກິດ ເເລະ ສະພາການຄ້າ ເເລະ ອຸດສາຫະກໍາຂອງສອງຝ່າຍ ສືບຕໍ່ຮ່ວມມືກັນ ເພື່ອອໍານວຍຄວາມສະດວກໃຫ້ເເກ່ນັກລົງທຶນຂອງສອງປະເທດ. ນອກຈາກນີ້, ຍັງໄດ້ເຊີນຊວນນັກທ່ອງທ່ຽວມົງໂກລີ ເຂົ້າມາທ່ອງທ່ຽວລາວ ໃຫ້ຫຼາຍຂຶ້ນ ໂດຍສະເພາະໃນໂອກາດທີ່ ສປປ ລາວ ຈະເປີດປີທ່ອງທ່ຽວລາວ ໄປພ້ອມກັບການເປັນປະທານອາຊຽນ ໃນປີ 2024 ທີ່ຈະມາເຖິງນີ້.

ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ມົງໂກລີ ຕະຫລອດໄລຍະ 6 ທົດສະວັດຜ່ານມາທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ເຂົ້າສູ່ລວງເລິກເປັນກ້າວໆມາ, ພ້ອມທັງຈະສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ໂດຍສະເພາະໃນກຸ່ມປະເທດກໍາລັງພັດທະນາ ທີ່ບໍ່ມີຊາຍແດນຕິດກັບທະເລ (LLDCs), ໃນຂອບອາຊຽນ ເເລະ ອົງການສະຫະປະຊາຊາດ.

ໃນຂະນະດຽວກັນ,ພະນະທ່ານ ປະທານາທິບໍດີ ຄູເຣລສຸກຄ໌ ໂອຄະນາກໍ່ໄດ້ສະແດງຄວາມຍິນດີ ແລະ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ພ້ອມທັງຈະສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີຂອງສອງປະເທດ ໃຫ້ຂະຫຍາຍຕົວຍິ່ງຂຶ້ນ ໂດຍສະເພາະແມ່ນການຮ່ວມມືດ້ານການຄ້າ ແລະ ການລົງທຶນ ກໍ່ຄື ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນສອງຊາດ. ພ້ອມທັງໄດ້ລາຍງານສະພາບການພັດທະນາປະເທດໂດຍຫຍໍ້ ເເລະ ແຜນການຈັດກອງປະຊຸມສາກົນສໍາຄັນຕ່າງໆ ເເລະ ໄດ້ເຊື້ອເຊີນພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ເຂົ້າຮ່ວມ.

ຮູບພາບ: ໄອຄຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments